ຄຳພີໄບເບິນປ່ຽນຊີວິດຄົນ
ເຂົາເຈົ້າພົບ ‘ໄຂ່ມຸກທີ່ມີຄ່າຫຼາຍ’
ພະເຢຊູສອນວ່າການປົກຄອງຂອງພະເຈົ້າຈະແກ້ໄຂບັນຫາທຸກຢ່າງຂອງມະນຸດ. (ມັດທາຍ 6:10) ໃນມັດທາຍ 13:44-46 ເພິ່ນໄດ້ຍົກຕົວຢ່າງສອງເລື່ອງຕໍ່ໄປນີ້ເພື່ອສະແດງໃຫ້ເຫັນຄຸນຄ່າຂອງຄວາມຈິງກ່ຽວກັບການປົກຄອງຂອງພະເຈົ້າ:
ຜູ້ຊາຍຄົນໜຶ່ງກຳລັງເຮັດວຽກຢູ່ທົ່ງນາແລະພົບສົມບັດທີ່ເຊື່ອງໄວ້ໂດຍບໍ່ຄາດຄິດ.
ພໍ່ຄ້າທີ່ເດີນທາງຕາມຫາໄຂ່ມຸກເມັດທີ່ງາມໆໄດ້ພົບໄຂ່ມຸກເມັດໜຶ່ງທີ່ມີຄ່າຫຼາຍ.
ຜູ້ຊາຍທັງສອງຄົນຍິນດີຂາຍທຸກສິ່ງທີ່ໂຕເອງມີເພື່ອໄປຊື້ສົມບັດທີ່ໂຕເອງພົບ. ຜູ້ຊາຍສອງຄົນນີ້ເປັນຕົວຢ່າງຂອງຜູ້ຄົນທີ່ເຫັນຄຸນຄ່າການປົກຄອງຂອງພະເຈົ້າຫຼາຍຈົນເຂົາເຈົ້າເສຍສະລະຫຼາຍແທ້ໆເພື່ອໃຫ້ໄດ້ພອນຈາກການປົກຄອງຂອງພະເຈົ້າ. (ລູກາ 18:29, 30) ໃນວິດີໂອນີ້ ຂໍໃຫ້ເບິ່ງເລື່ອງລາວຂອງສອງຄົນທີ່ເປັນຄືກັບຜູ້ຊາຍໃນຕົວຢ່າງຂອງພະເຢຊູ.