ເພງສັນລະເສີນ
ເຖິງຜູ້ຄວບຄຸມດົນຕີ ເພງນີ້ສຳລັບຮ້ອງກັບເຄື່ອງດົນຕີທີ່ມີສາຍ.
ເພງຂອງອາສັບ.+ ເພງສັນລະເສີນ.
4 ພະອົງມີແສງຢູ່ອ້ອມໂຕ.*
ພະອົງຍິ່ງໃຫຍ່ກວ່າພູຕ່າງໆທີ່ມີສັດປ່າອາໄສຢູ່.
5 ພວກຄົນທີ່ກ້າຫານຖືກປຸ້ນໄປແລ້ວ.+
6 ພະເຈົ້າຂອງຢາໂຄບເອີ້ຍ ເມື່ອພະອົງຮ້ອງດ້ວຍຄວາມໃຈຮ້າຍ
ພວກທະຫານທີ່ຢູ່ລົດຮົບຂອງເຂົາເຈົ້າກໍຕາຍໝົດ.+
7 ພະອົງເປັນຜູ້ດຽວເທົ່ານັ້ນທີ່ຄົນຄວນຈະຢ້ານແລະນັບຖື.+
ເມື່ອພະອົງໃຈຮ້າຍແຮງ ໃຜຈະທົນໄດ້?+
8 ທົ່ວທັງໂລກຢ້ານແລະມິດງຽບ+
ເມື່ອພະອົງປະກາດຄຳຕັດສິນສັດຕູຂອງພະອົງຈາກສະຫວັນ+
9 ແລະເມື່ອພະເຈົ້າຕັດສິນຄະດີ
ເພື່ອຊ່ວຍຄົນຖ່ອມທຸກຄົນໃນໂລກ.+ (ເຊລາ)
10 ຕອນທີ່ຜູ້ຄົນໃຈຮ້າຍກໍເປັນໂອກາດທີ່ພະອົງຈະໄດ້ຮັບຄຳສັນລະເສີນ.+
ເມື່ອເຂົາເຈົ້າຍັງໃຈຮ້າຍຢູ່ກໍເປັນໂອກາດທີ່ພະອົງຈະໄດ້ຮັບການຍົກຍ້ອງ.
11 ໃຫ້ເຈົ້າສັນຍາກັບພະເຢໂຫວາພະເຈົ້າຂອງເຈົ້າແລະເຮັດຕາມນັ້ນ+
ແລະໃຫ້ທຸກຄົນທີ່ຢູ່ອ້ອມຮອບເພິ່ນເອົາຂອງຂວັນມາໃຫ້ເພິ່ນດ້ວຍຄວາມຢ້ານຢຳ.+
12 ເພິ່ນຈະເຮັດໃຫ້ພວກຜູ້ນຳທີ່ຍິ່ງຈອງຫອງຖ່ອມໂຕລົງ.
ເພິ່ນຈະເຮັດໃຫ້ພວກກະສັດໃນໂລກນີ້ຢ້ານຫຼາຍ.