ເພງສັນລະເສີນ
ເຖິງຜູ້ຄວບຄຸມດົນຕີ. ເພງຂອງດາວິດ.
21 ພະເຢໂຫວາເອີ້ຍ ກະສັດດີໃຈຍ້ອນພະອົງເຮັດໃຫ້ເຫັນວ່າພະອົງແຂງແຮງ.+
ລາວດີໃຈຫຼາຍຍ້ອນພະອົງຊ່ວຍລາວໃຫ້ລອດ.+
4 ລາວຂໍຊີວິດທີ່ຍືນຍາວຈາກພະອົງ
ພະອົງກໍໃຫ້ຊີວິດທີ່ຍືນຍາວຕະຫຼອດໄປກັບລາວ.+
5 ລາວໄດ້ຮັບຄວາມນັບຖືຫຼາຍຍ້ອນພະອົງຊ່ວຍລາວໃຫ້ລອດ.+
ພະອົງເຮັດໃຫ້ລາວຍິ່ງໃຫຍ່ແລະໄດ້ຮັບກຽດ.
7 ກະສັດໄວ້ໃຈພະເຢໂຫວາ.+
ຍ້ອນຄວາມຮັກທີ່ໝັ້ນຄົງຂອງພະເຈົ້າສູງສຸດ ລາວຈະໄດ້ປົກຄອງຕະຫຼອດໄປ.+
8 ມືຂອງພະອົງຈະຈັບສັດຕູທັງໝົດຂອງພະອົງ.
ມືເບື້ອງຂວາຂອງພະອົງຈະຈັບຄົນທີ່ຊັງພະອົງ.
9 ພະອົງຈະທຳລາຍເຂົາເຈົ້າຄືກັບໂຍນເຂົາເຈົ້າເຂົ້າໃນເຕົາໄຟຕອນທີ່ພະອົງມາຫາເຂົາເຈົ້າ.
ພະເຢໂຫວາຈະລົງໂທດເຂົາເຈົ້າດ້ວຍຄວາມໃຈຮ້າຍແລະເຂົາເຈົ້າຈະຖືກໄຟເຜົາ.+
10 ພະອົງຈະທຳລາຍລູກຫຼານຂອງເຂົາເຈົ້າໃຫ້ໝົດໄປຈາກໂລກນີ້
ແລະຈະກຳຈັດລູກຫຼານຂອງເຂົາເຈົ້າບໍ່ໃຫ້ເຫຼືອຈັກຄົນ.
12 ພະອົງຈະເຮັດໃຫ້ເຂົາເຈົ້າຖອຍກັບຄືນ+
ໂດຍແນທະນູຂອງພະອົງໃສ່ເຂົາເຈົ້າ.
13 ພະເຢໂຫວາເອີ້ຍ ຂໍພະອົງໃຊ້ອຳນາດຂອງພະອົງເຮັດຫຍັງຈັກຢ່າງ.
ພວກເຮົາຈະຮ້ອງເພງ*ສັນລະເສີນຄວາມຍິ່ງໃຫຍ່ຂອງພະອົງ.