ຕົວຢ່າງຂອງຄົນໃນຄຳພີໄບເບິນ
ຮຽນຮູ້ທີ່ຈະຢ້ານຢຳພະເຈົ້າຄືກັບໂອບາດີຢາ
ໂອບາດີຢາເປັນຜູ້ເບິ່ງແຍງວັງຂອງກະສັດອາຮາບເຊິ່ງເປັນກະສັດທີ່ຊົ່ວ. ອາຮາບໃຫ້ມີການນະມັດສະການພະບາອານທົ່ວອິດສະຣາເອນ. ແຕ່ໂອບາດີຢາເປັນຄົນທີ່ຢ້ານຢຳພະເຢໂຫວາ “ມາຕັ້ງແຕ່ນ້ອຍ.” (1ກສ. 18:1-13) ສະນັ້ນ ຕອນທີ່ລາຊີນີເຢເຊເບນສັ່ງໃຫ້ຂ້າພວກຜູ້ພະຍາກອນຂອງພະເຢໂຫວາ ໂອບາດີຢາຮູ້ວ່າລາວຕ້ອງມີຄວາມກ້າແລະຕ້ອງເຮັດຫຍັງບາງຢ່າງເພື່ອຊ່ວຍຜູ້ພະຍາກອນເຫຼົ່ານັ້ນ. ການເຊື່ອງຜູ້ພະຍາກອນພຽງແຕ່ຄົນດຽວກໍອັນຕະລາຍຫຼາຍແລ້ວ ແຕ່ໂອບາດີຢາເຊື່ອງຜູ້ພະຍາກອນຕັ້ງວ່າ 100 ຄົນ ແລະຍັງເອົາເຂົ້າເອົານ້ຳໄປໃຫ້ເຂົາເຈົ້າກິນທັງໆທີ່ຕອນນັ້ນມີຄວາມອຶດຢາກໜັກຫຼາຍ. ລອງຄິດເບິ່ງວ່າມັນຍາກຫຼາຍສ່ຳໃດທີ່ຕ້ອງເຮັດສິ່ງເຫຼົ່ານີ້ຢ່າງລະມັດລະວັງເພື່ອບໍ່ໃຫ້ຜູ້ພະຍາກອນປອມຫຼາຍຮ້ອຍຄົນທີ່ຮັບໃຊ້ກະສັດກັບລາຊີນີຈັບໄດ້.—1ກສ. 18:19
ເຮົາໄດ້ຮຽນຫຍັງຈາກໂອບາດີຢາທີ່ເປັນຄົນຢ້ານຢຳພະເຈົ້າ? ເຖິງວ່າໂອບາດີຢາຢ້ານກະສັດອາຮາບ ແຕ່ລາວຢ້ານຢຳພະເຢໂຫວາຫຼາຍກວ່າ. ຍ້ອນແນວນີ້ລາວຈຶ່ງກ້າສ່ຽງຊີວິດເພື່ອປົກປ້ອງຜູ້ຮັບໃຊ້ຂອງພະເຢໂຫວາ. ຖ້າເຮົາຢູ່ໃນປະເທດທີ່ວຽກປະກາດຂອງເຮົາຖືກສັ່ງຫ້າມ ເຮົາກໍສາມາດຮຽນຮູ້ທີ່ຈະຢ້ານຢຳພະເຈົ້າໄດ້ຄືກັບໂອບາດີຢາ. ການຢ້ານຢຳພະເຈົ້າຈະຊ່ວຍເຮົາໃຫ້ກ້າທີ່ຈະຊ່ວຍເຫຼືອພີ່ນ້ອງທີ່ກຳລັງເຈິຄວາມຍາກລຳບາກ.