ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງຂອງໂຊໂລໂມນ 5
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເພງຂອງໂຊໂລໂມນ

    • ສາວ​ເມືອງ​ຊູເລມ​ໃນ​ເມືອງ​ເຢຣູຊາເລັມ (3:6–8:4)

ເພງຂອງໂຊໂລໂມນ 5:1

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 4:16
  • +ພຊມ 4:13, 14
  • +ພຊມ 4:11
  • +ພຊມ 1:2

ເພງຂອງໂຊໂລໂມນ 5:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 3:1
  • +ລກ 2:8

ເພງຂອງໂຊໂລໂມນ 5:6

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ຕອນ​ທີ່​ລາວ​ເວົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 3:1, 3

ເພງຂອງໂຊໂລໂມນ 5:10

ໄຂເງື່ອນ

  • *

    ຫຼື “ສຸຂະພາບ​ດີ”

ເພງຂອງໂຊໂລໂມນ 5:11

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ຄື​ກັບ​ພວງ​ໝາກ​ອິນທະຜາລຳ”

ເພງຂອງໂຊໂລໂມນ 5:12

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ແຄມ​ນ້ຳ​ພຸ”

ເພງຂອງໂຊໂລໂມນ 5:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 6:2
  • +ພຊມ 1:13

ເພງຂອງໂຊໂລໂມນ 5:15

ໄຂເງື່ອນ

  • *

    ຕົ້ນ​ແປກ​ຊະນິດ​ໜຶ່ງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 92:12

ເພງຂອງໂຊໂລໂມນ 5:16

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເພດານ​ປາກ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພຊມ 2:3

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພຊມ. 5:1ພຊມ 4:16
ພຊມ. 5:1ພຊມ 4:13, 14
ພຊມ. 5:1ພຊມ 4:11
ພຊມ. 5:1ພຊມ 1:2
ພຊມ. 5:2ພຊມ 3:1
ພຊມ. 5:2ລກ 2:8
ພຊມ. 5:6ພຊມ 3:1, 3
ພຊມ. 5:13ພຊມ 6:2
ພຊມ. 5:13ພຊມ 1:13
ພຊມ. 5:15ພສ 92:12
ພຊມ. 5:16ພຊມ 2:3
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
ຄຳພີໄບເບິນສະບັບແປໂລກໃໝ່
ເພງຂອງໂຊໂລໂມນ 5:1-16

ເພງຂອງໂຊໂລໂມນ

5 “ທີ່​ຮັກ​ຂອງ​ອ້າຍ ເຈົ້າ​ສາວ​ຂອງ​ອ້າຍ​ເອີ້ຍ!

ອ້າຍ​ເຂົ້າ​ມາ​ໃນ​ສວນ​ຂອງ​ອ້າຍ​ແລ້ວ.+

ອ້າຍ​ໄດ້​ເກັບ​ມົດຍອບ*​ແລະ​ເຄື່ອງ​ເທດ+

ອ້າຍ​ໄດ້​ກິນ​ຮັງ​ເຜີ້ງ​ກັບ​ນ້ຳ​ເຜີ້ງ

ອ້າຍ​ໄດ້​ກິນ​ເຫຼົ້າແວງ​ແລະ​ນ້ຳ​ນົມ​ແລ້ວ.”+

“ພວກເຈົ້າ​ສອງ​ຄົນ​ພາກັນ​ກິນ​ໂລດ

ໃຫ້​ພວກເຈົ້າ​ດື່ມ​ແລະ​ເມົາ​ໃນ​ຄວາມ​ຮັກ.”+

 2 ຂ້ອຍ​ນອນ​ຫຼັບ ແຕ່​ໃຈ​ຍັງ​ຕື່ນ​ຢູ່.+

ຂ້ອຍ​ໄດ້​ຍິນ​ສຽງ​ຄົນ​ຮັກ​ຂອງ​ຂ້ອຍ​ເຄາະ​ປະຕູ​ແລະ​ເວົ້າ​ວ່າ:

“ນ້ອງ​ສາວ​ຂອງ​ອ້າຍ ທີ່​ຮັກ​ຂອງ​ອ້າຍ ເປີດປະຕູ​ໃຫ້​ອ້າຍ​ແດ່.

ນົກ​ເຂົາ​ຂອງ​ອ້າຍ ນ້ອງ​ບໍ່​ມີ​ບ່ອນ​ຕິ​ເລີຍ.

ຫົວ​ຂອງ​ອ້າຍ​ປຽກ​ນ້ຳ​ຄ້າງ

ແລະ​ຜົມ​ຂອງ​ອ້າຍ​ປຽກ​ຍ້ອນ​ຄວາມ​ຊຸ່ມ​ຕອນ​ກາງຄືນ.”+

 3 ຂ້ອຍ​ແກ້​ເສື້ອ​ຄຸມ​ອອກ​ແລ້ວ

ຊິ​ໃຫ້​ຂ້ອຍ​ໃສ່​ຄືນ​ອີກ​ບໍ?

ຂ້ອຍ​ລ້າງ​ຕີນ​ແລ້ວ

ຊິ​ໃຫ້​ມັນ​ເປື້ອນ​ຂີ້​ດິນ​ອີກ​ບໍ?

 4 ທີ່​ຮັກ​ຂອງ​ຂ້ອຍ​ເອົາ​ມື​ອອກ​ຈາກ​ປ່ອງ​ທີ່​ຢູ່​ປະຕູ​ແລ້ວ

ແລະ​ໃຈ​ຂອງ​ຂ້ອຍ​ເຕັ້ນ​ແຮງ ຍ້ອນ​ຢາກ​ເຈິ​ລາວ​ຫຼາຍ.

 5 ຂ້ອຍ​ລຸກ​ໄປ​ເປີດ​ປະຕູ​ໃຫ້​ຄົນ​ຮັກ​ຂອງ​ຂ້ອຍ.

ນ້ຳມັນ​ຈາກ​ມົດຍອບ

ທີ່​ຢູ່​ມື​ແລະ​ນິ້ວ​ມື​ຂອງ​ຂ້ອຍ

ກໍ​ຍ້ອຍ​ລົງ​ໃສ່​ກອນ​ປະຕູ.

 6 ຂ້ອຍ​ເປີດ​ປະຕູ​ໃຫ້​ຄົນ​ຮັກ​ຂອງ​ຂ້ອຍ

ແຕ່​ລາວ​ບໍ່​ຢູ່​ແລ້ວ ລາວ​ໄປ​ແລ້ວ.

ໃຈ​ຂ້ອຍ​ເກືອບ​ຂາດ​ທີ່​ລາວ​ໄປ​ແລ້ວ.*

ຂ້ອຍ​ຊອກ​ຫາ​ລາວ ແຕ່​ກໍ​ບໍ່​ເຫັນ.+

ຂ້ອຍ​ຮ້ອງ​ຫາ​ລາວ ແຕ່​ລາວ​ກໍ​ບໍ່​ຕອບ.

 7 ເມື່ອ​ພວກ​ຄົນຍາມ​ທີ່​ຍ່າງ​ກວດ​ຢູ່​ອ້ອມ​ເມືອງ​ເຫັນ​ຂ້ອຍ

ເຂົາເຈົ້າ​ກໍ​ຕີ​ຂ້ອຍ​ຈົນເປັນ​ບາດ.

ພວກ​ທີ່​ຍາມ​ກຳແພງ​ເມືອງ​ເອົາ​ຜ້າ​ປົກ​ຫົວ​ຂອງ​ຂ້ອຍ​ໄປ.

 8 ຜູ້ຍິງ​ເມືອງ​ເຢຣູຊາເລັມ​ເອີ້ຍ ຂ້ອຍ​ຂໍ​ໃຫ້​ພວກເຈົ້າ​ສາບານ​ວ່າ

ຖ້າ​ພວກເຈົ້າ​ເຫັນ​ຄົນ​ຮັກ​ຂອງ​ຂ້ອຍ

ພວກເຈົ້າ​ຈະ​ບອກ​ລາວ​ວ່າ​ຂ້ອຍ​ເປັນ​ໄຂ້​ໃຈ.”

 9 “ຜູ້ຍິງ​ທີ່​ງາມ​ທີ່ສຸດ​ເອີ້ຍ

ຄົນ​ຮັກ​ຂອງ​ເຈົ້າ​ດີ​ກວ່າ​ຜູ້​ຊາຍ​ຄົນອື່ນ​ແນວໃດ?

ລາວ​ດີ​ກວ່າ​ຜູ້​ຊາຍ​ຄົນອື່ນ​ບ່ອນ​ໃດ

ເຈົ້າ​ຈຶ່ງ​ໃຫ້​ພວກ​ເຮົາ​ສາບານ​ແບບ​ນີ້?”

10 “ຄົນ​ຮັກ​ຂອງ​ຂ້ອຍ​ຫຼໍ່​ແລະ​ແຂງແຮງ.*

ລາວ​ເດັ່ນ​ທີ່ສຸດ​ໃນ​ພວກ​ຜູ້​ຊາຍ​ສິບ​ພັນ​ຄົນ.

11 ຫົວ​ຂອງ​ລາວ​ເປັນ​ຄື​ກັບ​ຄຳ​ເຊິ່ງ​ເປັນ​ຄຳ​ທີ່​ດີ​ທີ່ສຸດ.

ຜົມ​ຂອງ​ລາວ​ເປັນ​ຄື​ກັບ​ໃບ​ປາມ*​ທີ່ປິວ​ໄປ​ປິວ​ມາ

ແລະ​ດຳ​ຄື​ກັບ​ຂົນ​ກາ.

12 ຕາ​ຂອງ​ລາວ​ເປັນ​ຄື​ກັບ​ນົກ​ເຂົາ​ທີ່​ຢູ່​ແຄມ​ຫ້ວຍ

ເປັນ​ຄື​ກັບ​ນົກ​ເຂົາ​ທີ່​ອາບ​ນ້ຳ​ນົມ​ຢູ່

ແລະ​ນັ່ງ​ຢູ່​ແຄມ​ສະ​ທີ່​ມີ​ນ້ຳ​ເຕັມ.*

13 ແກ້ມ​ຂອງ​ລາວ​ເປັນ​ຄື​ກັບ​ໜານ​ຕົ້ນ​ເຄື່ອງ​ເທດ+

ແລະ​ເປັນ​ຄື​ກັບ​ໂນນ​ທີ່​ປູກ​ສະໝຸນໄພ​ຫອມ​ໆ​.

ປາກ​ຂອງ​ລາວ​ເປັນ​ຄື​ກັບ​ດອກ​ລິນລີ້​ທີ່​ມີ​ນ້ຳມັນ​ມົດຍອບ​ຍ້ອຍ​ລົງ​ມາ.+

14 ນິ້ວ​ມື​ຂອງ​ລາວ​ເປັນ​ຄື​ກັບ​ຄຳ ແລະ​ເລັບ​ມື​ຂອງ​ລາວ​ເປັນ​ຄື​ກັບ​ແກ້ວ​ຄຣິດໂຊໄລທ໌.

ທ້ອງ​ຂອງ​ລາວ​ເປັນ​ຄື​ກັບ​ງາຊ້າງ​ທີ່​ຂັດ​ເປັນ​ເງົາ​ແລະ​ຕົກ​ແຕ່ງ​ດ້ວຍ​ແກ້ວ​ໄພ​ລິນ.

15 ຂາ​ຂອງ​ລາວ​ເປັນ​ຄື​ກັບ​ເສົາ​ຫີນ​ອ່ອນ​ເຊິ່ງ​ຕັ້ງ​ຢູ່​ຖານ​ຮອງ​ທີ່​ເຮັດ​ຈາກ​ຄຳ​ທີ່​ດີ​ທີ່ສຸດ.

ຮູບ​ຮ່າງ​ໜ້າ​ຕາ​ຂອງ​ລາວ​ງາມ​ຄື​ກັບ​ແຜ່ນດິນ​ເລບານອນ​ແລະ​ເປັນ​ຄື​ກັບ​ຕົ້ນ​ຊີດ້າ*​ທີ່​ບໍ່​ມີ​ຫຍັງ​ທຽບ​ໄດ້.+

16 ປາກ*​ຂອງ​ລາວ​ຫວານ​ຫຼາຍ.

ຂ້ອຍ​ມັກ​ທຸກ​ສິ່ງ​ທຸກ​ຢ່າງ​ກ່ຽວກັບ​ລາວ.+

ຜູ້ຍິງ​ເມືອງ​ເຢຣູຊາເລັມ​ເອີ້ຍ ຄົນ​ຮັກ​ຂອງ​ຂ້ອຍ ສຸດ​ທີ່​ຮັກ​ຂອງ​ຂ້ອຍ​ເປັນ​ແບບ​ນີ້​ແຫຼະ.”

ໜັງສືພາສາລາວ (1993-2026)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2026 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌