ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ15 15/10 ໜ້າ 30-32
  • “ຄົນ​ຊື່​ກໍ​ເຊື່ອ​ຖ້ອຍຄຳ​ທຸກ​ຂໍ້”

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • “ຄົນ​ຊື່​ກໍ​ເຊື່ອ​ຖ້ອຍຄຳ​ທຸກ​ຂໍ້”
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເຈົ້າ​ມັກ​ສົ່ງ​ຕໍ່​ອີເມວ​ເລື້ອຍໆບໍ?
  • ສະແດງ​ຄວາມ​ນັບຖື​ຕໍ່​ຄົນ​ອື່ນ
  • ເຈົ້າ​ມີ​ຂໍ້​ມູນ​ຄວາມ​ຈິງ​ທີ່​ເຊື່ອ​ຖື​ໄດ້​ບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
ຫ15 15/10 ໜ້າ 30-32
ຜູ້​ຊາຍ​ຄົນ​ໜຶ່ງ​ເບິ່ງ​ໜ້າ​ຈໍ​ຄອມພິວເຕີ​ແບບ​ໃຊ້​ຄວາມ​ຄິດ

“ຄົນ​ຊື່ ກໍ​ເຊື່ອ​ຖ້ອຍຄຳ​ທຸກ​ຂໍ້”

“ຄົນ​ໂງ່​ແມ່ນ​ຄົນ​ທີ່​ບໍ່​ເຄີຍ​ອ່ານ​ໜັງສື​ພິມ​ເລີຍ ແຕ່​ຄົນ​ທີ່​ອ່ານ​ແລ້ວ​ເຊື່ອ​ທຸກ​ສິ່ງ​ໃນ​ໜັງສື​ພິມ​ກໍ​ເປັນ​ຄົນ​ທີ່​ໂງ່​ກວ່າ​ອີກ.”—ເອົາ​ກຸດ​ສ ວົນ ສະ​ໂລ​ຊາ ນັກ​ປະຫວັດສາດ​ແລະ​ນັກ​ຂຽນ​ຄົນ​ເຢຍລະມັນ (1735-1809).

ຫຼາຍ​ກວ່າ 200 ປີ​ມາ​ແລ້ວ ຄົນ​ເຮົາ​ບໍ່​ສາມາດ​ວາງໃຈ​ທຸກ​ສິ່ງ​ທີ່​ຂຽນ​ໃນ​ໜັງສື​ພິມ. ທຸກ​ມື້​ນີ້ ເຮົາ​ບໍ່​ສາມາດ​ເຊື່ອ​ທຸກ​ສິ່ງ​ທີ່​ເຮົາ​ອ່ານ​ຫຼື​ເຫັນ​ໃນ​ອິນເຕີເນັດ. ມີ​ຂໍ້​ມູນ​ທາງ​ອອນ​ລາຍ​ຈຳນວນ​ຫຼວງ​ຫຼາຍ ແລະ​ເຕັກໂນໂລຊີ​ສະໄໝ​ໃໝ່​ເຮັດ​ໃຫ້​ເຮົາ​ຊອກ​ຫາ​ຂໍ້​ມູນ​ເຫຼົ່າ​ນັ້ນ​ໄດ້​ງ່າຍ. ຂໍ້​ມູນ​ສ່ວນ​ຫຼາຍ​ເປັນ​ຄວາມ​ຈິງ ເປັນ​ປະໂຫຍດ ແລະ​ບໍ່​ມີ​ພິດ​ໄພ ແຕ່​ກໍ​ມີ​ຂໍ້​ມູນ​ສ່ວນ​ຫຼາຍ​ທີ່​ບໍ່​ເປັນ​ຄວາມ​ຈິງ ບໍ່​ເປັນ​ປະໂຫຍດ ແລະ​ມີ​ພິດ​ໄພ. ດັ່ງ​ນັ້ນ ເຮົາ​ຕ້ອງ​ເລືອກ​ຢ່າງ​ລະ​ມັດ​ລະວັງ​ໃນ​ສິ່ງ​ທີ່​ເຮົາ​ອ່ານ. ເມື່ອ​ເລີ່ມ​ໃຊ້​ອິນເຕີເນັດ ບາງ​ຄົນ​ອາດ​ຄິດ​ວ່າ​ການ​ລາຍງານ​ຂ່າວ​ຈະ​ຕ້ອງ​ເປັນ​ຄວາມ​ຈິງ​ເພາະ​ຂ່າວ​ນັ້ນ​ຢູ່​ໃນ​ອິນເຕີເນັດ​ຫຼື​ເພາະ​ໝູ່​ໄດ້​ສົ່ງ​ໃຫ້​ທາງ​ອີເມວ. ເຂົາ​ເຈົ້າ​ອາດ​ຈະ​ເຊື່ອ​ເລື່ອງ​ນັ້ນ​ເຖິງ​ວ່າ​ເປັນ​ເລື່ອງ​ທີ່​ແປກ​ຫຼາຍ. ແຕ່​ຄຳພີ​ໄບເບິນ​ເຕືອນ​ເຮົາ​ວ່າ: “ຄົນ​ຊື່​ກໍ​ເຊື່ອ​ຖ້ອຍຄຳ​ທຸກ​ຂໍ້ ແຕ່​ວ່າ​ຄົນ​ຮູ້ [ຄົນ​ສະຫຼາດ] ກໍ​ຄອຍ​ລະວັງ​ບາດ​ຕີນ​ແຫ່ງ​ຕົນ.”—ສຸພາສິດ 14:15

ກົງ​ກັນ​ຂ້າມ​ກັບ​ຄົນ​ຊື່​ຫຼື​ຄົນ​ໂງ່​ທີ່​ເຊື່ອ​ທຸກ​ສິ່ງ​ທີ່​ໄດ້​ຍິນ ກໍ​ແມ່ນ​ຄົນ​ສະຫຼາດ. ເມື່ອ​ເຮົາ​ເປັນ​ຄົນ​ສະຫຼາດ ເຮົາ​ລະວັງ​ແລະ​ເຊື່ອ​ສະເພາະ​ສິ່ງ​ທີ່​ຮູ້​ວ່າ​ເປັນ​ຄວາມ​ຈິງ​ເທົ່າ​ນັ້ນ. ເຮົາ​ຈະ​ບໍ່​ຫຼົງ​ກົນ​ແລະ​ເຊື່ອ​ເລື່ອງ​ທີ່​ບໍ່​ຈິງ​ເຊິ່ງ​ເຮົາ​ອ່ານ​ໃນ​ອິນເຕີເນັດ ເຖິງ​ວ່າ​ອາດ​ຈະ​ມີ​ຄົນ​ນິຍົມ​ເລື່ອງ​ນັ້ນ​ຫຼາຍ​ກໍ​ຕາມ. ເຈົ້າ​ຈະ​ເປັນ​ຄົນ​ສະຫຼາດ​ໄດ້​ແນວ​ໃດ? ທຳອິດ ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ເລື່ອງ​ນັ້ນ​ມາ​ຈາກ​ເວັບໄຊ​ທາງ​ການ​ທີ່​ເຊື່ອ​ຖື​ໄດ້​ບໍ? ຫຼື​ມາ​ຈາກ​ເວັບໄຊ​ທີ່​ອະນຸຍາດ​ໃຫ້​ໃຜ​ກໍ​ຕາມ​ຂຽນ​ຄວາມ​ຄິດ​ເຫັນ​ຂອງ​ຕົນ​ລົງ​ໄດ້ ຫຼື​ມາ​ຈາກ​ແຫຼ່ງ​ທີ່​ບໍ່​ຮູ້​ທີ່​ມາ​ດ້ວຍ​ຊ້ຳ​ບໍ? ເວັບໄຊ​ທີ່​ໜ້າ​ເຊື່ອ​ຖື​ໄດ້​ສະແດງ​ໃຫ້​ເຫັນ​ແລ້ວ​ບໍ​ວ່າ​ເລື່ອງ​ນັ້ນ​ບໍ່​ແມ່ນ​ຄວາມ​ຈິງ?’a ຈາກ​ນັ້ນ ໃຫ້​ໃຊ້ “ສະຕິ” ທີ່​ດີ. (ສຸພາສິດ 7:7) ຖ້າ​ຫົວ​ຂໍ້​ຂ່າວ​ເບິ່ງ​ຄື​ວ່າ​ເປັນ​ຕາ​ເຫຼືອ​ເຊື່ອ ບາງ​ທີ​ມັນ​ອາດ​ຈະ​ເຫຼືອ​ເຊື່ອ​ແທ້ໆ. ນອກ​ຈາກ​ນັ້ນ ເມື່ອ​ເຈົ້າ​ອ່ານ​ຂ່າວ​ທີ່​ຂຽນ​ໃນ​ແງ່​ລົບ​ໃຫ້​ຄົນ​ອື່ນ ໃຫ້​ຄິດ​ເບິ່ງ​ວ່າ​ແມ່ນ​ໃຜ​ຈະ​ໄດ້​ຮັບ​ປະໂຫຍດ​ຖ້າ​ເລື່ອງ​ນີ້​ແພ່​ອອກ​ໄປ​ແລະ​ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ຕ້ອງການ​ແພ່​ເລື່ອງ​ນີ້​ອອກ​ໄປ.

ເຈົ້າ​ມັກ​ສົ່ງ​ຕໍ່​ອີເມວ​ເລື້ອຍໆບໍ?

ບາງ​ຄົນ​ອາດ​ສົ່ງ​ຕໍ່​ຂ່າວ​ໄປ​ໃຫ້​ທຸກ​ຄົນ​ທີ່​ຢູ່​ໃນ​ລາຍ​ຊື່​ຕິດ​ຕໍ່​ໃນ​ອີເມວ​ຂອງ​ເຂົາ​ເຈົ້າ​ໂດຍ​ບໍ່​ກວດ​ເບິ່ງ​ວ່າ​ເລື່ອງ​ນັ້ນ​ເປັນ​ຄວາມ​ຈິງ​ຫຼື​ບໍ່ ຫຼື​ບໍ່​ໄດ້​ຄິດ​ເຖິງ​ສິ່ງ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ຫຼັງ​ຈາກ​ທີ່​ສົ່ງ​ຂ່າວ​ນັ້ນ​ອອກ​ໄປ. ບາງ​ທີ​ຍ້ອນ​ເຂົາ​ເຈົ້າ​ຕ້ອງການ​ໃຫ້​ຄົນ​ອື່ນ​ສົນ​ໃຈ​ຕະຫຼອດ​ເວລາ​ແລະ​ຕ້ອງການ​ເປັນ​ຄົນ​ທຳອິດ​ທີ່​ແພ່​ຂ່າວ​ອອກ​ໄປ. (2 ຊາເມືອນ 13:28-33) ແຕ່​ຄົນ​ສະຫຼາດ​ຈະ​ຄິດ​ກ່ຽວ​ກັບ​ຜົນ​ເສຍຫາຍ​ຈາກ​ການ​ເຮັດ​ແບບ​ນີ້. ຕົວຢ່າງ​ເຊັ່ນ: ການ​ແພ່​ເລື່ອງ​ອອກ​ໄປ​ສາມາດ​ທຳລາຍ​ຊື່ສຽງ​ຂອງ​ຄົນ​ຜູ້​ໜຶ່ງ​ຫຼື​ອົງການ​ໃດ​ໜຶ່ງ​ກໍ​ໄດ້.

ຄົນ​ທີ່​ສົ່ງ​ຂ່າວ​ອອກ​ໄປ​ອາດ​ບໍ່​ໄດ້​ກວດ​ເບິ່ງ​ວ່າ​ມັນ​ເປັນ​ຄວາມ​ຈິງ​ຫຼື​ບໍ່ ເພາະ​ການ​ເຮັດ​ແບບ​ນັ້ນ​ຕ້ອງ​ໃຊ້​ເວລາ​ແລະ​ຄວາມ​ພະຍາຍາມ. ລາວ​ອາດ​ຄິດ​ວ່າ​ຄົນ​ທີ່​ໄດ້​ຮັບ​ສາມາດ​ກວດ​ເບິ່ງ​ເອງ​ໄດ້. ແຕ່​ເວລາ​ຂອງ​ຄົນ​ເຫຼົ່າ​ນັ້ນ​ກໍ​ມີ​ຄ່າ​ຄື​ກັນ. (ເອເຟດ 5:15, 16) ດັ່ງ​ນັ້ນ ແທນ​ທີ່​ຈະ​ສົ່ງ​ສິ່ງ​ຕ່າງໆທີ່​ເຮົາ​ບໍ່​ແນ່​ໃຈ ດີ​ກວ່າ​ທີ່​ຈະ​ຄິດ​ວ່າ: “ຖ້າ​ຂ້ອຍ​ສົງໄສ​ໃນ​ເລື່ອງ​ນັ້ນ ຂ້ອຍ​ຄວນ​ລຶບ​ມັນ​ຖິ້ມ​ທັນທີ!”

ໃຫ້​ຖາມ​ຕົວ​ເອງ​ວ່າ: ‘ຂ້ອຍ​ມັກ​ສົ່ງ​ຕໍ່​ອີເມວ​ເລື້ອຍໆບໍ? ຂ້ອຍ​ເຄີຍ​ຂໍ​ໂທດ​ຄົນ​ທີ່​ຢູ່​ໃນ​ລາຍ​ຊື່​ຕິດ​ຕໍ່​ໃນ​ອີເມວ​ຂອງ​ຂ້ອຍ​ບໍ ຍ້ອນ​ໄດ້​ສົ່ງ​ຂໍ້​ມູນ​ທີ່​ຜິດ​ຫຼື​ເຖິງ​ຂັ້ນ​ຕົວະ​ໄປ​ໃຫ້​ເຂົາ​ເຈົ້າ? ມີ​ຄົນ​ເຄີຍ​ຂໍ​ໃຫ້​ຂ້ອຍ​ເຊົາ​ສົ່ງ​ຕໍ່​ອີເມວ​ບໍ?’ ຂໍ​ໃຫ້​ຈື່​ວ່າ​ຖ້າ​ໝູ່​ຂອງ​ເຈົ້າ​ມີ​ອີເມວ ເຂົາ​ເຈົ້າ​ກໍ​ສາມາດ​ໃຊ້​ອິນເຕີເນັດ​ແລະ​ບໍ່​ຈຳເປັນ​ຕ້ອງ​ໃຫ້​ເຈົ້າ​ຊ່ວຍ​ຊອກ​ຫາ​ສິ່ງ​ທີ່​ເຂົາ​ເຈົ້າ​ສົນ​ໃຈ. ເຂົາ​ເຈົ້າ​ບໍ່​ຕ້ອງການ​ຮັບ​ອີເມວ​ຈຳນວນ​ຫຼາຍ​ເຊິ່ງ​ໃນ​ນັ້ນ​ລວມ​ມີ​ເລື່ອງ​ຕະຫຼົກ ວິດີໂອ ຫຼື​ຮູບ​ຕ່າງໆ. ເປັນ​ເລື່ອງ​ທີ່​ບໍ່​ເໝາະ​ສົມ​ທີ່​ຈະ​ສົ່ງ​ຕໍ່​ບັນທຶກ​ສຽງ​ຫຼື​ການ​ຈົດ​ບັນທຶກ​ລາຍ​ລະອຽດ​ຂອງ​ຄຳ​ບັນລະຍາຍ​ທີ່​ອາໄສ​ຄຳພີ​ໄບເບິນ​ເປັນ​ຫຼັກ.b ຢ່າ​ລືມ​ວ່າ​ຖ້າ​ຄົນ​ໃດ​ຄົນ​ໜຶ່ງ​ຄົ້ນ​ຄວ້າ​ເອງ ເບິ່ງ​ຂໍ້​ພະ​ຄຳພີ​ເອງ ຫຼື​ກຽມ​ຄຳຕອບ​ດ້ວຍ​ຕົວ​ເອງ​ສຳລັບ​ການ​ປະຊຸມ ຄົນ​ນັ້ນ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ກວ່າ​ທີ່​ເຈົ້າ​ສົ່ງ​ຂໍ້​ມູນ​ໃຫ້​ລາວ.

ຜູ້​ຊາຍ​ຄົນ​ໜຶ່ງ​ນັ່ງ​ຢູ່​ຕໍ່​ໜ້າ​ຄອມພິວເຕີ​ແລະ​ຄິດ​ວ່າ​ໝູ່​ຂອງ​ລາວ​ອາດ​ມີ​ທ່າທີ​ແນວ​ໃດ​ຖ້າ​ລາວ​ສົ່ງ​ຕໍ່​ອີເມວ​ທີ່​ໜ້າ​ຕື່ນ​ເຕັ້ນ​ໄປ​ໃຫ້​ເຂົາ​ເຈົ້າ

ຂ້ອຍ​ຄວນ​ສົ່ງ​ຕໍ່​ອີເມວ​ນີ້​ໃຫ້​ຄົນ​ອື່ນ​ບໍ?

ເຈົ້າ​ຄວນ​ເຮັດ​ແນວ​ໃດ​ຖ້າ​ພົບ​ບາງ​ເລື່ອງ​ໃນ​ອິນເຕີເນັດ​ທີ່​ເວົ້າ​ຕົວະ​ໃສ່​ຮ້າຍ​ຕໍ່​ອົງການ​ຂອງ​ພະ​ເຢໂຫວາ? ໃຫ້​ປະຕິເສດ​ເລື່ອງ​ນັ້ນ​ທັນທີ! ຢ່າ​ເຊື່ອ​ເລື່ອງ​ເຫຼົ່າ​ນັ້ນ. ບໍ່​ສະຫຼາດ​ແທ້ໆທີ່​ຈະ​ສົ່ງ​ບອກ​ເລື່ອງ​ທີ່​ເຈົ້າ​ອ່ານ​ນັ້ນ​ກັບ​ຄົນ​ອື່ນ​ແລະ​ຂໍ​ຄວາມ​ຄິດ​ເຫັນ​ຈາກ​ເຂົາ​ເຈົ້າ ເພາະ​ນັ້ນ​ຈະ​ເປັນ​ການ​ແພ່​ຂໍ້​ມູນ​ທີ່​ເປັນ​ອັນຕະລາຍ​ໃຫ້​ກະຈາຍ​ອອກ​ໄປ​ຕື່ມ​ອີກ. ຖ້າ​ບາງ​ເລື່ອງ​ທີ່​ເຈົ້າ​ເຫັນ​ໃນ​ອິນເຕີເນັດ​ລົບກວນ​ເຈົ້າ ໃຫ້​ຂໍ​ສະຕິ​ປັນຍາ​ຈາກ​ພະ​ເຢໂຫວາ​ແລະ​ໃຫ້​ລົມ​ເລື່ອງ​ນັ້ນ​ກັບ​ພີ່​ນ້ອງ​ທີ່​ອາວຸໂສ. (ຢາໂກໂບ 1:5, 6; ຢູເດ 22, 23) ເຮົາ​ບໍ່​ຄວນ​ແປກ​ໃຈ​ທີ່​ຜູ້​ຄົນ​ເວົ້າ​ຕົວະ​ກ່ຽວ​ກັບ​ພວກ​ເຮົາ. ຜູ້​ຄົນ​ເວົ້າ​ຕົວະ​ກ່ຽວ​ກັບ​ພະ​ເຍຊູ ແລະ​ພະອົງ​ກໍ​ໄດ້​ເຕືອນ​ພວກ​ລູກ​ສິດ​ວ່າ​ພວກ​ສັດຕູ​ຈະ​ຕໍ່​ຕ້ານ​ເຂົາ​ເຈົ້າ ແລະ “ເລົ່າ​ເລື່ອງ​ອັນ​ຊົ່ວ​ຮ້າຍ​ບໍ່​ຈິງ​ທຸກ​ປະການ” ຕໍ່​ເຂົາ​ເຈົ້າ. (ມັດທາຍ 5:11; 11:19; ໂຢຮັນ 10:19-21) ດັ່ງ​ນັ້ນ ຖ້າ​ເຈົ້າ​ສຸຂຸມ​ແລະ​ຄິດ​ຢ່າງ​ຮອບຄອບ ເຈົ້າ​ກໍ​ຈະ​ເບິ່ງ​ອອກ​ໄດ້​ງ່າຍ​ຂຶ້ນ​ເມື່ອ​ບາງ​ຄົນ​ກຳລັງ​ຕົວະ​ແລະ​ກຳລັງ​ພະຍາຍາມ​ຫຼອກ​ລວງ​ຄົນ​ອື່ນ.—ສຸພາສິດ 2:10-16

ສະແດງ​ຄວາມ​ນັບຖື​ຕໍ່​ຄົນ​ອື່ນ

ເຮົາ​ຍັງ​ຕ້ອງ​ລະວັງ​ກ່ຽວ​ກັບ​ການ​ເວົ້າ​ເລື່ອງ​ພີ່​ນ້ອງ​ຫຼືປະສົບການ​ທີ່​ເຮົາ​ໄດ້​ຍິນ. ຫຼາຍ​ຄັ້ງ​ບໍ່​ເໝາະ​ສົມ​ຫຼື​ບໍ່​ໄດ້​ສະແດງ​ເຖິງ​ຄວາມ​ຮັກ​ເມື່ອ​ເລົ່າ​ຕໍ່​ເລື່ອງ​ນັ້ນ ເຖິງ​ວ່າ​ຈະ​ເປັນ​ຄວາມ​ຈິງ​ກໍ​ຕາມ. (ມັດທາຍ 7:12) ຕົວຢ່າງ​ເຊັ່ນ: ການ​ສົ່ງ​ຕໍ່​ຂໍ້​ມູນ​ໃນ​ແງ່​ລົບ​ກ່ຽວ​ກັບ​ຄົນ​ອື່ນ​ເປັນ​ການ​ບໍ່​ສະແດງ​ຄວາມ​ຮັກ​ຫຼື​ບໍ່​ເສີມ​ສ້າງ​ເຂົາ​ເຈົ້າ. (2 ເທຊະໂລນີກ 3:11; 1 ຕີໂມເຕ 5:13) ຂ່າວ​ບາງ​ເລື່ອງ​ອາດ​ຍັງ​ເປັນ​ຄວາມ​ລັບ​ຢູ່. ຜູ້​ຄົນ​ອາດ​ຕ້ອງການ​ເປີດ​ເຜີຍ​ຂໍ້​ມູນ​ນີ້​ໃນ​ພາຍ​ຫຼັງ​ຫຼື​ໃນ​ວິທີ​ທີ່​ສະເພາະ​ເຈາະ​ຈົງ. ດັ່ງ​ນັ້ນ ເຮົາ​ຄວນ​ນັບຖື​ສິດ​ຂອງ​ເຂົາ​ເຈົ້າ​ໃນ​ການ​ຕັດສິນ​ໃຈ​ວ່າ​ຄວນ​ຈະ​ເປີດ​ເຜີຍ​ເລື່ອງ​ນັ້ນ​ເມື່ອ​ໃດ​ແລະ​ໂດຍ​ວິທີ​ໃດ. ທີ່​ຈິງ ຖ້າ​ບອກ​ຂໍ້​ມູນ​ນີ້​ໃຫ້​ຄົນ​ອື່ນ​ຮູ້​ກ່ອນ​ເວລາ ເຮົາ​ສາມາດ​ເຮັດ​ສິ່ງ​ທີ່​ກໍ່​ຄວາມ​ເສຍຫາຍ​ຫຼາຍ.

ໃນ​ທຸກ​ມື້​ນີ້ ຂ່າວ​ແພ່​ອອກ​ໄປ​ໄດ້​ໄວ​ຫຼາຍ ບໍ່​ວ່າ​ຈະ​ເປັນ​ຄວາມ​ຈິງ​ຫຼື​ບໍ່​ເປັນ​ຄວາມ​ຈິງ ເປັນ​ປະໂຫຍດ​ຫຼື​ບໍ່​ເປັນ​ປະໂຫຍດ ມີ​ພິດ​ໄພ​ຫຼື​ບໍ່​ມີ​ພິດ​ໄພ. ເມື່ອ​ເຈົ້າ​ສົ່ງ​ຂໍ້​ມູນ​ໃຫ້​ກັບ​ຄົນ​ໃດ​ຄົນ​ໜຶ່ງ ຄົນ​ນັ້ນ​ສາມາດ​ສົ່ງ​ຕໍ່​ໃຫ້​ທຸກ​ຄົນ​ທີ່​ຢູ່​ທົ່ວ​ໂລກ​ພາຍ​ໃນ​ບໍ່​ເທົ່າ​ໃດ​ວິນາທີ​ເທົ່າ​ນັ້ນ. ສະນັ້ນ ຢ່າ​ຟ້າວ​ສົ່ງ​ຕໍ່​ຂໍ້​ມູນ ແລະ​ຢ່າ​ສົ່ງ​ໄປ​ໃຫ້​ທຸກ​ຄົນ​ທີ່​ເຈົ້າ​ຮູ້ຈັກ. ເຖິງ​ວ່າ​ຄວາມ​ຮັກ “ໄວ້​ໃຈ​ໃນ​ສັບພະ​ທຸກ​ສິ່ງ” ແລະ​ບໍ່​ຄິດ​ສົງໄສ ເຮົາ​ກໍ​ບໍ່​ຄວນ​ໂງ່​ແລະ​ເຊື່ອ​ທຸກໆເລື່ອງ​ທີ່​ໃໝ່​ແລະ​ໜ້າ​ຕື່ນ​ເຕັ້ນ. (1 ໂກລິນໂທ 13:7) ເຮົາ​ຈະ​ບໍ່​ເຊື່ອ​ເລື່ອງ​ຕົວະ​ຫຼື​ເລື່ອງ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ກຽດ​ຊັງ​ຕໍ່​ອົງການ​ຂອງ​ພະ​ເຢໂຫວາ​ແລະ​ພີ່​ນ້ອງ​ຂອງ​ເຮົາ​ເຊິ່ງ​ເປັນ​ຄົນ​ທີ່​ເຮົາ​ຮັກ. ຂໍ​ໃຫ້​ຈື່​ໄວ້​ວ່າ​ຄົນ​ເຫຼົ່າ​ນັ້ນ​ທີ່​ເລີ່ມ​ແລະ​ແພ່​ເລື່ອງ​ຕົວະ​ເຮັດ​ໃຫ້​ຊາຕານ​ພະຍາມານ​ພໍ​ໃຈ ເພາະ​ມັນ “ເປັນ​ພໍ່​ແຫ່ງ​ຄວາມ​ຕົວະ.” (ໂຢຮັນ 8:44) ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ສະຫຼາດ​ແລະ​ຄິດ​ຢ່າງ​ຮອບຄອບ​ສະເໝີ​ກ່ຽວ​ກັບ​ວິທີ​ທີ່​ເຮົາ​ຈະ​ໃຊ້​ຂໍ້​ມູນ​ທີ່​ມີ​ຢ່າງ​ຫຼວງ​ຫຼາຍ​ທີ່​ເຮົາ​ເຂົ້າ​ຫາ​ໄດ້​ທຸກໆມື້. ເນື່ອງ​ຈາກ​ຄຳພີ​ໄບເບິນ​ບອກ​ໄວ້​ວ່າ: “ຄົນ​ຊື່​ທັງ​ຫຼາຍ​ກໍ​ຮັບ​ຄວາມ​ໂງ່​ເປັນ​ມູນ ແຕ່​ວ່າ​ຄົນ​ຮູ້ [ຄົນ​ສະຫຼາດ] ທັງ​ຫຼາຍ​ມີ​ຄວາມ​ຮູ້​ເປັນ​ກະໂຈມ.”—ສຸພາສິດ 14:18

a ເປັນ​ບາງ​ຄັ້ງ​ຄາວ ເລື່ອງ​ນັ້ນ​ອາດ​ຈະ​ປາກົດ​ຂຶ້ນ​ມາ​ອີກ​ເຖິງ​ວ່າ​ຈະ​ມີ​ການ​ເປີດໂປງ​ໃນ​ອະດີດ​ວ່າ​ເປັນ​ເລື່ອງ​ຕົວະ. ອາດ​ມີ​ການ​ປ່ຽນ​ແປງ​ເລື່ອງ​ນັ້ນ​ໜ້ອຍ​ໜຶ່ງ​ເພື່ອ​ເຮັດ​ໃຫ້​ເບິ່ງ​ຄື​ວ່າ​ມັນ​ເປັນ​ຄວາມ​ຈິງ.

b ຂໍ​ໃຫ້​ເບິ່ງ​ພະ​ລາຊະກິດ ເດືອນ​ເມສາ 2010 “ຕູ້​ບັນຫາ.”

ຄຳຖາມ​ຕ່າງໆທີ່​ຄວນ​ຖາມ​ຕົວ​ເອງ​ກ່ອນ​ຈະ​ສົ່ງ​ອີເມວ:

ຄົນ​ຜູ້​ໜຶ່ງ​ແນມ​ເບິ່ງ​ໂທລະສັບ​ມື​ຖື
  • ຂ້ອຍ​ແນ່​ໃຈ​ບໍ​ວ່າ​ເລື່ອງ​ນີ້​ເປັນ​ຄວາມ​ຈິງ?

  • ເລື່ອງ​ນີ້​ເປັນ​ຄວາມ​ລັບ​ບໍ?

  • ເລື່ອງ​ນີ້​ຈະ​ທຳລາຍ​ຊື່ສຽງ​ຂອງ​ຄົນ​ໃດ​ຄົນ​ໜຶ່ງ​ບໍ?

  • ມີ​ຄົນ​ເຄີຍ​ຂໍ​ໃຫ້​ຂ້ອຍ​ເຊົາ​ສົ່ງ​ຕໍ່​ອີເມວ​ບໍ?

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌