ວັນທີ 18-24 ພຶດສະພາ 2026
ເພງທີ 35 “ເບິ່ງໃຫ້ອອກວ່າສິ່ງໃດສຳຄັນກວ່າ”
ຢ່າໃຫ້ສິ່ງໃດມາຂັດຂວາງເຈົ້າບໍ່ໃຫ້ເຮັດສິ່ງທີ່ສຳຄັນທີ່ສຸດ
“ໃຫ້ພະຍາຍາມເຂົ້າໃຈວ່າພະເຢໂຫວາຕ້ອງການຫຍັງ.”—ອຟຊ. 5:17
ຈຸດສຳຄັນ
ເຮົາຈະໃຫ້ພະເຢໂຫວາສຳຄັນທີ່ສຸດໄດ້ແນວໃດເຖິງວ່າມີຫຼາຍຢ່າງເກີດຂຶ້ນໃນຊີວິດທີ່ເຮັດໃຫ້ເຮົາກັງວົນຫຼືຍາດເວລາແລະກຳລັງຂອງເຮົາໄປ.
1-2. ບາງສິ່ງທີ່ສຳຄັນອາດເຮັດໃຫ້ເຮົາບໍ່ຈົດຈໍ່ກັບສິ່ງທີ່ສຳຄັນທີ່ສຸດໄດ້ແນວໃດ?
ເທື່ອຫຼ້າສຸດທີ່ເຈົ້າຖືກລົບກວນແມ່ນຕອນໃດ? ບາງເທື່ອອາດມີບາງສິ່ງດຶງຄວາມສົນໃຈຂອງເຈົ້າໄປຈາກສິ່ງທີ່ກຳລັງເຮັດຢູ່ແລະເຈົ້າຕ້ອງຕັດສິນໃຈວ່າອັນໃດສຳຄັນກວ່າ. ຕົວຢ່າງເຊັ່ນ: ສົມມຸດວ່າມີຄົນໂທເຂົ້າມາຕອນທີ່ເຈົ້າກຳລັງຂັບລົດຢູ່. ສາຍທີ່ໂທມາອາດສຳຄັນ ແຕ່ເຈົ້າຮູ້ວ່າຖ້າຮັບໂທລະສັບໃນຕອນນັ້ນມັນຈະເຮັດໃຫ້ເຈົ້າບໍ່ໄດ້ເອົາໃຈໃສ່ໃນການຂັບລົດ. ການຈົດຈໍ່ຢູ່ກັບການຂັບລົດເປັນສິ່ງທີ່ສຳຄັນກວ່າ.
2 ໃນຊີວິດຂອງເຮົາມີຫຼາຍຢ່າງທີ່ສຳຄັນທີ່ເຮົາຕ້ອງເຮັດ. ເຮົາຮູ້ວ່າການຈົດຈໍ່ຢູ່ກັບການເຮັດກິດຈະກຳທາງຄວາມເຊື່ອaເປັນປະຈຳເປັນສິ່ງສຳຄັນທີ່ສຸດ. (ມທ. 6:33) ປະຊາຊົນຂອງພະເຢໂຫວາເປັນຄືກັບຄົນຂັບລົດທີ່ຂັບແບບລະມັດລະວັງ. ເຂົາເຈົ້າພະຍາຍາມເບິ່ງໃຫ້ອອກວ່າອັນໃດອາດດຶງຄວາມສົນໃຈຂອງເຂົາເຈົ້າອອກໄປຈາກການແນມເບິ່ງທາງທີ່ຢູ່ທາງໜ້າ.—ສພສ. 4:25; ມທ. 6:22
3. ເຮົາຈະຮຽນຫຍັງໃນບົດນີ້ ແລະມັນຈະຊ່ວຍເຮົາແນວໃດ?
3 ເຮົາບໍ່ຢາກໃຫ້ມີຫຍັງມາດຶງຄວາມສົນໃຈຂອງເຮົາໄປຈາກການເຮັດກິດຈະກຳທາງຄວາມເຊື່ອ ແຕ່ກໍມີຫຼາຍຢ່າງທີ່ເຮັດໃຫ້ເຮົາບໍ່ຈົດຈໍ່ກັບການເຮັດສິ່ງນັ້ນໄດ້ງ່າຍໆ. (ລກ. 21:34-36) ສະນັ້ນ ເພື່ອຈະຊ່ວຍເຮົາໃຫ້ຈົດຈໍ່ຢູ່ກັບການຮັບໃຊ້ພະເຢໂຫວາ. ໃຫ້ເຮົາມາເບິ່ງ 3 ຈຸດຕໍ່ໄປນີ້: (1) ມີຫຍັງແດ່ທີ່ເຮັດໃຫ້ເຮົາບໍ່ຈົດຈໍ່ກັບສິ່ງທີ່ສຳຄັນທີ່ສຸດ? (2) ສິ່ງໃດຊ່ວຍພະເຢຊູໃຫ້ຈົດຈໍ່ກັບສິ່ງທີ່ສຳຄັນທີ່ສຸດ? ແລະ (3) ສິ່ງໃດຈະຊ່ວຍເຮົາໃຫ້ຈົດຈໍ່ກັບສິ່ງທີ່ສຳຄັນທີ່ສຸດ?
ມີຫຍັງແດ່ທີ່ເຮັດໃຫ້ເຮົາບໍ່ຈົດຈໍ່ກັບສິ່ງທີ່ສຳຄັນທີ່ສຸດ?
4-6. ມີສິ່ງໃດແດ່ທີ່ອາດເຮັດໃຫ້ເຮົາບໍ່ຈົດຈໍ່ກັບສິ່ງທີ່ສຳຄັນທີ່ສຸດ?
4 ໃນຊີວິດຂອງເຮົາທຸກຄົນມີຫຼາຍຢ່າງທີ່ຕ້ອງເອົາໃຈໃສ່. ຕົວຢ່າງເຊັ່ນ: ເຮົາອາດມີບັນຫາສຸຂະພາບຫຼືອາດມີບາງຢ່າງທີ່ເຮົາຕ້ອງເຮັດເພື່ອຄອບຄົວຫຼືເພື່ອໂຕເອງ. ແນ່ນອນວ່າສິ່ງເຫຼົ່ານີ້ເປັນສິ່ງທີ່ສຳຄັນແລະເຮົາຕ້ອງເອົາໃຈໃສ່. ແຕ່ສິ່ງເຫຼົ່ານີ້ອາດເຮັດໃຫ້ເຮົາບໍ່ຈົດຈໍ່ກັບການຮັບໃຊ້ພະເຢໂຫວາຖ້າເຮົາມີແຕ່ຄິດເຖິງສິ່ງເຫຼົ່ານີ້ແລະໃຊ້ເວລາແລະກຳລັງໄປກັບມັນຈົນໝົດ.
5 ນອກຈາກນັ້ນ ພວກເຮົາຫຼາຍຄົນຍັງໄດ້ຮັບຜົນກະທົບຈາກຄວາມບໍ່ສະຫງົບທາງການເມືອງ ບັນຫາເສດຖະກິດ ໂລກລະບາດ ແລະຄວາມຂັດແຍ່ງທີ່ມີຢູ່ຕະຫຼອດເຊິ່ງເປັນສັນຍະລັກຂອງສະໄໝສຸດທ້າຍ. (2ຕມ. 3:1) ເມື່ອເຈິກັບເຫດການແບບນີ້ ເຮົາອາດຈະກັງວົນຫຼາຍຈົນຄິດເຖິງແຕ່ເລື່ອງເຫຼົ່ານີ້ຕະຫຼອດ.
6 ບາງເທື່ອເຮົາອາດຮູ້ຈັກບາງຄົນທີ່ເຈິເລື່ອງຮ້າຍໆແບບນັ້ນເຊິ່ງປ່ຽນຊີວິດຂອງເຂົາເຈົ້າໄປເລີຍ. ສະນັ້ນ ເປັນເລື່ອງປົກກະຕິທີ່ເຂົາເຈົ້າຈະຮູ້ສຶກໂສກເສົ້າເສຍໃຈຫຼາຍຈາກສິ່ງທີ່ເຂົາເຈົ້າເຈິ. ພະເຢໂຫວາບໍ່ໄດ້ສ້າງມະນຸດໃຫ້ໃຊ້ຊີວິດຢູ່ພາຍໃຕ້ຄວາມກົດດັນເປັນເວລາດົນໆ. ບໍ່ແປກທີ່ບາງຄົນຮູ້ສຶກວ່າຊີວິດຂອງເຂົາເຈົ້າບໍ່ປົກກະຕິຄືກັບທີ່ເຂົາເຈົ້າຢາກໃຫ້ເປັນຍ້ອນເຂົາເຈົ້າຕ້ອງອົດທົນກັບເລື່ອງຮ້າຍໆທີ່ເກີດຂຶ້ນ. ຍ້ອນແນວນີ້ ຫຼາຍຄົນຈຶ່ງພະຍາຍາມປົດປ່ອຍຄວາມທຸກໃຈໂດຍໃຊ້ເວລາຫຼາຍໆໄປກັບຄວາມບັນເທີງຫຼືການພັກຜ່ອນຢ່ອນໃຈເພື່ອໃຫ້ລືມບັນຫາຕ່າງໆ. ຖ້າເຮົາເຈິສະຖານະການແບບນີ້ເຮົາຈະເຮັດແນວໃດ? ໃຫ້ເຮົາມາເບິ່ງວ່າເຮົາສາມາດຮຽນຫຍັງໄດ້ຈາກພະເຢຊູເພື່ອຊ່ວຍເຮົາໃຫ້ຈົດຈໍ່ກັບການໃຫ້ພະເຢໂຫວາສຳຄັນທີ່ສຸດໃນຊີວິດ.
ສິ່ງໃດຊ່ວຍພະເຢຊູໃຫ້ຈົດຈໍ່ກັບສິ່ງທີ່ສຳຄັນທີ່ສຸດ?
7. ມີສິ່ງໃດແດ່ທີ່ອາດເຮັດໃຫ້ພະເຢຊູບໍ່ຈົດຈໍ່ກັບສິ່ງທີ່ສຳຄັນທີ່ສຸດ?
7 ມີຫຼາຍສິ່ງທີ່ອາດເຮັດໃຫ້ພະເຢຊູບໍ່ໄດ້ຈົດຈໍ່ກັບສິ່ງທີ່ສຳຄັນທີ່ສຸດ ເຊັ່ນ: ບັນຫາທາງສັງຄົມແລະບັນຫາທາງການເມືອງ. ໃນສະໄໝນັ້ນປະຊາຊົນຫຼາຍຄົນທຸກຍາກແລະເຈັບປ່ວຍ. (ມທ. 14:14; ມຣກ. 14:7) ເຂົາເຈົ້າເຈິຄວາມບໍ່ຍຸຕິທຳຈາກຄົນໂຣມແລະຈາກຄົນຊາດດຽວກັນ. ເມື່ອເຂົາເຈົ້າເຫັນວ່າພະເຢຊູມີລິດເດດແລະມີຄວາມສາມາດໃນການເຮັດການອັດສະຈັນ ເຂົາເຈົ້າກໍຢາກຕັ້ງເພິ່ນໃຫ້ເປັນກະສັດ. (ຢຮ. 6:14, 15) ນອກຈາກນັ້ນ ຊາຕານຍັງພະຍາຍາມລໍ້ໃຈເພິ່ນໂດຍສະເໜີທາງລັດໃຫ້ເພິ່ນເປັນຜູ້ປົກຄອງໂລກນີ້. (ມທ. 4:8, 9) ແມ່ນແຕ່ເປໂຕໝູ່ຄົນໜຶ່ງທີ່ພະເຢຊູສະໜິດທີ່ສຸດກໍໄດ້ບອກເພິ່ນວ່າບໍ່ຕ້ອງເຮັດໃຫ້ຊີວິດຂອງໂຕເອງລຳບາກໂດຍເວົ້າວ່າ: “ອາຈານ ອີ່ຕົນໂຕເອງແດ່.”—ມທ. 16:21, 22
8. ສິ່ງໃດຊ່ວຍພະເຢຊູໃຫ້ຈົດຈໍ່ກັບສິ່ງທີ່ສຳຄັນທີ່ສຸດ?
8 ສິ່ງໃດຊ່ວຍພະເຢຊູໃຫ້ຈົດຈໍ່ກັບສິ່ງທີ່ສຳຄັນທີ່ສຸດ? ມີ 3 ສິ່ງທີ່ຊ່ວຍເພິ່ນໄດ້. ສິ່ງທຳອິດ ພະເຢຊູຄິດຄືກັບພະເຢໂຫວາ. (ຢຮ. 8:28; 14:9) ສິ່ງທີ 2 ເພິ່ນຫຍຸ້ງຢູ່ກັບການປະກາດແລະການສອນ. (ມທ. 9:35) ສິ່ງທີ 3 ເພິ່ນຮູ້ວ່າອັນໃດສຳຄັນແທ້ໆ. ພະເຢຊູປະຕິເສດການລໍ້ໃຈຂອງຊາຕານຢ່າງໜັກແໜ້ນ. (ຢຮ. 4:34) ເພິ່ນຮູ້ວ່າເປໂຕແນະນຳດ້ວຍຄວາມຫວັງດີ ແຕ່ສິ່ງນັ້ນບໍ່ເປັນໄປຕາມຄວາມຄິດຂອງພະເຢໂຫວາ. (ມທ. 4:10; 16:23) ພະເຢຊູບໍ່ຍອມໃຫ້ຄວາມຄິດ ຄຳເວົ້າ ຫຼືການກະທຳຂອງຄົນອື່ນມາເຮັດໃຫ້ເພິ່ນບໍ່ຈົດຈໍ່ໃນການເຮັດຕາມຄວາມຕ້ອງການຂອງພະເຢໂຫວາ. ໃນທຸກມື້ນີ້ ສິ່ງທີ່ຂັດຂວາງເຮົາບໍ່ໃຫ້ເຮັດຕາມຄວາມຕ້ອງການຂອງພະເຢໂຫວາອາດແຕກຕ່າງຈາກສິ່ງທີ່ພະເຢຊູເຈິ. ແຕ່ຖ້າເຮົາເຮັດຕາມ 3 ສິ່ງຄືກັບທີ່ພະເຢຊູໄດ້ເຮັດ ເຮົາກໍຈະໃຫ້ພະເຢໂຫວາສຳຄັນທີ່ສຸດໃນຊີວິດຂອງເຮົາ.
ສິ່ງໃດຈະຊ່ວຍເຮົາໃຫ້ຈົດຈໍ່ກັບສິ່ງທີ່ສຳຄັນທີ່ສຸດ?
9. ເອເຟໂຊ 5:17 ບອກເຮົາໃຫ້ເຮັດຫຍັງ?
9 ຮຽນຮູ້ທີ່ຈະຄິດຄືກັບພະເຢໂຫວາ. ການເຮັດແບບນັ້ນຈະຊ່ວຍເຮົາ “ໃຫ້ພະຍາຍາມເຂົ້າໃຈວ່າພະເຢໂຫວາຕ້ອງການຫຍັງ.” (ອ່ານເອເຟໂຊ 5:17) ເຮົາສາມາດຮຽນຮູ້ວ່າອັນໃດທີ່ເຮັດໃຫ້ພະເຢໂຫວາພໍໃຈໂດຍການອ່ານຄຳພີໄບເບິນແລະຄິດຕຶກຕອງສິ່ງທີ່ອ່ານ. ເຖິງວ່າຄຳພີໄບເບິນບໍ່ໄດ້ເວົ້າເຈາະຈົງກ່ຽວກັບສະຖານະການທີ່ເຮົາເຈິ ແຕ່ເຮົາກໍສາມາດເຂົ້າໃຈວ່າພະເຢໂຫວາຢາກໃຫ້ເຮົາເຮັດຫຍັງ. ໂດຍວິທີໃດ? ໂດຍການອ່ານຄຳພີໄບເບິນເພື່ອຈະຮູ້ຈັກຄວາມຄິດຂອງພະເຢໂຫວາຫຼາຍຂຶ້ນແລະເອົາສິ່ງທີ່ໄດ້ຮຽນໄປໃຊ້.
10. ເຮົາຈະຮຽນຮູ້ທີ່ຈະຄິດຄືກັບພະເຢໂຫວາໄດ້ແນວໃດ?
10 ເຮົາສາມາດຮຽນຮູ້ທີ່ຈະຄິດຄືກັບພະເຢໂຫວາໄດ້ໂດຍອ່ານຄຳພີໄບເບິນແລະເບິ່ງວິທີທີ່ເພິ່ນປະຕິບັດຕໍ່ມະນຸດ. (ຢຣມ. 45:5) ເມື່ອເຮົາອ່ານເລື່ອງໃນຄຳພີໄບເບິນ ໃຫ້ຖາມໂຕເອງວ່າ: ‘ເລື່ອງນີ້ສອນຫຍັງຂ້ອຍກ່ຽວກັບພະເຢໂຫວາ? ຂ້ອຍຈະໃຊ້ເລື່ອງນີ້ແນວໃດເພື່ອຊ່ວຍຂ້ອຍໃຫ້ຄິດຄືກັບເພິ່ນ?’ ເຮົາຮູ້ວ່າຄວາມຄິດຂອງພະເຢໂຫວາເໜືອກວ່າຄວາມຄິດຂອງເຮົາຫຼາຍ. (ອຊຢ. 55:9) ສະນັ້ນ ເຮົາຈຶ່ງອະທິດຖານຂໍໃຫ້ເພິ່ນສອນເຮົາໃຫ້ຮູ້ວ່າເຮົາຈະເຮັດຕາມຄວາມຕ້ອງການຂອງເພິ່ນໄດ້ແນວໃດ. (ພສ. 143:10) ນອກຈາກນັ້ນ ເຮົາຍັງສາມາດອະທິດຖານຂໍໃຫ້ພະເຢໂຫວາຊ່ວຍເຮົາໃຫ້ເຂົ້າໃຈຄວາມຄິດຂອງເພິ່ນແລະຂໍໃຫ້ເຮົາຄິດຄືກັບເພິ່ນ.—1ຢຮ. 5:14
11. ພະເຢໂຫວາຢາກໃຫ້ເຮົາເຮັດຫຍັງ?
11 ເມື່ອເຮົາຮຽນຮູ້ທີ່ຈະຄິດຄືກັບພະເຢໂຫວາ ເຮົາຈະເຂົ້າໃຈວ່າເພິ່ນຢາກໃຫ້ເຮົາຈົດຈໍ່ກັບສິ່ງທີ່ສຳຄັນແທ້ໆເພື່ອສະແດງວ່າເຮົາກຽມພ້ອມສຳລັບຈຸດຈົບຂອງໂລກນີ້. (ມທ. 24:44) ເພິ່ນບໍ່ຢາກໃຫ້ເຮົາອຸກໃຈຫຼາຍໂພດຈົນຮູ້ສຶກທໍ້ໃຈ. (ມທ. 6:31, 32) ສະນັ້ນ ເມື່ອເຮົາອຸກໃຈກ່ຽວກັບສຸຂະພາບ ວຽກອາຊີບ ບ່ອນຢູ່ອາໄສ ເລື່ອງຄອບຄົວ ຫຼືເລື່ອງສ່ວນຕົວອື່ນໆ ພະເຢໂຫວາໃຫ້ຄຳແນະນຳທີ່ເປັນປະໂຫຍດເພື່ອຊ່ວຍເຮົາໄດ້. ເພິ່ນຍັງຢາກໃຫ້ເຮົາເພິ່ງສະຕິປັນຍາແລະກຳລັງຈາກເພິ່ນເພື່ອຊ່ວຍເຮົາໃຫ້ຮັບມືກັບບັນຫາຕ່າງໆໄດ້.—ພສ. 55:22; ສພສ. 3:5-7
12. ອັນໃດຈະຊ່ວຍເຮົາໃຫ້ມີຄວາມສຸກຢູ່ສະເໝີເຖິງວ່າມີເລື່ອງທີ່ບໍ່ດີເກີດຂຶ້ນໃນໂລກ? (ມັດທາຍ 5:3)
12 ຫຍຸ້ງຢູ່ກັບການຮັບໃຊ້ພະເຢໂຫວາສະເໝີ. ເຮົາທຸກຄົນຮູ້ສຶກກັງວົນກ່ຽວກັບສິ່ງທີ່ບໍ່ດີທີ່ເກີດຂຶ້ນໃນໂລກ ເຊິ່ງເຮົາຄວບຄຸມບໍ່ໄດ້. ສະນັ້ນ ໃຫ້ເຮົາຫຍຸ້ງຢູ່ກັບການຮັບໃຊ້ພະເຢໂຫວາຢູ່ສະເໝີ ຍ້ອນມັນຊ່ວຍເຮົາບໍ່ໃຫ້ກັງວົນຫຼາຍໂພດກ່ຽວກັບສິ່ງເຫຼົ່ານີ້. ຖ້າເຮົາເຮັດທຸກສິ່ງທີ່ເຮົາສາມາດເຮັດໄດ້ເພື່ອສະໜິດກັບພະເຢໂຫວາຕໍ່ໆໄປ ເຮົາກໍຈະມີຄວາມສຸກຍ້ອນພະເຢໂຫວາສ້າງເຮົາແບບນີ້. (ອ່ານມັດທາຍ 5:3) ເຮົາສາມາດຮູ້ຈັກພະເຢໂຫວາຫຼາຍຂຶ້ນໄດ້ໂດຍການອ່ານຄຳພີໄບເບິນແລະເຮັດທຸກສິ່ງທີ່ເຮັດໄດ້ໃນການຮັບໃຊ້ເພິ່ນ. ເມື່ອເຮົາເຮັດຈັ່ງຊີ້ ເຮົາກໍຈະເຮັດໃຫ້ພະເຢໂຫວາມີຄວາມສຸກ ຍ້ອນເຮົາກຳລັງໃຊ້ເວລາໃຫ້ເປັນປະໂຫຍດຫຼາຍທີ່ສຸດ.—ສພສ. 23:15
13. ເຮົາຈະ “ໃຊ້ເວລາໃຫ້ເປັນປະໂຫຍດຫຼາຍທີ່ສຸດ” ໄດ້ແນວໃດ?
13 ເຮົາທີ່ເປັນພະຍານພະເຢໂຫວາ ເຮົາຢາກ “ໃຊ້ເວລາໃຫ້ເປັນປະໂຫຍດຫຼາຍທີ່ສຸດ.” (ອຟຊ. 5:15, 16) ເຮົາຮູ້ວ່າຄຳພີໄບເບິນບໍ່ພຽງແຕ່ບອກເຮົາໃຫ້ຈັດເວລາໃຫ້ດີໃນແຕ່ລະມື້ເທົ່ານັ້ນ ແຕ່ຄຳພີໄບເບິນຍັງກະຕຸ້ນເຮົາໃຫ້ຄິດຄັກໆວ່າເຮົາຄວນໃຊ້ເວລາແນວໃດກ່ອນທີ່ພະເຢໂຫວາຈະທຳລາຍໂລກຊົ່ວນີ້. ເຮົາຈະໃຊ້ເວລາໃຫ້ເປັນປະໂຫຍດຫຼາຍທີ່ສຸດໄດ້ແນວໃດ? ຖ້າເຮົາໃຊ້ເວລາຫຼາຍໂພດໃນການຕິດຕາມຂ່າວທີ່ບໍ່ດີທີ່ກຳລັງເກີດຂຶ້ນ ມັນກໍຈະຍາດເວລາຂອງເຮົາ ເຮັດໃຫ້ເຮົາຮູ້ສຶກທໍ້ໃຈ ແລະບໍ່ມີຄວາມກະຕືລືລົ້ນໃນການຮັບໃຊ້ພະເຢໂຫວາ. ມັນຊິດີກວ່າຖ້າເຮົາກຳນົດເວລາວ່າຈະອ່ານ ເບິ່ງ ຫຼືຟັງຂ່າວຫຼາຍສ່ຳໃດ. ເມື່ອເຮັດແນວນີ້ ເຮົາກໍຈະບໍ່ກັງວົນຫຼາຍເກີນໄປ ແລະມີເວລາແລະກຳລັງຫຼາຍຂຶ້ນໃນການຮັບໃຊ້ພະເຢໂຫວາ. ນອກຈາກນັ້ນ ເຮົາກໍຈະມີເວລາຄິດກ່ຽວກັບວຽກປະກາດຫຼາຍຂຶ້ນ ເຊັ່ນ: ກັບໄປຢາມຜູ້ສົນໃຈຫຼາຍຂຶ້ນ. ເຮົາຮູ້ວ່າເປັນເລື່ອງສຳຄັນທີ່ຈະໃຊ້ທຸກໂອກາດເພື່ອຊ່ວຍຜູ້ຄົນໃຫ້ “ລອດແລະໄດ້ຮັບຄວາມຮູ້ທີ່ຖືກຕ້ອງເລື່ອງຄວາມຈິງ.”—1ຕມ. 2:4
14. ການຫຍຸ້ງຢູ່ກັບການຮັບໃຊ້ພະເຢໂຫວາຈະຊ່ວຍເຮົາແນວໃດ? (ເບິ່ງຮູບນຳ)
14 ເມື່ອເຮົາຫຍຸ້ງຢູ່ກັບການຮັບໃຊ້ພະເຢໂຫວາ ມັນກໍຈະຊ່ວຍເຮົາໃຫ້ຈື່ໄວ້ສະເໝີວ່າເປັນຫຍັງສິ່ງທີ່ບໍ່ດີຫຼາຍຢ່າງຈຶ່ງເກີດຂຶ້ນໃນໂລກ. ເຮົາຈະບໍ່ກັງວົນຫຼາຍເກີນໄປເມື່ອເຮົາເຫັນຄວາມບໍ່ສະຫງົບທາງການເມືອງ ບັນຫາເສດຖະກິດ ແລະໂລກລະບາດເກີດຂຶ້ນຢ່າງຕໍ່ເນື່ອງຍ້ອນເຮົາຮູ້ວ່າສິ່ງເຫຼົ່ານີ້ກຳລັງເກີດຂຶ້ນແທ້ຕາມທີ່ຄຳພີໄບເບິນໄດ້ບອກໄວ້. ແທນທີ່ຈະຢ້ານຫຼາຍເກີນໄປ ເຮົາຄວນໝັ້ນໃຈໃນຄຳສັນຍາທີ່ພະເຢໂຫວາບອກໄວ້ກ່ຽວກັບອະນາຄົດ. ກ່ອນຈະຮອດມື້ນັ້ນ ເຮົາສາມາດສະຫງົບໃຈໄດ້ເມື່ອເຮົາໝັ້ນໃຈຢູ່ສະເໝີວ່າພະເຢໂຫວາຈະຊ່ວຍເຮົາໃຫ້ອົດທົນໄດ້.—ພສ. 16:8; 112:1, 6-8
ໃຫ້ຫຍຸ້ງຢູ່ກັບການຮັບໃຊ້ພະເຢໂຫວາສະເໝີ ເຖິງວ່າມີສິ່ງທີ່ບໍ່ດີຫຼາຍຢ່າງເກີດຂຶ້ນໃນໂລກ (ເບິ່ງຂໍ້ 14)b
15. ຕາມ 1 ເປໂຕ 4:7 ເຮົາຄວນເຮັດຫຍັງແລະຍ້ອນຫຍັງ?
15 ເບິ່ງໃຫ້ອອກວ່າອັນໃດເປັນສິ່ງທີ່ສຳຄັນແທ້ໆ. ຫຼາຍຄົນໃນທຸກມື້ນີ້ສົນໃຈແຕ່ເລື່ອງຄວາມມ່ວນຊື່ນເຮຮາ ແລະບໍ່ໄດ້ສົນໃຈຄວາມຈິງທີ່ວ່າໂລກນີ້ໃກ້ຈະເຖິງຈຸດຈົບແລ້ວ. ມັນບໍ່ຜິດທີ່ຈະມ່ວນຊື່ນ ແຕ່ເຮົາຕ້ອງມີ “ສະຕິ” ຢູ່ສະເໝີເພື່ອເຮົາຈະບໍ່ຄິດຄືກັບຄົນໃນໂລກນີ້. (ອ່ານ 1 ເປໂຕ 4:7) ນີ້ໝາຍຄວາມວ່າແນວໃດ? ໝາຍຄວາມວ່າເຮົາຕ້ອງມີສະຕິຫຼາຍຂຶ້ນເຊິ່ງຈະຊ່ວຍເຮົາບໍ່ໃຫ້ໃຊ້ເວລາແລະກຳລັງຫຼາຍໂພດໄປກັບຄວາມມ່ວນຊື່ນແລະຊ່ວຍເຮົາໃຫ້ຕັດສິນໃຈໄດ້ຢ່າງຖືກຕ້ອງ. ເມື່ອເຮົາໃຊ້ເວລາຂອງເຮົາຢ່າງສະຫຼາດ ເຮົາກໍສະແດງໃຫ້ເຫັນວ່າເຮົາຄິດຄືກັບພະເຢໂຫວາແລະເຂົ້າໃຈວ່າອັນໃດເປັນສິ່ງທີ່ສຳຄັນແທ້ໆ.—2ຕມ. 1:7
16. ພະເຢຊູຈົດຈໍ່ຢູ່ກັບຫຍັງຕອນທີ່ເພິ່ນໃກ້ຊິຕາຍ?
16 ພະເຢຊູຈື່ໄວ້ສະເໝີວ່າອັນໃດແມ່ນສິ່ງທີ່ສຳຄັນທີ່ສຸດ. ໃນເວລາທີ່ຍາກຫຼາຍກ່ອນທີ່ເພິ່ນຈະຕາຍ ເພິ່ນຈົດຈໍ່ຢ່າງເຕັມທີໃນການຮັກສາຄວາມພັກດີແລະໃຫ້ຄວາມຕ້ອງການຂອງພະເຢໂຫວາສຳເລັດ. ຍ້ອນແນວນີ້ເພິ່ນຈຶ່ງອະທິດຖານຢ່າງຈິງຈັງ. ພະເຢຊູເຝົ້າລະວັງຢູ່ສະເໝີ ແຕ່ພວກລູກສິດຂອງເພິ່ນພັດພາກັນນອນຫຼັບຍ້ອນເຂົາເຈົ້າ “ເສົ້າໃຈຫຼາຍຈົນໝົດແຮງ.”—ລກ. 22:39-46; ຢຮ. 19:30
17. ເປັນຫຍັງຫຼາຍຄົນຈຶ່ງໃຊ້ສື່ສັງຄົມອອນລາຍ ແຕ່ມັນເຮັດໃຫ້ເຂົາເຈົ້າເປັນແນວໃດ? (ເບິ່ງຮູບນຳ)
17 ຄືກັບພວກລູກສິດຂອງພະເຢຊູ ບາງເທື່ອເຮົາອາດຮູ້ສຶກເສົ້າໃຈ. ເຫດການຕ່າງໆທີ່ກຳລັງເກີດຂຶ້ນໃນສະໄໝສຸດທ້າຍອາດເຮັດໃຫ້ເຮົາຮູ້ສຶກກັງວົນໄດ້. ເພື່ອຈະລືມບັນຫາ ຫຼາຍຄົນໃນທຸກມື້ນີ້ໃຊ້ເວລາໄປກັບສື່ສັງຄົມອອນລາຍ. ເຂົາເຈົ້າໃຊ້ມັນເພື່ອຕິດຕໍ່ກັບໝູ່ແລະຄອບຄົວທີ່ຢູ່ທົ່ວໂລກແລະໃຊ້ເພື່ອສົ່ງຮູບ ສົ່ງຂໍ້ມູນຂ່າວສານແລະອື່ນໆ. ນອກຈາກນັ້ນ ເຂົາເຈົ້າຍັງໃຊ້ສື່ສັງຄົມອອນລາຍເພື່ອເບິ່ງໜັງ ຟັງເພງ ແລະຫຼິ້ນເກມ. ແຕ່ສື່ສັງຄົມອອນລາຍກໍມັກຈະມີສິ່ງໃໝ່ໆຫຼາຍຢ່າງໃຫ້ເບິ່ງແລະໃຫ້ອ່ານເລື້ອຍໆເຊິ່ງເຮັດໃຫ້ເຂົາເຈົ້າຕ້ອງໃຊ້ເວລາແລະກຳລັງໄປກັບມັນຫຼາຍໃນແຕ່ລະມື້. ເພື່ອຊ່ວຍເຮົາໃຫ້ມີຄວາມຄິດທີ່ຖືກຕ້ອງໃນການໃຊ້ສື່ສັງຄົມອອນລາຍ ໃຫ້ຖາມໂຕເອງວ່າ: ‘ການໃຊ້ສື່ສັງຄົມອອນລາຍເຮັດໃຫ້ຂ້ອຍຮູ້ສຶກສົດຊື່ນຂຶ້ນບໍ ຫຼືມັນເຮັດໃຫ້ຂ້ອຍບໍ່ຈົດຈໍ່ກັບສິ່ງທີ່ສຳຄັນແທ້ໆ?’
ການມີສະຕິທີ່ດີຈະຊ່ວຍເຮົາບໍ່ໃຫ້ສື່ສັງຄົມອອນລາຍ ຄວາມບັນເທີງ ແລະການພັກຜ່ອນຢ່ອນໃຈມາຍາດເວລາຂອງເຮົາໄປ (ເບິ່ງຂໍ້ 17)
18. ເປັນຫຍັງເຮົາຕ້ອງມີສະຕິທີ່ດີເມື່ອເລືອກຄວາມບັນເທີງ?
18 ເຮົາຕ້ອງມີສະຕິທີ່ດີຕອນທີ່ເຮົາເບິ່ງໜັງ ເບິ່ງລາຍການຕ່າງໆໃນໂທລະທັດ ເບິ່ງວິດີໂອສັ້ນໃນອິນເຕີເນັດ ຫຼືຫຼິ້ນວິດີໂອເກມ. ສິ່ງເຫຼົ່ານີ້ເຮັດໃຫ້ເຮົາມ່ວນແລະຊ່ວຍເຮົາໃຫ້ຜ່ອນຄາຍໄດ້. ແຕ່ເຮົາຕ້ອງມີສະຕິເມື່ອເຮົາເລືອກວ່າຈະເບິ່ງຄວາມບັນເທີງແບບໃດແລະໃຊ້ເວລາຫຼາຍສ່ຳໃດ. ຕົວຢ່າງເຊັ່ນ: ເມື່ອເຮົາເບິ່ງວິດີໂອໜຶ່ງຈົບແລ້ວ ກໍຈະມີວິດີໂອໃໝ່ຂຶ້ນມາ ແລະມັນເຮັດໃຫ້ເຮົາຢາກເບິ່ງຕໍ່ໄປເລື້ອຍໆເຊິ່ງບາງວິດີໂອອາດຈະມີຄວາມຮຸນແຮງຫຼືການເຮັດຜິດສິນລະທຳ. ເລື່ອງນີ້ເກີດຂຶ້ນກັບພີ່ນ້ອງຊາຍຄົນໜຶ່ງທີ່ຢູ່ອາຊີ. ຕອນທຳອິດ ລາວເບິ່ງຕົວຢ່າງໜັງບາງເລື່ອງໃນແອັບໜຶ່ງທາງອອນລາຍ. ຕໍ່ມາ ລາວກໍເບິ່ງຄລິບໜັງເລື່ອງອື່ນໆທີ່ຂຶ້ນມາໃຫ້ເບິ່ງຕໍ່ໄປເລື້ອຍໆ. ຈາກນັ້ນ ລາວກໍເລີ່ມເບິ່ງສາກທີ່ຜິດສິນລະທຳ. ໃນທີ່ສຸດ ລາວກໍເລີ່ມເບິ່ງສື່ລາມົກ. ແຕ່ຍ້ອນໄດ້ຮັບຄວາມຊ່ວຍເຫຼືອຈາກຜູ້ເບິ່ງແຍງແລະໝູ່ສະໜິດ ລາວຈຶ່ງຕັດສິນໃຈລຶບແອັບຕ່າງໆຖິ້ມ ແລະກຳນົດເວລາໃນການຫຼິ້ນໂທລະສັບ. ເລື່ອງນີ້ສອນເຮົາວ່າເປັນເລື່ອງສຳຄັນແທ້ໆທີ່ເຮົາຕ້ອງມີສະຕິເມື່ອເລືອກຄວາມບັນເທີງ.
19. ຖ້າເຮົາໝົກມຸ້ນຢູ່ແຕ່ກັບການພັກຜ່ອນຢ່ອນໃຈຈະເປັນແນວໃດ?
19 ເຮົາຕ້ອງຄິດດີໆຕອນທີ່ເລືອກການພັກຜ່ອນຢ່ອນໃຈແລະການໄປທ່ຽວ. ເຮົາທຸກຄົນຕ້ອງມີມື້ພັກຜ່ອນແລະມີເວລາຜ່ອນຄາຍແດ່ ເພາະມັນຈະເຮັດໃຫ້ເຮົາມີຄວາມສຸກແລະມີສຸຂະພາບແຂງແຮງ. ແຕ່ຖ້າເຮົາໝົກມຸ້ນຢູ່ແຕ່ກັບເລື່ອງເຫຼົ່ານີ້ ເຮົາກໍຈະບໍ່ມີເວລາເຮັດສິ່ງທີ່ສຳຄັນກວ່າ. (ຟລປ. 1:10) ເຮົາທຸກຄົນຕ້ອງຕັດສິນໃຈເອົາເອງວ່າເຮົາຈະເຮັດຫຍັງແລະໃຊ້ເວລາກັບມັນຫຼາຍສ່ຳໃດ. ຕອນທີ່ເຮົາຕັດສິນໃຈກ່ຽວກັບເລື່ອງເຫຼົ່ານີ້ໃຫ້ຖາມໂຕເອງວ່າ: ‘ເວລາທີ່ຂ້ອຍໃຊ້ໄປກັບການພັກຜ່ອນຢ່ອນໃຈແລະການໄປທ່ຽວສະແດງໃຫ້ເຫັນບໍວ່າຂ້ອຍມີສະຕິທີ່ດີ? ຂ້ອຍເຮັດໃຫ້ເຫັນບໍວ່າອັນໃດເປັນສິ່ງທີ່ສຳຄັນແທ້ໆແລະກຽມໂຕໃຫ້ພ້ອມສຳລັບ “ຈຸດຈົບຂອງທຸກສິ່ງ”?’—1ປຕ. 4:7
20. ເຮົາຈະໄດ້ຮັບປະໂຫຍດຫຍັງເມື່ອເຮົາບໍ່ຍອມໃຫ້ສິ່ງໃດມາຂັດຂວາງເຮົາຈາກການເຮັດກິດຈະກຳທາງຄວາມເຊື່ອ?
20 ເຮົາຈະໄດ້ຮັບປະໂຫຍດຫຼາຍຖ້າເຮົາບໍ່ຍອມໃຫ້ສິ່ງໃດມາຂັດຂວາງເຮົາຈາກການເຮັດກິດຈະກຳທາງຄວາມເຊື່ອ. (ອຊຢ. 48:17) ເຮົາຈະອົດທົນກັບບັນຫາຕ່າງໆໃນຊີວິດໄດ້ຖ້າເຮົາໃຫ້ພະເຢໂຫວາຊ່ວຍ. ເຮົາຈະບໍ່ກັງວົນຫຼາຍເກີນໄປກັບສິ່ງບໍ່ດີທີ່ເກີດຂຶ້ນໃນໂລກ ແລະເຮົາຈະບໍ່ໃຊ້ເວລາຫຼາຍເກີນໄປກັບການພັກຜ່ອນຢ່ອນໃຈ. ສະນັ້ນ ຂໍໃຫ້ເຮົາຕັ້ງໃຈຕໍ່ໆໄປທີ່ຈະຄິດຄືກັບພະເຢໂຫວາ ຫຍຸ້ງຢູ່ກັບການຮັບໃຊ້ເພິ່ນສະເໝີ ແລະເບິ່ງໃຫ້ອອກວ່າອັນໃດເປັນສິ່ງທີ່ສຳຄັນແທ້ໆ. ເມື່ອເຮັດແນວນີ້ ເຮົາກໍຈະສາມາດຈົດຈໍ່ຢູ່ກັບສິ່ງທີ່ສຳຄັນທີ່ສຸດແລະສາມາດ “ຍຶດໝັ້ນກັບຊີວິດແທ້ໄວ້ໄດ້.”—1ຕມ. 6:19
ເພງທີ 129 ເຮົາຈະອົດທົນຕໍ່ໄປ
a ການອະທິບາຍຄຳສັບ: ກິດຈະກຳທາງຄວາມເຊື່ອລວມເຖິງສິ່ງທີ່ກ່ຽວຂ້ອງກັບການນະມັດສະການພະເຢໂຫວາ ເຊັ່ນ: ການອ່ານແລະຄົ້ນຄວ້າຄຳພີໄບເບິນ ການປະຊຸມ ການນະມັດສະການປະຈຳຄອບຄົວ ແລະການປະກາດ. ກິດຈະກຳທາງຄວາມເຊື່ອຍັງລວມເຖິງການເບິ່ງແຍງຮັກສາແລະສ້າງຫໍປະຊຸມ ຊ່ວຍວຽກບັນເທົາທຸກ ອາສາສະໝັກຊ່ວຍວຽກປະຊຸມໃຫຍ່ ຫຼືຮັບໃຊ້ຢູ່ເບເທນ.
b ຄຳອະທິບາຍຮູບ: ຜົວເມຍຄູ່ໜຶ່ງຫຍຸ້ງຢູ່ກັບການປະກາດຂ່າວດີແທນທີ່ຈະກັງວົນຫຼາຍເກີນໄປກັບສິ່ງທີ່ບໍ່ດີຫຼາຍຢ່າງທີ່ເກີດຂຶ້ນໃນໂລກ.