ຄຳພີໄບເບິນປ່ຽນຊີວິດຄົນ
ອັນໃດກະຕຸ້ນໃຫ້ຄົນທີ່ເຄີຍເປັນນັກພະນັນແລະຂີ້ລັກເຊົານິດໄສທີ່ບໍ່ດີແລະປ່ຽນຊີວິດຂອງໂຕເອງ? ຂໍໃຫ້ອ່ານເລື່ອງທີ່ລາວຈະເລົ່າ.
“ຂ້ອຍມັກແຂ່ງມ້າເປັນຊີວິດຈິດໃຈ.”—ຣິຊາດ ສະຈວດ
ເກີດປີ: 1965
ເກີດຢູ່ປະເທດ: ຈາໄມກາ
ອະດີດ: ນັກພະນັນແລະຂີ້ລັກ
ຊີວິດທີ່ຜ່ານມາ: ຂ້ອຍໃຫຍ່ມາໃນຊຸມຊົນທີ່ແອອັດທີ່ທຸກຍາກໃນຄິງສ໌ຕັນທີ່ເປັນເມືອງຫຼວງຂອງຈາໄມກາ. ຄົນສ່ວນຫຼາຍບໍ່ມີວຽກເຮັດແລະອາດຊະຍາກຳກໍມີຫຼາຍ. ພວກແກ໋ງຕ່າງໆເຮັດໃຫ້ຄົນຢູ່ດ້ວຍຄວາມຢ້ານ. ຂ້ອຍໄດ້ຍິນສຽງປືນເກືອບທຸກມື້.
ແມ່ຂ້ອຍເປັນຄົນດຸໝັ່ນໃນການທຳມາຫາກິນແລະເພິ່ນທຸ່ມເທທຸກສິ່ງທຸກຢ່າງເພື່ອຂ້ອຍແລະພວກນ້ອງ. ແມ່ພະຍາຍາມສົ່ງເສຍພວກເຮົາໃຫ້ໄດ້ຮຽນໃນໂຮງຮຽນດີໆ. ຂ້ອຍບໍ່ມັກໄປໂຮງຮຽນ ແຕ່ມັກແຂ່ງມ້າເປັນຊີວິດຈິດໃຈ. ຂ້ອຍມັກໂຕນໂຮງຮຽນໄປໝົກມຸ້ນຢູ່ສະໜາມມ້າ. ຂ້ອຍເຖິງຂັ້ນຝຶກຮຽນຂີ່ມ້ານຳ.
ຫຼັງຈາກນັ້ນບໍ່ດົນ ຂ້ອຍເລີ່ມຕິດພະນັນມ້າຢ່າງໜັກ. ຂ້ອຍໃຊ້ຊີວິດແບບຜິດສິນລະທຳແລະກາຍເປັນເສືອຜູ້ຍິງ. ຂ້ອຍສູບກັນຊາແລະປຸ້ນຈີ້ຊິງເອົາຊັບສິນເພື່ອເອົາເງິນໄປຈ່າຍ. ຂ້ອຍມີປືນຫຼາຍກະບອກ ແຕ່ກໍດີໃຈເຖິງວ່າຂ້ອຍຈະປຸ້ນຈີ້ມານັບເທື່ອບໍ່ໄດ້ແຕ່ຂ້ອຍກໍບໍ່ເຄີຍຂ້າໃຜເລີຍ.
ໃນທີ່ສຸດ ຂ້ອຍຖືກຕຳຫຼວດຈັບແລະຕິດຄຸກຍ້ອນອາດຊະຍາກຳທີ່ຂ້ອຍເຮັດ. ຫຼັງຈາກພົ້ນໂທດ ຂ້ອຍກໍກັບໄປໃຊ້ຊີວິດແບບເກົ່າອີກແລະຊົ່ວກວ່າກ່ອນຕິດຄຸກອີກ. ເຖິງວ່າໜ້າຕາຂ້ອຍຈະເບິ່ງເປັນຄົນຊື່ໆ ແຕ່ທີ່ຈິງແລ້ວຂ້ອຍເປັນຄົນຫົວແຂງ ອາລົມຮຸນແຮງ ແລະໂຫດຮ້າຍ. ຂ້ອຍບໍ່ສົນໃຈໃຜເລີຍນອກຈາກໂຕເອງ.
ຄຳພີໄບເບິນປ່ຽນຊີວິດຂ້ອຍແນວໃດ: ຕອນທີ່ຂ້ອຍໃຊ້ຊີວິດແບບເສເພ ແມ່ໄດ້ຮຽນຄຳພີໄບເບິນແລະເຂົ້າມາເປັນພະຍານພະເຢໂຫວາ. ຂ້ອຍສັງເກດວ່າແມ່ປ່ຽນໄປໃນທາງທີ່ດີຂຶ້ນແລະຂ້ອຍຢາກຮູ້ວ່າອັນໃດເຮັດໃຫ້ເພິ່ນປ່ຽນໄປແບບນັ້ນ. ຂ້ອຍຈຶ່ງຕັດສິນໃຈຮຽນຄຳພີໄບເບິນກັບພະຍານ.
ຂ້ອຍເຫັນວ່າຄຳສອນຂອງພະຍານພະເຢໂຫວາແຕກຕ່າງຈາກສາສະໜາອື່ນໆ ແລະທຸກເລື່ອງທີ່ພະຍານສອນລ້ວນແຕ່ມາຈາກຄຳພີໄບເບິນ. ເຂົາເຈົ້າເປັນສາສະໜາດຽວທີ່ໄປປະກາດຕາມເຮືອນຄ້າຍຄືກັບຄລິດສະຕຽນລຸ້ນທຳອິດ. (ມັດທາຍ 28:19; ກິດຈະການ 20:20) ຂ້ອຍໝັ້ນໃຈວ່າໄດ້ເຈິສາສະໜາແທ້ແລ້ວເມື່ອຂ້ອຍເຫັນພະຍານສະແດງຄວາມຮັກແທ້ຕໍ່ກັນ.—ໂຢຮັນ 13:35
ການຮຽນຄຳພີໄບເບິນເຮັດໃຫ້ຂ້ອຍເຫັນວ່າຂ້ອຍຈຳເປັນຕ້ອງໄດ້ປ່ຽນແປງຊີວິດໂຕເອງຫຼາຍຢ່າງ. ຂ້ອຍໄດ້ຮູ້ວ່າພະເຢໂຫວາພະເຈົ້າຊັງການເຮັດຜິດສິນລະທຳທາງເພດ ແລະຖ້າຂ້ອຍຢາກເຮັດໃຫ້ເພິ່ນພໍໃຈຂ້ອຍກໍຕ້ອງເຊົາການປະພຶດທັງໝົດທີ່ເຮັດໃຫ້ຮ່າງກາຍເປິເປື້ອນ. (2 ໂກຣິນໂທ 7:1; ເຮັບເຣີ 13:4) ເມື່ອໄດ້ຮຽນຮູ້ວ່າພະເຢໂຫວາມີຄວາມຮູ້ສຶກແລະການປະພຶດຂອງຂ້ອຍສາມາດເຮັດໃຫ້ເພິ່ນດີໃຈຫຼືເສຍໃຈກໍໄດ້ ຂ້ອຍຈຶ່ງຢາກປ່ຽນແປງໂຕເອງ. (ສຸພາສິດ 27:11) ສະນັ້ນ ຂ້ອຍຕັດສິນໃຈເຊົາສູບກັນຊາ ເຊົາໃຊ້ປືນ ແລະພະຍາຍາມປັບປຸງໂຕໃຫ້ດີຂຶ້ນ. ນິດໄສທີ່ເຊົາຍາກທີ່ສຸດສຳລັບຂ້ອຍແມ່ນ ການໃຊ້ຊີວິດແບບຜິດສິນລະທຳແລະການພະນັນ.
ຕອນທຳອິດ ຂ້ອຍບໍ່ຢາກໃຫ້ໝູ່ຮູ້ວ່າຂ້ອຍກຳລັງຮຽນຄຳພີໄບເບິນກັບພະຍານພະເຢໂຫວາ. ແຕ່ເມື່ອໄດ້ອ່ານມັດທາຍ 10:33 ຂ້ອຍກໍປ່ຽນໃຈ. ໃນຂໍ້ນັ້ນພະເຢຊູບອກວ່າ: “ແຕ່ຖ້າຜູ້ໃດປະຕິເສດຂ້ອຍຕໍ່ໜ້າຄົນອື່ນ ຂ້ອຍກໍຈະປະຕິເສດລາວຕໍ່ໜ້າພໍ່ຂອງຂ້ອຍທີ່ຢູ່ໃນສະຫວັນ”. ຄຳເວົ້ານີ້ເຮັດໃຫ້ຂ້ອຍເລີ່ມບອກໝູ່ວ່າກຳລັງຮຽນຄຳພີໄບເບິນກັບພະຍານ. ເຂົາເຈົ້າຕົກໃຈຫຼາຍແລະບໍ່ເຊື່ອວ່າຄົນຄືຂ້ອຍຈະຢາກເປັນພະຍານພະເຢໂຫວາ. ແຕ່ຂ້ອຍບອກເຂົາເຈົ້າວ່າຂ້ອຍບໍ່ຢາກໃຊ້ຊີວິດແບບເກົ່າອີກຕໍ່ໄປ.
ປະໂຫຍດທີ່ໄດ້ຮັບ: ແມ່ດີໃຈຫຼາຍທີ່ເຫັນຂ້ອຍເລີ່ມໃຊ້ຊີວິດຕາມຫຼັກການໃນຄຳພີໄບເບິນ. ຕອນນີ້ແມ່ບໍ່ໄດ້ກັງວົນວ່າຂ້ອຍຈະໄປສ້າງເລື່ອງອີ່ຫຍັງອີກ. ເຮົາມັກລົມກັນກ່ຽວກັບສິ່ງທີ່ເຮົາທັງສອງມີຄືກັນ ນັ້ນກໍຄືຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາ. ບາງເທື່ອຂ້ອຍຄິດຄືນຫຼັງກ່ຽວກັບຊີວິດໃນອະດີດແລະຈົນບໍ່ຢາກເຊື່ອວ່າພະເຢໂຫວາຈະຊ່ວຍຂ້ອຍໃຫ້ປ່ຽນແປງໂຕເອງໄດ້ຂະໜາດນີ້. ຂ້ອຍບໍ່ຄິດຢາກກັບໄປໃຊ້ຊີວິດແບບຜິດສິນລະທຳແລະຟຸມເຟືອຍອີກເລີຍ.
ຖ້າຂ້ອຍບໍ່ໄດ້ຮຽນຄຳພີໄບເບິນ ຕອນນີ້ຂ້ອຍຄືຊິຕາຍໄປແລ້ວຫຼືບໍ່ກະຕິດຄຸກ. ແຕ່ໃນທຸກມື້ນີ້ຂ້ອຍມີຊີວິດຄອບຄົວທີ່ອົບອຸ່ນແລະມີຄວາມສຸກຫຼາຍ. ຂ້ອຍດີໃຈຫຼາຍທີ່ໄດ້ຮັບໃຊ້ພະເຢໂຫວາພະເຈົ້ານຳກັນກັບເມຍທີ່ສະໜັບສະໜູນຂ້ອຍແລະລູກສາວທີ່ເຊື່ອຟັງ. ຂ້ອຍຂອບໃຈພະເຢໂຫວາທີ່ຍອມໃຫ້ຂ້ອຍມາເປັນສ່ວນໜຶ່ງຂອງສັງຄົມພີ່ນ້ອງທີ່ມີຄວາມຮັກຕໍ່ກັນ. ຂ້ອຍຢາກຂອບໃຈຄົນທີ່ພະຍາຍາມສອນຂ້ອຍໃຫ້ຮູ້ຈັກຄວາມຈິງໃນຄຳພີໄບເບິນ. ແລະຂ້ອຍຖືວ່າການມີໂອກາດຊ່ວຍເຫຼືອຄົນອື່ນໃຫ້ຮຽນຮູ້ຄຳສອນໃນຄຳພີໄບເບິນເປັນສິ່ງທີ່ມີຄ່າຫຼາຍ. ຂ້ອຍຊຶ້ງໃຈໃນຄວາມກະລຸນາຂອງພະເຢໂຫວາພະເຈົ້າທີ່ໄດ້ຊັກນຳຂ້ອຍໃຫ້ມາຮູ້ຈັກເພິ່ນ.
[ຖ້ອຍຄຳທີ່ຍົກມາ]
“ຂ້ອຍໄດ້ຮູ້ວ່າພະເຢໂຫວາມີຄວາມຮູ້ສຶກແລະການປະພຶດຂອງຂ້ອຍສາມາດເຮັດໃຫ້ເພິ່ນດີໃຈຫຼືເສຍໃຈກະໄດ້”
[ຮູບພາບ]
ຖ່າຍຮູບກັບເມຍແລະລູກສາວ
[ຮູບພາບ]
ຂ້ອຍສັງເກດວ່າແມ່ປ່ຽນໄປໃນທາງທີ່ດີຂຶ້ນ