ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງຂອງໂຊໂລໂມນ 3
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເພງຂອງໂຊໂລໂມນ

    • ສາວ​ເມືອງ​ຊູເລມ​ໃນ​ຄ້າຍ​ຂອງ​ກະສັດ​ໂຊໂລໂມນ (1:1–3:5)

    • ສາວ​ເມືອງ​ຊູເລມ​ໃນ​ເມືອງ​ເຢຣູຊາເລັມ (3:6–8:4)

        • ຜູ້ຍິງ​ເມືອງ​ຊີໂອນ (6-​11)

          • ເວົ້າ​ເຖິງ​ຂະບວນ​ຂອງ​ໂຊໂລໂມນ

ເພງຂອງໂຊໂລໂມນ 3:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 1:7
  • +ພຊມ 5:6

ເພງຂອງໂຊໂລໂມນ 3:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 5:7

ເພງຂອງໂຊໂລໂມນ 3:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 8:2

ເພງຂອງໂຊໂລໂມນ 3:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 2:7; 8:4

ເພງຂອງໂຊໂລໂມນ 3:6

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 30:23, 24, 34

ເພງຂອງໂຊໂລໂມນ 3:7

ໄຂເງື່ອນ

  • *

    ຕັ່ງ​ນັ່ງ​ຫຼື​ຕຽງ​ນອນ​ທີ່​ມີ​ຫຼັງ​ຄາ​ແລະ​ໃຊ້​ຄົນ​ຫາມ. ຕັ່ງ​ນີ້​ແມ່ນ​ສຳລັບ​ຄົນ​ທີ່​ມີ​ຕຳແໜ່ງ​ສູງ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 9:22

ເພງຂອງໂຊໂລໂມນ 3:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 5:8, 9

ເພງຂອງໂຊໂລໂມນ 3:11

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ມົງກຸດ​ທີ່​ເຮັດ​ຈາກ​ດອກ​ໄມ້​ຫຼື​ໃບ​ໄມ້

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 12:24; ສພສ 4:3

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພຊມ. 3:1ພຊມ 1:7
ພຊມ. 3:1ພຊມ 5:6
ພຊມ. 3:3ພຊມ 5:7
ພຊມ. 3:4ພຊມ 8:2
ພຊມ. 3:5ພຊມ 2:7; 8:4
ພຊມ. 3:6ອພຍ 30:23, 24, 34
ພຊມ. 3:71ກສ 9:22
ພຊມ. 3:91ກສ 5:8, 9
ພຊມ. 3:112ຊມ 12:24; ສພສ 4:3
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
ຄຳພີໄບເບິນສະບັບແປໂລກໃໝ່
ເພງຂອງໂຊໂລໂມນ 3:1-11

ເພງຂອງໂຊໂລໂມນ

3 “ຂ້ອຍ​ນອນ​ຄິດ​ຮອດ​ຄົນ​ຮັກ​ຂອງ​ຂ້ອຍ​ໝົດ​ຄືນ.

ຂ້ອຍ​ຢາກ​ເຈິ​ຄົນ​ຮັກ​ຂອງ​ຂ້ອຍ.+

ຂ້ອຍ​ຢາກ​ພົບ​ລາວ ແຕ່ຊອກ​ຫາ​ລາວ​ບໍ່​ເຫັນ.+

 2 ຂ້ອຍ​ຈະ​ລຸກ​ຂຶ້ນ​ແລະ​ໄປ​ທົ່ວ​ເມືອງ

ໄປ​ຕາມ​ຫົນ​ທາງ​ແລະ​ຕາມ​ເດີ່ນ​ຂອງ​ເມືອງ.

ຂ້ອຍ​ຈະ​ຊອກ​ຫາ​ຄົນ​ຮັກ​ຂອງ​ຂ້ອຍ.

ຂ້ອຍ​ຢາກ​ພົບ​ລາວ ແຕ່​ຊອກ​ຫາ​ລາວ​ບໍ່​ເຫັນ.

 3 ພວກ​ຄົນຍາມ​ທີ່​ຍ່າງ​ກວດ​ເບິ່ງ​ຢູ່​ອ້ອມ​ເມືອງ​ເຫັນ​ຂ້ອຍ+ ຂ້ອຍ​ຈຶ່ງ​ຖາມ​ເຂົາເຈົ້າ​ວ່າ:

‘ພວກເຈົ້າ​ເຫັນ​ຄົນ​ຮັກ​ຂອງ​ຂ້ອຍ​ບໍ່?’

 4 ເມື່ອ​ຍ່າງ​ກາຍ​ເຂົາເຈົ້າ​ໄປ​ໄດ້​ໜ້ອຍ​ໜຶ່ງ

ຂ້ອຍ​ກໍ​ເຈິ​ຄົນ​ຮັກ​ຂອງ​ຂ້ອຍ.

ຂ້ອຍ​ກອດ​ລາວ​ໄວ້​ແລະ​ບໍ່​ປ່ອຍ​ລາວ​ໄປ​ໃສ

ຈົນ​ກວ່າ​ຂ້ອຍ​ຈະ​ພາ​ລາວ​ໄປ​ເຮືອນ​ແມ່​ຂອງ​ຂ້ອຍ+

ແລະ​ເຂົ້າ​ໄປ​ໃນ​ຫ້ອງ​ຂອງ​ຜູ້​ທີ່​ໄດ້​ເກີດ​ຂ້ອຍ.

 5 ຜູ້ຍິງ​ເມືອງ​ເຢຣູຊາເລັມ​ເອີ້ຍ

ຂ້ອຍ​ຂໍ​ໃຫ້​ພວກເຈົ້າ​ສາບານ​ໂດຍ​ອ້າງ​ກວາງ​ໂຕ​ແມ່​ໃນ​ທົ່ງ​ຫຍ້າ​ວ່າ

ພວກເຈົ້າ​ຈະ​ບໍ່​ຍົວະ​ຂ້ອຍ​ໃຫ້​ຮັກ​ຜູ້​ໃດ​ຜູ້​ໜຶ່ງ ແຕ່​ປ່ອຍ​ໃຫ້​ຄວາມ​ຮັກ​ເກີດ​ຂຶ້ນ​ເອງ.”+

 6 “ແມ່ນ​ຫຍັງ​ທີ່​ລອຍ​ຂຶ້ນ​ມາ​ຈາກ​ບ່ອນ​ກັນດານ​ທີ່​ເປັນ​ຄືກັບຄວັນ

ມັນ​ຫອມ​ຄື​ກັບ​ມົດຍອບ*​ແລະ​ຄື​ກັບ​ກຳຍານ*

ແລະ​ຫອມ​ຄື​ກັບ​ນ້ຳ​ຫອມ​ທີ່​ພວກ​ພໍ່​ຄ້າ​ຂາຍ?”+

 7 “ເບິ່ງກ້ຽວ​ນັ່ງ*​ຂອງ​ໂຊໂລໂມນ​ແມ້!

ມີ​ທະຫານ​ທີ່​ເກັ່ງ​ໆ​ຫົກ​ສິບ​ຄົນ​ຢູ່​ອ້ອມ​ມັນ.

ເຂົາເຈົ້າ​ເປັນ​ທະຫານ​ຂອງ​ອິດສະຣາເອນ​ທີ່​ເກັ່ງ​ຫຼາຍ.+

 8 ເຂົາເຈົ້າ​ມີ​ດາບ​ເປັນ​ອາວຸດ

ແລະ​ຖືກ​ຝຶກ​ໃຫ້​ເຮັດ​ສົງຄາມ.

ທຸກ​ຄົນ​ມີ​ດາບ​ເໜັບ​ຢູ່​ແອວ

ເພື່ອ​ເອົາ​ໄວ້​ປ້ອງກັນ​ໂຕເອງ​ຈາກ​ອັນຕະລາຍ​ໃນ​ຕອນ​ກາງຄືນ.”

 9 “ນັ້ນ​ແມ່ນ​ກ້ຽວ​ນັ່ງ​ຂອງ​ກະສັດ​ໂຊໂລໂມນ.

ລາວ​ເຮັດ​ຕັ່ງ​ນີ້​ສຳລັບ​ໂຕເອງ​ຈາກ​ໄມ້​ຢູ່​ເລບານອນ.+

10 ຂາ​ຂອງ​ກ້ຽວ​ນັ່ງ​ເປັນ​ເງິນ

ບ່ອນ​ອີງ​ເປັນ​ຄຳ

ບ່ອນ​ນັ່ງ​ເປັນ​ດ້າຍ​ຂົນ​ແກະ​ທີ່​ຍ້ອມ​ສີ​ມ່ວງ

ແລະ​ທາງ​ໃນ​ຂອງ​ກ້ຽວ​ນັ່ງ​ນັ້ນ​ຕົກ​ແຕ່ງ​ດ້ວຍ​ຄວາມ​ຮັກ

ໂດຍ​ພວກ​ຜູ້ຍິງ​ເມືອງ​ເຢຣູຊາເລັມ.”

11 “ຜູ້ຍິງ​ເມືອງ​ຊີໂອນ​ເອີ້ຍ ອອກ​ໄປ​ແມ້!

ໄປ​ເບິ່ງ​ກະສັດ​ໂຊໂລໂມນ.

ລາວ​ໃສ່​ມົງກຸດ*​ທີ່​ແມ່+​ເຮັດ​ໃຫ້

ໃນ​ມື້​ທີ່​ລາວ​ແຕ່ງດອງ.

ໃນ​ມື້​ນັ້ນ ລາວ​ມີ​ຄວາມສຸກ​ຫຼາຍ.”

ໜັງສືພາສາລາວ (1993-2026)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2026 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌