ເຈົ້າ “ພະຍາຍາມທີ່ຈະໄດ້ [ໜ້າທີ່ຮັບຜິດຊອບ]” ບໍ?
ເຟີນັນໂດ້aຮູ້ສຶກກັງວົນຍ້ອນຜູ້ເບິ່ງແຍງ 2 ຄົນນັດລົມກັບລາວເປັນສ່ວນໂຕ. ໃນໄລຍະຜ່ານມາ ເມື່ອຜູ້ເບິ່ງແຍງໝວດຢາມປະຊາຄົມແລ້ວ ຜູ້ເບິ່ງແຍງມັກຈະລົມກັບລາວວ່າລາວຕ້ອງເຮັດຫຍັງເພື່ອຈະມີຄຸນສົມບັດເປັນຜູ້ເບິ່ງແຍງ. ເມື່ອເວລາຜ່ານໄປ ເຟີນັນໂດ້ເລີ່ມບໍ່ແນ່ໃຈວ່າລາວຈະມີໂອກາດໄດ້ເປັນຜູ້ເບິ່ງບໍ. ເທື່ອນີ້ກໍຄືກັນ ຜູ້ເບິ່ງແຍງໝວດຫາກໍຢາມປະຊາຄົມແລ້ວ. ບໍ່ຮູ້ວ່າຜູ້ເບິ່ງແຍງຈະເວົ້າແນວໃດໃນເລື່ອງຂອງລາວ.
ເຟີນັນໂດ້ຕັ້ງໃຈຟັງຕອນທີ່ຜູ້ເບິ່ງແຍງຄົນໜຶ່ງເວົ້າກັບລາວ. ພີ່ນ້ອງຄົນນັ້ນເວົ້າເຖິງ 1 ຕີໂມທຽວ 3:1 ແລ້ວບອກວ່າ ຄະນະຜູ້ເບິ່ງແຍງໄດ້ຮັບຈົດໝາຍແຕ່ງຕັ້ງເຟີນັນໂດ້ເປັນຜູ້ເບິ່ງແຍງ. ເຟີນັນໂດ້ຕົກໃຈຫຼາຍແລະເວົ້າວ່າ: “ເຈົ້າເວົ້າຫຍັງເກາະ?” ຜູ້ເບິ່ງແຍງເວົ້າຊ້ຳອີກເທື່ອໜຶ່ງ ແລ້ວເຟີນັນໂດ້ກໍຍິ້ມດ້ວຍຄວາມດີໃຈ. ຕໍ່ມາ ພີ່ນ້ອງທຸກຄົນໃນປະຊາຄົມກໍດີໃຈຄືກັນເມື່ອໄດ້ຍິນຄຳປະກາດແຕ່ງຕັ້ງເຟີນັນໂດ້.
ຜິດບໍຖ້າຢາກເປັນຜູ້ເບິ່ງແຍງໃນປະຊາຄົມ? ບໍ່ຜິດ. ໃນ 1 ຕີໂມທຽວ 3:1 ບອກວ່າ: “ຖ້າຜູ້ຊາຍຄົນໃດພະຍາຍາມທີ່ຈະໄດ້ເປັນຜູ້ເບິ່ງແຍງກໍສະແດງວ່າລາວຢາກເຮັດວຽກທີ່ດີ.” ພີ່ນ້ອງຊາຍຫຼາຍຄົນເຮັດຕາມຄຳແນະນຳນີ້ ແລະພະຍາຍາມກ້າວໜ້າທາງຄວາມເຊື່ອເພື່ອຈະມີຄຸນສົມບັດທີ່ຈະໄດ້ຮັບສິດທິພິເສດໃນປະຊາຄົມ. ນ້ຳໃຈແບບນີ້ເຮັດໃຫ້ມີຜູ້ເບິ່ງແຍງແລະຜູ້ຊ່ວຍວຽກຮັບໃຊ້ທີ່ດີຫຼາຍໝື່ນຄົນເຮັດວຽກເພື່ອປະຊາຄົມຂອງພະເຢໂຫວາ. ແຕ່ຍ້ອນປະຊາຄົມຢູ່ທົ່ວໂລກກຳລັງເຕີບໃຫຍ່ ເຮົາຈຶ່ງຢາກເຫັນພີ່ນ້ອງຊາຍຫຼາຍຄົນ “ພະຍາຍາມທີ່ຈະໄດ້ [ໜ້າທີ່ຮັບຜິດຊອບ]” ຫຼາຍຂຶ້ນ. ແຕ່ເຂົາເຈົ້າຄວນເຮັດຫຍັງແດ່? ເຂົາເຈົ້າຊິມີແຕ່ລໍຖ້າດ້ວຍຄວາມກັງວົນຄືກັບເຟີນັນໂດ້ບໍວ່າຕອນໃດຈະໄດ້ເປັນຜູ້ເບິ່ງແຍງ?
ການ “ພະຍາຍາມທີ່ຈະໄດ້ [ໜ້າທີ່ຮັບຜິດຊອບ]” ໝາຍຄວາມວ່າແນວໃດ?
ຄຳວ່າ “ພະຍາຍາມທີ່ຈະໄດ້ [ໜ້າທີ່ຮັບຜິດຊອບ]” ແປຈາກຄຳພາສາກຣີກເຊິ່ງໝາຍເຖິງເດ່ມືອອກຫຼືຕ້ອງການແທ້ໆ. ຄຳເວົ້ານີ້ເຮັດໃຫ້ຄິດເຖິງຄົນທີ່ເດ່ມືອອກໄປເດັດໝາກໄມ້ທີ່ເປັນຕາກິນຈາກຕົ້ນ. ແຕ່ການພະຍາຍາມຈະໄດ້ເຮັດໜ້າທີ່ “ຜູ້ເບິ່ງແຍງ” ບໍ່ໄດ້ເກີດຈາກຄວາມຢາກເດັ່ນຢາກດັງ. ເປັນຫຍັງຈຶ່ງເວົ້າແນວນັ້ນ? ຍ້ອນເປົ້າໝາຍທີ່ຖືກຕ້ອງຂອງການພະຍາຍາມຈະໄດ້ເຮັດໜ້າທີ່ຜູ້ເບິ່ງແຍງແມ່ນເພື່ອ “ຢາກເຮັດວຽກທີ່ດີ” ບໍ່ແມ່ນເພື່ອຈະໄດ້ຕຳແໜ່ງ.
ໃນ 1 ຕີໂມທຽວ 3:2-7 ແລະຕີໂຕ 1:5-9 ເວົ້າເຖິງຄຸນສົມບັດຫຼາຍຢ່າງຂອງຄົນທີ່ຢາກເຮັດວຽກທີ່ດີ. ພີ່ນ້ອງເຣມ໋ອນທີ່ເປັນຜູ້ເບິ່ງແຍງມາດົນເວົ້າເຖິງຄຸນສົມບັດທີ່ບອກໄວ້ໃນຂໍ້ຄຳພີເຫຼົ່ານີ້ວ່າ: “ຂ້ອຍຄິດວ່າສິ່ງສຳຄັນທີ່ສຸດແມ່ນ ເຮົາເປັນຄົນແບບໃດ. ຄວາມສາມາດໃນການເວົ້າແລະການສອນກໍສຳຄັນ ແຕ່ສິ່ງເຫຼົ່ານີ້ບໍ່ສາມາດມາແທນຄຸນສົມບັດຕ່າງໆໄດ້ ເຊັ່ນ: ເປັນຄົນທີ່ບໍ່ມີບ່ອນຕິ ຄວບຄຸມໂຕເອງໄດ້ໃນທຸກດ້ານ ມີສະຕິຮອບຄອບ ມີລະບຽບ ມີນ້ຳໃຈຕ້ອນຮັບແຂກ ແລະເປັນຄົນມີເຫດຜົນ.”
ໃຫ້ “ພະຍາຍາມທີ່ຈະໄດ້ [ໜ້າທີ່ຮັບຜິດຊອບ]” ໂດຍເຮັດທຸກຢ່າງທີ່ເຮັດໄດ້
ຖ້າໃຜພະຍາຍາມຈະໄດ້ເຮັດໜ້າທີ່ຜູ້ເບິ່ງແຍງ ລາວຄວນເປັນຄົນທີ່ບໍ່ມີບ່ອນຕິ ລາວຕ້ອງສັດຊື່ສະເໝີແລະສະອາດໃນທຸກແງ່ມຸມຂອງຊີວິດ. ຖ້າລາວເປັນຄົນຄວບຄຸມໂຕເອງໄດ້ໃນທຸກດ້ານ ມີສະຕິຮອບຄອບ ມີລະບຽບ ແລະເປັນຄົນມີເຫດຜົນ ພີ່ນ້ອງກໍຈະໄວ້ໃຈລາວແລະຂໍຄວາມຊ່ວຍເຫຼືອຈາກລາວເມືອມີບັນຫາ. ຖ້າລາວເປັນຄົນມີນ້ຳໃຈຕ້ອນຮັບແຂກ ລາວກໍພ້ອມທີ່ຈະໃຫ້ກຳລັງໃຈເດັກນ້ອຍ ໄວລຸ້ນ ແລະຄົນທີ່ຫາກໍເຂົ້າມາເປັນພີ່ນ້ອງ. ລາວຈະປອບໂຍນແລະຊ່ວຍເຫຼືອຄົນເຈັບປ່ວຍກັບຜູ້ເຖົ້າຍ້ອນລາວຮັກຍຶດໝັ້ນກັບຄວາມຖືກຕ້ອງ. ລາວພັດທະນາຄຸນສົມບັດເຫຼົ່ານີ້ກໍຍ້ອນລາວຢາກຊ່ວຍເຫຼືອພີ່ນ້ອງ ບໍ່ແມ່ນຍ້ອນຢາກໃຫ້ຜູ້ເບິ່ງແຍງເຫັນແລ້ວຈະໄດ້ສະເໜີລາວໃຫ້ເປັນຜູ້ເບິ່ງແຍງ.b
ຄະນະຜູ້ເບິ່ງແຍງຍິນດີໃຫ້ຄຳແນະນຳແລະຊ່ວຍເຫຼືອສະເໝີ ແຕ່ຄົນທີ່ພະຍາຍາມຈະໄດ້ໜ້າທີ່ຮັບຜິດຊອບຕ້ອງພັດທະນາຄຸນສົມບັດເຫຼົ່ານີ້ດ້ວຍໂຕເອງ. ພີ່ນ້ອງເຮັນຣີ້ທີ່ເປັນຜູ້ເບິ່ງແຍງທີ່ມີປະສົບການແນະນຳວ່າ: “ຖ້າເຈົ້າພະຍາຍາມທີ່ຈະໄດ້ໜ້າທີ່ຮັບຜິດຊອບ ເຈົ້າຕ້ອງພະຍາຍາມພັດທະນາໂຕເອງເພື່ອໃຫ້ຄົນອື່ນເຫັນວ່າເຈົ້າມີຄຸນສົມບັດແທ້ໆ.” ພີ່ນ້ອງເຮັນຣີ້ເວົ້າເຖິງປັນຍາຈານ 9:10 ທີ່ບອກວ່າ: “ບໍ່ວ່າເຈົ້າຈະເຮັດຫຍັງກໍໃຫ້ເຮັດສຸດກຳລັງ.” ແລ້ວລາວອະທິບາຍວ່າ: “ຖ້າຜູ້ເບິ່ງແຍງມອບໝາຍວຽກຫຍັງໃຫ້ເຈົ້າເຮັດ ຂໍໃຫ້ເຮັດວຽກນັ້ນສຸດຄວາມສາມາດແລະມີຄວາມສຸກກັບວຽກທຸກຢ່າງທີ່ເຮັດເຖິງວ່າຈະເປັນພຽງວຽກກວດພື້ນກໍຕາມ. ເມື່ອເວລາຜ່ານໄປ ຄົນອື່ນກໍຈະສັງເກດເຫັນສິ່ງທີ່ເຈົ້າເຮັດແລະຄວາມຕັ້ງໃຈຂອງເຈົ້າ.” ຖ້າເຈົ້າຢາກເປັນຜູ້ເບິ່ງແຍງ ຂໍໃຫ້ດຸໝັ່ນແລະເປັນຄົນທີ່ໄວ້ໃຈໄດ້ໃນທຸກເລື່ອງ. ສິ່ງທີ່ສຳຄັນແມ່ນເຈົ້າຕ້ອງເປັນຄົນຖ່ອມບໍ່ແມ່ນຄົນທີ່ມັກໃຫຍ່ໄຝ່ສູງ.—ມທ. 23:8-12
ປະຕິເສດຄວາມຄິດແລະການກະທຳທີ່ບໍ່ຖືກຕ້ອງ
ບາງຄົນທີ່ຢາກເປັນຜູ້ເບິ່ງແຍງເອົາແທ້ເອົາວ່າອາດເຖິງຂັ້ນບອກຫຼືໂນ້ມນ້າວຜູ້ເບິ່ງແຍງໃຫ້ເຫັນວ່າໂຕເອງມີຄຸນສົມບັດພ້ອມຈະເປັນຜູ້ເບິ່ງແຍງແລ້ວ. ສ່ວນບາງຄົນເມື່ອຜູ້ເບິ່ງແຍງແນະນຳຫຍັງລາວກໍສະແດງຄວາມບໍ່ພໍໃຈ. ພີ່ນ້ອງເຫຼົ່ານີ້ຄວນຖາມໂຕເອງວ່າ: ‘ຂ້ອຍຢາກເບິ່ງແຍງແກະຂອງພະເຢໂຫວາດ້ວຍຄວາມຖ່ອມຫຼືຢາກເຮັດເພື່ອໂຕເອງ?’
ພີ່ນ້ອງຊາຍທີ່ພະຍາຍາມຈະໄດ້ໜ້າທີ່ຜູ້ເບິ່ງແຍງບໍ່ຄວນລືມຄຸນສົມບັດອີກຢ່າງໜຶ່ງຂອງຜູ້ເບິ່ງແຍງ ນັ້ນຄື “ເປັນຕົວຢ່າງໃຫ້ຝູງແກະ.” (1ປຕ. 5:1-3) ຄົນທີ່ເປັນແບບນີ້ໃນປະຊາຄົມຈະຫຼີກລ່ຽງຄວາມຄິດແລະການກະທຳທີ່ບໍ່ຈິງໃຈ. ລາວຈະຕ້ອງຝຶກຄວາມອົດທົນຕໍ່ໆໄປບໍ່ວ່າຕອນນີ້ຈະເປັນຜູ້ເບິ່ງແຍງຫຼືບໍ່ກໍຕາມ ຍ້ອນການເປັນຜູ້ເບິ່ງແຍງບໍ່ໄດ້ປ່ຽນແປງໂຕລາວໃຫ້ດີຂຶ້ນໄດ້ເອງໂດຍອັດຕະໂນມັດ. (ຈຊບ. 12:3; ພສ. 106:32, 33) ນອກຈາກນັ້ນ ເຖິງວ່າລາວຈະ “ບໍ່ໄດ້ຮູ້ສຶກວ່າໂຕເອງເຮັດຫຍັງຜິດ” ແຕ່ຄົນອື່ນອາດເຫັນວ່າລາວຍັງມີບາງຢ່າງທີ່ຈະປັບປຸງໃຫ້ດີຂຶ້ນໄດ້. (1ກຣ. 4:4) ສະນັ້ນ ຖ້າຜູ້ເບິ່ງແຍງແນະນຳເຈົ້າຢ່າງຈິງໃຈແລະຄຳແນະນຳນັ້ນກໍມາຈາກຄຳພີໄບເບິນ ເຈົ້າຄວນເຕັມໃຈຟັງແລະເຮັດຕາມ.
ຄວນເຮັດແນວໃດຖ້າລໍຖ້າມາດົນແລ້ວ?
ພີ່ນ້ອງຊາຍຫຼາຍຄົນຕ້ອງລໍຖ້າດົນກ່ອນຈະໄດ້ຮັບການແຕ່ງຕັ້ງ. ຖ້າເຈົ້າເອງກໍ “ພະຍາຍາມທີ່ຈະໄດ້ເປັນຜູ້ເບິ່ງແຍງ” ມາຫຼາຍປີແລ້ວ ເຈົ້າເຄີຍຮູ້ສຶກຄາໃຈບໍວ່າເປັນຫຍັງບໍ່ໄດ້ຮັບການແຕ່ງຕັ້ງຈັກເທື່ອ? ຖ້າເປັນແນວນັ້ນ ໃຫ້ຄິດເຖິງສິ່ງທີ່ຄຳພີໄບເບິນບອກທີ່ວ່າ: “ຄວາມຫວັງທີ່ຖືກເລື່ອນອອກໄປເຮັດໃຫ້ເສຍໃຈ ແຕ່ການໄດ້ຕາມທີ່ຫວັງໄວ້ເຮັດໃຫ້ມີເຫື່ອມີແຮງອີກເທື່ອໜຶ່ງ.”—ສພສ. 13:12
ເມື່ອຄົນເຮົາຢາກໄດ້ບາງຢ່າງເອົາແທ້ເອົາວ່າ ແຕ່ເບິ່ງຄືວ່າບໍ່ມີທາງທີ່ຈະໄດ້ ລາວອາດຮູ້ສຶກເສົ້າໃຈຫຼາຍ. ອັບຣາຮາມກໍເຄີຍຮູ້ສຶກແບບນັ້ນຄືກັນ. ພະເຢໂຫວາສັນຍາວ່າລາວຈະໄດ້ລູກຊາຍ ແຕ່ຜ່ານໄປຫຼາຍປີລາວກັບຊາຣາກໍຍັງບໍ່ມີລູກ. (ປຖກ. 12:1-3, 7) ຕອນທີ່ອັບຣາຮາມອາຍຸຫຼາຍແລ້ວ ລາວອະທິດຖານວ່າ: “ພະເຢໂຫວາຜູ້ຍິ່ງໃຫຍ່ສູງສຸດ ພະອົງຈະເອົາຫຍັງໃຫ້ລູກ? ມັນຈະບໍ່ມີປະໂຫຍດຫຍັງດອກ ເພາະລູກເອງກໍຍັງບໍ່ມີລູກເທື່ອ . . . ພະອົງບໍ່ໄດ້ໃຫ້ລູກມີຜູ້ສືບເຊື້ອສາຍ.” ພະເຢໂຫວາຢືນຍັນກັບລາວວ່າຄຳສັນຍາເລື່ອງລູກຊາຍຈະເປັນຈິງແນ່ນອນ. ແຕ່ອັບຣາຮາມຕ້ອງລໍຖ້າຢ່າງໜ້ອຍ 14 ປີເພື່ອພະເຢໂຫວາຈະເຮັດໃຫ້ເລື່ອງນັ້ນເກີດຂຶ້ນແທ້.—ປຖກ. 15:2-4; 16:16; 21:5
ຕອນທີ່ຕ້ອງລໍຖ້າ ອັບຣາຮາມຮັບໃຊ້ພະເຢໂຫວາແບບບໍ່ມີຄວາມສຸກບໍ? ບໍ່ແມ່ນ. ລາວບໍ່ເຄີຍສົງໄສໃນຄຳສັນຍາຂອງພະເຈົ້າ ລາວຕັ້ງໃຈລໍຖ້າຕໍ່ໆໄປ. ໂປໂລຂຽນວ່າ: “ຫຼັງຈາກທີ່ອັບຣາຮາມລໍຖ້າດ້ວຍຄວາມອົດທົນ ລາວກໍໄດ້ຮັບສິ່ງທີ່ພະເຈົ້າສັນຍາໄວ້.” (ຮຣ. 6:15) ໃນທີ່ສຸດ ພະເຈົ້າຜູ້ມີລິດເດດສູງສຸດໄດ້ອວຍພອນຜູ້ຊາຍທີ່ສັດຊື່ຄົນນີ້ຈົນເກີນຄວາມຄາດໝາຍ. ເຈົ້າຮຽນຫຍັງຈາກຕົວຢ່າງຂອງອັບຣາຮາມ?
ຖ້າເຈົ້າຢາກຮັບໃຊ້ເປັນຜູ້ເບິ່ງແຍງ ແຕ່ຜ່ານໄປຫຼາຍປີແລ້ວເຈົ້າກໍຍັງບໍ່ໄດ້ຮັບການແຕ່ງຕັ້ງເທື່ອ ຂໍໃຫ້ໄວ້ວາງໃຈພະເຢໂຫວາຕໍ່ໆໄປ. ພີ່ນ້ອງວໍເຣັນເຄີຍຊ່ວຍພີ່ນ້ອງຊາຍຫຼາຍຄົນໃຫ້ກ້າວໜ້າເວົ້າວ່າ: “ຕ້ອງໃຊ້ເວລາເພື່ອຈະພິສູດວ່າພີ່ນ້ອງຄົນໜຶ່ງມີຄຸນສົມບັດບໍ ມີຄວາມສາມາດສ່ຳໃດ ແລະມີຄວາມຄິດແບບໃດແທ້ໆ ໂດຍສັງເກດຈາກການປະພຶດແລະວິທີເຮັດວຽກທີ່ໄດ້ຮັບມອບໝາຍ. ບາງຄົນຖືວ່າໂຕເອງປະສົບຄວາມສຳເລັດແລ້ວຖ້າໄດ້ຮັບການແຕ່ງຕັ້ງ. ຄວາມຄິດແບບນີ້ບໍ່ຖືກຕ້ອງແລະອາດເຮັດໃຫ້ໝົກມຸ້ນກັບເລື່ອງນັ້ນຫຼາຍເກີນໄປ. ທີ່ຈິງ ບໍ່ວ່າເຮົາຈະເຮັດອັນໃດຢູ່ໃສ ຖ້າເຈົ້າເຮັດເພື່ອພະເຢໂຫວາຢ່າງສັດຊື່ ເຈົ້າກໍປະສົບຄວາມສຳເລັດຢູ່ແລ້ວ.”
ພີ່ນ້ອງຊາຍຄົນໜຶ່ງລໍຖ້າດົນກວ່າ 10 ປີຈຶ່ງໄດ້ເປັນຜູ້ເບິ່ງແຍງ. ລາວເວົ້າເຖິງບົດຮຽນທີ່ໄດ້ຈາກນິມິດກ່ຽວກັບລາຊະລົດຂອງພະເຢໂຫວາໃນເອເຊກຽນບົດທີ 1 ວ່າ: “ພະເຢໂຫວາຂັບລາຊະລົດຫຼືອົງການຂອງເພິ່ນຕາມຄວາມໄວແລະຕາມກຳນົດເວລາຂອງເພິ່ນ ບໍ່ແມ່ນຂອງເຮົາ. ສະນັ້ນ ເລື່ອງທີ່ຈະໄດ້ເປັນຜູ້ເບິ່ງແຍງຫຼືບໍ່ນັ້ນບໍ່ໄດ້ຂຶ້ນຢູ່ກັບຄວາມຕ້ອງການຂອງຂ້ອຍ. ສິ່ງທີ່ຂ້ອຍຕ້ອງການ ພະເຢໂຫວາອາດຈະເຫັນວ່າຍັງບໍ່ເໝາະສົມກັບຂ້ອຍກໍໄດ້.”
ຖ້າເຈົ້າຫວັງວ່າຈັກມື້ໜຶ່ງຈະໄດ້ເຮັດໜ້າທີ່ຜູ້ເບິ່ງແຍງ ຂໍໃຫ້ພະຍາຍາມຊ່ວຍເຫຼືອພີ່ນ້ອງແລະເອົາໃຈໃສ່ໜ້າທີ່ໃນປະຊາຄົມຕໍ່ໆໄປ. ຖ້າເຈົ້າຮູ້ສຶກວ່າໂຕເອງບໍ່ໄດ້ຮັບການແຕ່ງຕັ້ງຈັກເທື່ອ ຢ່າໝົກມຸ່ນກັບເລື່ອງນີ້ຫຼາຍເກີນໄປ ແຕ່ໃຫ້ອົດທົນລໍຖ້າ. ພີ່ນ້ອງເຣມ໋ອນທີ່ເວົ້າເຖິງກ່ອນໜ້ານີ້ເວົ້າວ່າ: “ຄວາມທະເຍີທະຍານເປັນສັດຕູຂອງຄວາມພໍໃຈໃນສິ່ງທີ່ມີຢູ່. ຄົນທີ່ມີແຕ່ຄິດວ່າຕອນໃດຊິໄດ້ເປັນຜູ້ເບິ່ງແຍງຈະບໍ່ມີຄວາມສຸກໃນການຮັບໃຊ້ພະເຢໂຫວາ.” ຂໍໃຫ້ພັດທະນາຜົນທີ່ເກີດຈາກພະລັງຂອງພະເຈົ້າໃຫ້ຫຼາຍຂຶ້ນໂດຍສະເພາະເລື່ອງຄວາມອົດທົນ. ພັດທະນາຄວາມເຊື່ອແລະຄວາມຮັກຕໍ່ພະເຢໂຫວາໂດຍສຶກສາຄຳພີໄບເບິນ ປະກາດຂ່າວດີແລະສອນຄົນອື່ນເລື່ອງພະເຢໂຫວາໃຫ້ຫຼາຍຂຶ້ນ ພາຄອບຄົວເຮັດກິດຈະກຳທາງຄວາມເຊື່ອແລະນະມັດສະການປະຈຳຄອບຄົວ ແລະສະໜິດກັບພີ່ນ້ອງ. ແລ້ວເຈົ້າຈະມີຄວາມສຸກເຖິງວ່າຍັງບໍ່ໄດ້ເຮັດໜ້າທີ່ຜູ້ເບິ່ງແຍງກໍຕາມ.
ພະເຢໂຫວາໃຫ້ໂອກາດພີ່ນ້ອງຊາຍພັດທະນາຄຸນສົມບັດເພື່ອຈະໄດ້ເຮັດໜ້າທີ່ໃນປະຊາຄົມ. ພະເຢໂຫວາແລະອົງການຂອງເພິ່ນບໍ່ຢາກໃຫ້ຄົນທີ່ພະຍາຍາມເຮັດແບບນັ້ນຮູ້ສຶກອຶດອັດໃຈແລະບໍ່ມີຄວາມສຸກເມື່ອຮັບໃຊ້ເພິ່ນ. ພະເຢໂຫວາສະໜັບສະໜູນແລະອວຍພອນທຸກຄົນທີ່ຮັບໃຊ້ເພິ່ນດ້ວຍຄວາມຄິດທີ່ຖືກຕ້ອງ “ເພິ່ນບໍ່ໄດ້ເຮັດໃຫ້ຄົນ . . . ເຫຼົ່ານັ້ນເຈິຄວາມຍາກລຳບາກ.”—ສພສ. 10:22
ເຖິງວ່າເຈົ້າພະຍາຍາມຈະໄດ້ເຮັດໜ້າທີ່ຜູ້ເບິ່ງແຍງມາໄລຍະໜຶ່ງແລ້ວ ແຕ່ເຈົ້າກໍຍັງມີໂອກາດພັດທະນາໂຕເອງຕໍ່ໆໄປໄດ້. ເມື່ອເຈົ້າພະຍາຍາມພັດທະນາຄຸນສົມບັດຂອງຜູ້ເບິ່ງແຍງ ດຸໝັ່ນໃນການເຮັດວຽກທີ່ໄດ້ຮັບມອບໝາຍໃນປະຊາຄົມ ແລະຊ່ວຍຄອບຄົວໃຫ້ຮັກພະເຢໂຫວາ ຄົນອື່ນຈະສັງເກດເຫັນແລະຈື່ສິ່ງດີໆທີ່ເຈົ້າເຮັດ. ຂໍໃຫ້ເຈົ້າມີຄວາມສຸກກັບການຮັບໃຊ້ພະເຢໂຫວາສະເໝີບໍ່ວ່າເຈົ້າຈະເຮັດຫຍັງເພື່ອເພິ່ນ.
a ຊື່ສົມມຸດ
b ພີ່ນ້ອງຊາຍທີ່ພະຍາຍາມຈະໄດ້ໜ້າທີ່ຜູ້ຊ່ວຍວຽກຮັບໃຊ້ກໍໄດ້ຮັບປະໂຫຍດຈາກຄຳແນະນຳໃນບົດນີ້ຄືກັນ. ເຈົ້າສາມາດອ່ານຄຸນສົມບັດຂອງຜູ້ຊ່ວຍວຽກຮັບໃຊ້ໃນ 1 ຕີໂມທຽວ 3:8-10, 12, 13.