ການພັກຜ່ອນຢ່ອນໃຈຂອງເຈົ້າເປັນປະໂຫຍດບໍ?
“ໃຫ້ກວດເບິ່ງຢູ່ສະເໝີວ່າສິ່ງທີ່ພວກເຈົ້າເຮັດເປັນສິ່ງທີ່ຜູ້ເປັນນາຍພໍໃຈຫຼືບໍ່.”—ອຟຊ. 5:10
1, 2. (ກ) ຄຳພີໄບເບິນສະແດງໃຫ້ເຫັນແນວໃດວ່າພະເຢໂຫວາຢາກໃຫ້ເຮົາມ່ວນຊື່ນກັບຊີວິດ? (ຂ) ການຖືວ່າການພັກຜ່ອນຢ່ອນໃຈວ່າເປັນ “ຂອງຂວັນຈາກພະເຈົ້າ” ຈະກະຕຸ້ນເຮົາໃຫ້ເຮັດຫຍັງ?
ໃນຄຳພີໄບເບິນໝົດຫົວ ເຮົາເຫັນຂໍ້ຄວາມທີ່ສະແດງວ່າພະເຢໂຫວາບໍ່ພຽງແຕ່ຢາກໃຫ້ເຮົາມີຊີວິດຢູ່ ແຕ່ເພິ່ນຢາກໃຫ້ເຮົາມີຄວາມມ່ວນຊື່ນໃນຊີວິດນຳ. ຕົວຢ່າງເຊັ່ນ: ເພງສັນລະເສີນ 104:14, 15 ເວົ້າວ່າ ພະເຢໂຫວາໃຫ້ “ມີອາຫານກິນຈາກແຜ່ນດິນ ເພື່ອຈະມີເຫຼົ້າແວງທີ່ເຮັດໃຫ້ມີຄວາມມ່ວນຊື່ນ ເພື່ອຈະມີນ້ຳມັນທີ່ເຮັດໃຫ້ໜ້າສົດໃສ ເພື່ອຈະມີເຂົ້າຈີ່ທີ່ເຮັດໃຫ້ມີຄວາມສຸກ.” ເປັນແບບນັ້ນແທ້ໆ ພະເຢໂຫວາເຮັດໃຫ້ຜົນລະປູກຕ່າງໆເຕີບໃຫຍ່ເຊິ່ງເຮັດໃຫ້ເຮົາມີເຂົ້າ ນ້ຳມັນ ແລະເຫຼົ້າແວງສຳລັບລ້ຽງຊີວິດເຮົາ. ເຖິງວ່າເຫຼົ້າແວງບໍ່ແມ່ນສິ່ງຈຳເປັນສຳລັບການດຳລົງຊີວິດ ແຕ່ກໍສາມາດເຮັດໃຫ້ “ໃຈເບີກບານ.” (ປຍຈ. 9:7; 10:19) ແມ່ນແລ້ວ ພະເຢໂຫວາຢາກໃຫ້ເຮົາມີຊີວິດທີ່ມ່ວນຊື່ນແລະມີແຕ່ “ຄວາມສຸກ.”—ກຈກ. 14:16, 17
2 ສະນັ້ນ ບໍ່ມີເຫດຜົນທີ່ຈະຮູ້ສຶກຜິດຖ້າເຮົາຈັດເວລາໄວ້ແດ່ເພື່ອຈະ “ເບິ່ງນົກ” ໃນທ້ອງຟ້າ” ແລະ “ດອກໄມ້ໃນທົ່ງ” ຫຼືເພີດເພີນກັບສິ່ງອື່ນໆທີ່ເຮັດໃຫ້ເຮົາສົດຊື່ນແລະເຮັດໃຫ້ຊີວິດເຮົາມີສີສັນຫຼືມີລົດຊາດຫຼາຍຂຶ້ນ. (ມທ. 6:26, 28; ພສ. 8:3, 4) ຊີວິດທີ່ດີງາມແມ່ນ “ຂອງຂວັນຈາກພະເຈົ້າ.” (ປຍຈ. 3:12, 13) ຖ້າເຮົາຖືວ່າເວລາທີ່ເຮົາໃຊ້ເພື່ອພັກຜ່ອນຢ່ອນໃຈເປັນສ່ວນໜຶ່ງຂອງຂອງຂວັນ ເຮົາກໍຈະຢາກໃຊ້ຂອງຂວັນນີ້ໃນແບບທີ່ເຮັດໃຫ້ພະເຢໂຫວາຜູ້ໃຫ້ຂອງຂວັນນີ້ຍິນດີ.a
ຄວາມຫຼາກຫຼາຍແລະຂໍ້ຈຳກັດ
3. ເປັນຫຍັງຈຶ່ງມີເຫດຜົນທີ່ຈະຍອມຮັບຄວາມຫຼາກຫຼາຍໃນການເລືອກການພັກຜ່ອນຢ່ອນໃຈ?
3 ຄົນທີ່ມີຄວາມຄິດທີ່ສົມດຸນກ່ຽວກັບການພັກຜ່ອນຢ່ອນໃຈຈະຍອມຮັບຄວາມຫຼາກຫຼາຍ ແຕ່ກໍສຳນຶກວ່າຕ້ອງມີຂໍ້ຈຳກັດ. ເປັນຫຍັງຈຶ່ງເປັນແບບນັ້ນ? ເພື່ອຕອບຄຳຖາມນີ້ ໃຫ້ເຮົາສົມທຽບຄວາມບັນເທີງເປັນຄືກັບອາຫານ. ອາຫານທີ່ຄົນນິຍົມກິນຈະແຕກຕ່າງກັນໄປຕາມແຕ່ລະສ່ວນຂອງໂລກ. ທີ່ຈິງ ອາຫານທີ່ຄົນໃນເຂດໜຶ່ງມັກອາດບໍ່ເປັນຕາກິນສຳລັບຄົນໃນເຂດອື່ນໆ. ຄ້າຍຄືກັນ ສິ່ງທີ່ພະຍານພະເຢໂຫວາໃນສ່ວນໜຶ່ງຂອງໂລກຖືວ່າເປັນການພັກຜ່ອນທີ່ເປັນຕາມ່ວນອາດຈະບໍ່ມ່ວນສຳລັບພະຍານໃນບ່ອນອື່ນໆ. ແມ່ນແຕ່ພະຍານທີ່ຢູໃນເຂດດຽວກັນ ສິ່ງທີ່ຄົນໜຶ່ງຖືວ່າເປັນເລື່ອງຜ່ອນຄາຍ ເຊັ່ນ: ການນັ່ງຂົດຢູ່ຕັ່ງເພື່ອອ່ານປຶ້ມດີໆຫົວໜຶ່ງ ຄົນອື່ນອາດຖືວ່າເປັນເລື່ອງໜ້າເບື່ອ. ສິ່ງທີ່ຄົນໜຶ່ງຖືວ່າເຮັດແລ້ວສົດຊື່ນ ເຊັ່ນ: ການຂີ່ລົດຖີບເບິ່ງທຳມະຊາດ ຄົນອື່ນອາດຖືວ່າເປັນກິດຈະກຳທີ່ເຮັດໃຫ້ໝົດແຮງ. ແນວໃດກໍຕາມ ເຮົາຍອມຮັບວ່າໃນເລື່ອງຕ່າງໆເຊັ່ນ ເລື່ອງອາຫານ ແລະການພັກຜ່ອນຢ່ອນໃຈ ເຮົາຄວນຍອມຮັບຄວາມຫຼາກຫຼາຍ ແລະຄວາມມັກສ່ວນບຸກຄົນ.—ຣມ. 14:2-4
4. ເປັນຫຍັງເຮົາຕ້ອງມີຂໍ້ຈຳກັດໄວ້ໃນເລື່ອງປະເພດຂອງການພັກຜ່ອນຢ່ອນໃຈທີ່ເຮົາເລືອກ? ຂໍໃຫ້ຍົກຕົວຢ່າງ.
4 ແນວໃດກໍຕາມ ເຮົາຍັງຕ້ອງສຳນຶກນຳວ່າການຍອມຮັບການພັກຜ່ອນຢ່ອນໃຈມີຫຼາຍແບບບໍ່ໄດ້ໝາຍຄວາມວ່າເຮົາມີສິດທີ່ຈະເຮັດຕາມໃຈໂຕເອງ. ເພື່ອເປັນຕົວຢ່າງ ຂໍໃຫ້ເບິ່ງຕົວຢ່າງກ່ຽວກັບອາຫານອີກເທື່ອໜຶ່ງ. ເຖິງວ່າເຮົາອາດພ້ອມທີ່ຈະກິນອາຫານທີ່ຫຼາກຫຼາຍໄດ້ ແຕ່ເຮົາຄືຊິບໍ່ຕັ້ງໃຈກິນອາຫານທີ່ບູດ. ການກິນອາຫານແບບນັ້ນຈະຂັດກັບຈິດສຳນຶກແລະອາດເຮັດໃຫ້ເຮົາເສຍສຸຂະພາບ. ຄ້າຍຄືກັນ ເຖິງວ່າເຮົາອາດເປີດຮັບຄວາມບັນເທີງຫຼາຍຮູບແບບ ແຕ່ເຮົາຈະບໍ່ເຂົ້າໄປຫຍຸ້ງກ່ຽວກັບການພັກຜ່ອນຢ່ອນໃຈທີ່ອາດເປັນອັນຕະລາຍຕໍ່ຊີວິດ ຮຸນແຮງ ຫຼືເສື່ອມຊາມດ້ານສິນລະທຳ. ການເຂົ້າໄປກ່ຽວຂ້ອງກັບກິດຈະກຳແບບນີ້ຂັດກັບຫຼັກການໃນຄຳພີໄບເບິນແລະເປັນອັນຕະລາຍຕໍ່ສຸຂະພາບຂອງເຮົາທາງຮ່າງກາຍແລະທາງຄວາມເຊື່ອ. ເພື່ອຈະແນ່ໃຈວ່າເຮົາຢູ່ໃນຂອບເຂດທີ່ເໜາະສົມ ເຮົາຄວນກຳນົດໄວ້ລ່ວງໜ້າວ່າການພັກຜ່ອນຢ່ອນໃຈບາງຢ່າງທີ່ດຶງດູດໃຈເຮົານັ້ນເປັນປະໂຫຍດຕໍ່ເຮົາຫຼືບໍ່. (ອຟຊ. 5:10) ເຮົາຈະເຮັດແບບນັ້ນໄດ້ແນວໃດ?
5. ເຮົາຈະບອກໄດ້ແນວໃດວ່າການພັກຜ່ອນຢ່ອນໃຈທີ່ເຮົາເລືອກສອດຄ່ອງກັບມາດຕະຖານຂອງພະເຈົ້າຫຼືບໍ່?
5 ເພື່ອຈະພັກຜ່ອນຢ່ອນໃຈແບບເປັນປະໂຫຍດຕໍ່ເຮົາແລະເຮັດໃຫ້ພະເຢໂຫວາພໍໃຈ ມັນຕ້ອງສອດຄ່ອງກັບມາດຕະຖານທີ່ບອກໄວ້ໃນຄຳພີໄບເບິນ. (ພສ. 86:11) ເພື່ອຈະບອກໄດ້ວ່າການພັກຜ່ອນຢ່ອນໃຈທີ່ເຈົ້າມັກເປັນແບບນັ້ນບໍ ເຈົ້າອາດເຮັດລາຍການກວດສອບງ່າຍໆຢ່າງໜຶ່ງ. ລາຍການນີ້ມີ 3 ຄຳຖາມທີ່ອາດສະຫຼຸບໄດ້ດ້ວຍ 3 ຄຳຄື ອັນໃດ ຕອນໃດ ແລະໃຜ. ຂໍໃຫ້ເຮົາເບິ່ງເທື່ອລະຢ່າງ.
ການພັກຜ່ອນຢ່ອນໃຈຂອງເຮົາກ່ຽວຂ້ອງກັບອັນໃດ?
6. ເຮົາຕ້ອງປະຕິເສດຄວາມບັນເທີງແບບໃດເດັດຂາດ ແລະຍ້ອນຫຍັງ?
6 ກ່ອນຈະເລືອກຄວາມບັນເທີງແບບໃດແບບໜຶ່ງ ໃຫ້ຖາມໂຕເອງວ່າ: ‘ອັນໃດຄືລັກສະນະຂອງການຜ່ອນຄາຍທີ່ຂ້ອຍຮູ້ສຶກວ່າໜ້າສົນໃຈ?’ ເມື່ອເຈົ້າຊອກຄຳຕອບ ມັນເປັນປະໂຫຍດຫຼາຍທີ່ຈະຈື່ໄວ້ສະເໝີວ່າມີຄວາມບັນເທີງ 2 ປະເພດຫຼັກໆ. ຄວາມບັນເທີງປະເພດທຳອິດແມ່ນ ເຮົາຈະບໍ່ເບິ່ງຢ່າງເດັດຂາດ ແລະປະເພດທີ 2 ແມ່ນເຮົາອາດເລືອກເຮັດໄດ້. ຄວາມບັນເທີງປະເພດທຳອິດແມ່ນຫຍັງ? ລັກສະນະຂອງຄວາມບັນເທີງຫຼາຍຢ່າງໃນໂລກຊົ່ວນີ້ເປັນເລື່ອງທີ່ກ່ຽວຂ້ອງກັບການກະທຳທີ່ຝ່າຝືນຫຼັກການໃນຄຳພີໄບເບິນຫຼືກົດໝາຍຂອງພະເຈົ້າຢ່າງຈະແຈ້ງ. (1ຢຮ. 5:19) ເຮົາປະຕິເສດຄວາມບັນເທີງທຸກຢ່າງທີ່ເປັນແບບນັ້ນຢ່າງເດັດຂາດ. ຄວາມບັນເທີງນັ້ນລວມເຖິງຄວາມບັນເທີງທີ່ເນັ້ນເລື່ອງຄວາມຮຸນແຮງ ລັດທິຜີປີສາດ ການຮັກຮ່ວມເພດ ສື່ລາມົກ ຫຼືຄວາມຮຸນແຮງທີ່ຍົກຍ້ອງຄວາມເຊື່ອອື່ນໆຫຼືການເຮັດຜິດສິນລະທຳ. (1ກຣ. 6:9, 10; ອ່ານພະນິມິດ 21:8 ) ບໍ່ວ່າເຮົາຈະຢູ່ບ່ອນໃດກໍຕາມ ເຮົາສະແດງໃຫ້ພະເຢໂຫວາເຫັນວ່າເຮົາ “ຊັງສິ່ງທີ່ຊົ່ວ” ໂດຍປະຕິເສດທີ່ຈະບໍ່ເຂົ້າໄປໃກ້ຄວາມບັນເທີງແບບນັ້ນ.—ຣມ. 12:9; 1ຢຮ. 1:5, 6
7, 8. ເຮົາຈະທົດສອບຄຸນນະພາບຂອງຄວາມບັນເທີງບາງປະເພດໄດ້ແນວໃດ? ຂໍໃຫ້ຍົກຕົວຢ່າງ.
7 ການພັກຜ່ອນຢ່ອນໃຈປະເພດທີ 2 ແມ່ນຄວາມບັນເທີງທີ່ບໍ່ເນັ້ນການກະທຳທີ່ຄຳພີໄບເບິນຕຳໜິຢ່າງຊັດເຈນ. ໃນກໍລະນີແບບນີ້ ກ່ອນຈະເລືອກຄວາມບັນເທີງ ເຮົາຄວນເບິ່ງກິດຈະກຳນັ້ນຢ່າງຮອບຄອບໂດຍສົມທຽບກັບສິ່ງທີ່ພະເຢໂຫວາຖືວ່າດີງາມຕາມທີ່ບອກໄວ້ໃນຫຼັກການຂອງຄຳພີໄບເບິນ. (ສພສ. 4:10, 11) ຈາກນັ້ນ ເຮົາຕ້ອງຕັດສິນໃຈດ້ວຍໂຕເອງແບບທີ່ຈະເຮັດໃຫ້ເຮົາມີໃຈຮູ້ຜິດຮູ້ຖືກທີ່ດີ. (ຄລຕ. 6:5; 1ຕມ. 1:19) ເຮົາຈະເຮັດແບບນັ້ນໄດ້ແນວໃດ? ຂໍໃຫ້ຄິດແບບນີ້: ກ່ອນຈະກິນອາຫານທີ່ບໍ່ເຄີຍກິນມາກ່ອນ ເຮົາຄືຊິຢາກຮູ້ວ່າອາຫານນັ້ນມີຫຍັງເປັນສ່ວນປະກອບຫຼັກ. ຄ້າຍຄືກັນ ກ່ອນຈະເລືອກການພັກຜ່ອນຢ່ອນໃຈແບບໃດແບບໜຶ່ງ ເຮົາຕ້ອງກວດສອບເບິ່ງກ່ອນວ່າລັກສະນະເດັ່ນຂອງການພັກຜ່ອນຢ່ອນໃຈນັ້ນແມ່ນຫຍັງ.—ອຟຊ. 5:17
8 ຕົວຢ່າງເຊັ່ນ: ເຈົ້າອາດມັກກິລາ ເຊິ່ງບໍ່ແມ່ນເລື່ອງແປກທີ່ເປັນແບບນັ້ນ. ກິລາສາມາດໃຫ້ຄວາມມ່ວນຊື່ນແລະຄວາມຕື່ນເຕັ້ນ. ແຕ່ຖ້າເຈົ້າມັກກິລາບາງຢ່າງຍ້ອນມັນແຂ່ງຂັນແບບດຸເດືອດ ມີຄວາມສ່ຽງສູງ ມີເປີເຊັນທີ່ຈະບາດເຈັບສູງ ມີການສະຫຼອງທີ່ວຸ່ນວາຍ ມີຄວາມຮັກຊາດ ຫຼືຄ້າຍຄືກັບທີ່ເວົ້າໄປແລ້ວເດ? ຫຼັງຈາກຄິດເບິ່ງແລ້ວແລະເຫັນວ່າກິລາທີ່ເຈົ້າມັກກ່ຽວຂ້ອງກັບສິ່ງເຫຼົ່ານັ້ນ ເຈົ້າຄືຊິລົງຄວາມເຫັນໄດ້ວ່າກິລານັ້ນຈະເຮັດໃຫ້ຄວາມຄິດຂອງເຈົ້າບໍ່ສອດຄ່ອງກັບວິທີຄິດຂອງພະເຢໂຫວາແລະບໍ່ສອດຄ່ອງກັບຂ່າວສານເລື່ອງສັນຕິສຸກແລະຄວາມຮັກທີ່ເຮົາປະກາດກັບຄົນອື່ນ. (ອຊຢ. 61:1; ຄລຕ. 5:19-21) ກົງກັນຂ້າມ ຖ້າເຈົ້າໝັ້ນໃຈວ່າການພັກຜ່ອນຢ່ອນໃຈບາງຢ່າງເປັນສິ່ງທີ່ດີງາມໃນສາຍຕາຂອງພະເຢໂຫວາ ມັນອາດເປັນປະໂຫຍດແລະເຮັດໃຫ້ເຈົ້າສົດຊື່ນ.—ຄລຕ. 5:22, 23; ອ່ານຟີລິບປອຍ 4:8
ຂ້ອຍເຮັດກິດຈະກຳທີ່ເປັນການພັກຜ່ອນຢ່ອນໃຈຕອນໃດ?
9. ຄຳຕອບຂອງເຮົາສຳລັບຄຳຖາມທີ່ວ່າ ‘ຂ້ອຍຈະເຮັດກິດຈະກຳທີ່ເປັນການພັກຜ່ອນຢ່ອນໃຈຕອນໃດ’ ສະແດງໃຫ້ເຫັນຫຍັງ?
9 ຄຳຖາມທີ 2 ທີ່ເຮົາຄວນຖາມໂຕເອງແມ່ນ ຕອນໃດ? ນັ້ນຄື ‘ຂ້ອຍຈະເຮັດກິດຈະກຳທີ່ເປັນການພັກຜ່ອນຢ່ອນໃຈຕອນໃດ? ຂ້ອຍຈະໃຊ້ເວລາຫຼາຍສ່ຳໃດກັບການພັກຜ່ອນຢ່ອນໃຈ?’ ຄຳຕອບຂອງເຮົາສຳລັບຄຳຖາມທີ່ວ່າອັນໃດ? ສະແດງໃຫ້ເຫັນທ່າອຽງຂອງເຮົາໄດ້ຫຼາຍແທ້ໆວ່າອັນໃດທີ່ເຮົາຍອມຮັບແລະອັນໃດທີ່ເຮົາບໍ່ຍອມຮັບ. ແນວໃດກໍຕາມ ຄຳຕອບສຳລັບຄຳຖາມທີ່ວ່າຕອນໃດ? ສະແດງໃຫ້ເຫັນການຈັດລຳດັບຄວາມສຳຄັນຂອງເຮົາວ່າອັນໃດສຳຄັນແລະອັນໃດບໍ່ສຳຄັນສຳລັບເຮົາ. ຖ້າເປັນແນວນັ້ນ ອັນໃດຈະຊ່ວຍເຮົາໃຫ້ຕັດສິນໃຈໄດ້ວ່າການພັກຜ່ອນຢ່ອນໃຈມີຄວາມສຳຄັນຫຼາຍສ່ຳໃດໃນຊີວິດຂອງເຮົາ?
10, 11. ຄຳເວົ້າຂອງພະເຢຊູໃນມັດທາຍ 6:33 ຊ່ວຍເຮົາແນວໃດໃນການຕັດສິນໃຈວ່າຈະໃຊ້ເວລາກັບການພັກຜ່ອນຢ່ອນໃຈຫຼາຍໜ້ອຍສ່ຳໃດ?
10 ພະເຢຊູບອກພວກລູກສິດວ່າ: “ເຈົ້າຕ້ອງຮັກພະເຢໂຫວາພະເຈົ້າຂອງເຈົ້າສຸດຫົວໃຈ ສຸດຊີວິດ ສຸດຄວາມຄິດ ແລະສຸດກຳລັງຂອງເຈົ້າ.” (ມຣກ. 12:30) ສະນັ້ນ ຄວາມຮັກທີ່ເຮົາມີຕໍ່ພະເຢໂຫວາຈຶ່ງມາເປັນອັນດັບທຳອິດໃນຊີວິດຂອງເຮົາ. ເຮົາສະແດງໃຫ້ເຫັນວ່າເປັນແນວນັ້ນໂດຍການເຮັດຕາມຄຳແນະນຳຂອງພະເຢຊູທີ່ວ່າ: “ພວກເຈົ້າຕ້ອງໃຫ້ການປົກຄອງຂອງພະເຈົ້າແລະການເຊື່ອຟັງເພິ່ນເປັນສິ່ງສຳຄັນທີ່ສຸດໃນຊີວິດສະເໝີ ແລ້ວເພິ່ນຈະໃຫ້ພວກເຈົ້າມີທຸກສິ່ງທີ່ຈຳເປັນ.” (ມທ. 6:33) ຄຳເວົ້ານັ້ນຈະຊ່ວຍເຮົາໄດ້ແນວໃດໃນການກຳນົດວ່າເຮົາຄວນໃຫ້ເວລາແລະຄວາມສຳຄັນກັບການພັກຜ່ອນຢ່ອນໃຈຫຼາຍສ່ຳໃດ?
11 ຂໍໃຫ້ສັງເກດ ພະເຢຊູບອກເຮົາວ່າ: “ພວກເຈົ້າຕ້ອງໃຫ້ການປົກຄອງຂອງພະເຈົ້າ ... ເປັນສິ່ງສຳຄັນທີ່ສຸດໃນຊີວິດສະເໝີ.” ເພິ່ນບໍ່ໄດ້ບອກເຮົາວ່າ “ພວກເຈົ້າຕ້ອງໃຫ້ການປົກຄອງຂອງພະເຈົ້າ ... ເປັນພຽງສິ່ງດຽວສະເໝີໄປ.’ ເຫັນໄດ້ແຈ້ງວ່າ ພະເຢຊູຮູ້ວ່ານອກຈາກການປົກຄອງຂອງພະເຢໂຫວາແລ້ວ ເຮົາຕ້ອງຊອກຫາຫຼາຍຢ່າງໃນຊີວິດ. ເຮົາຈຳເປັນຕ້ອງມີເຮືອນ ອາຫານກິນ ເຄື່ອງນຸ່ງ ການສຶກສາຂັ້ນພື້ນຖານ ວຽກເຮັດ ການພັກຜ່ອນຢ່ອນໃຈ ແລະສິ່ງອື່ນໆ. ແນວໃດກໍຕາມ ໃນສິ່ງຕ່າງໆທີ່ເຮົາຊອກຫານັ້ນມີພຽງສິ່ງດຽວທີ່ເຮົາຊອກຫາເປັນອັນດັບທຳອິດ ນັ້ນຄື ການປົກຄອງຂອງພະເຈົ້າ. (1ກຣ. 7:29-31) ຄວາມຈິງນີ້ຄວນຈະກະຕຸ້ນເຮົາໃຫ້ເຮັດກິດຈະກຳຕ່າງໆທີ່ຢູ່ໃນອັນດັບຮອງລົງມາລວມເຖິງການພັກຜ່ອນຢ່ອນໃຈໃນແບບທີ່ເຮັດໃຫ້ເຮົາສາມາດເຮັດກິດຈະກຳຫຼັກຂອງເຮົາໄດ້ ເຊິ່ງກໍຄືການເອົາໃຈໃສ່ຜົນປະໂຫຍດຂອງການປົກຄອງຂອງພະເຈົ້າ. ຖ້າເຮົາເຮັດແບບນັ້ນ ການພັກຜ່ອນຢ່ອນໃຈທີ່ເໝາະສົມກໍຈະເປັນປະໂຫຍດ.
12. ເຮົາຈະໃຊ້ຫຼັກການໃນລູກາ 14:28 ແນວໃດກັບການພັກຜ່ອນຢ່ອນໃຈ?
12 ສະນັ້ນ ໃນເລື່ອງການໃຊ້ເວລາກັບການພັກຜ່ອນຢ່ອນໃຈ ເຮົາຄວນຄິດລ່ວງໜ້າວ່າຈະໃຊ້ເວລາສ່ຳໃດ. (ລກ. 14:28) ເຮົາຕ້ອງຮູ້ວ່າການພັກຜ່ອນຢ່ອນໃຈແບບໃດແບບໜຶ່ງຈະເຮັດໃຫ້ເຮົາເສຍເວລາໄປສ່ຳໃດ. ຈາກນັ້ນ ເຮົາຕ້ອງຕັດສິນໃຈວ່າເວລາທີ່ເສຍໄປນັ້ນຄຸ້ມຄ່າບໍ. ຖ້າການພັກຜ່ອນຢ່ອນໃຈບາງຢ່າງທີ່ເຮົາເລືອກເຮັດໃຫ້ເຮົາລະເລີຍກິດຈະກຳຕ່າງໆທີ່ສຳຄັນ ເຊັ່ນ: ການສຶກສາສ່ວນໂຕ ການນະມັດສະການປະຈຳຄອບຄົວ ການເຂົ້າຮ່ວມການປະຊຸມ ຫຼືການປະກາດກໍຖືວ່າການພັກຜ່ອນຢ່ອນໃຈນັ້ນບໍ່ຄຸ້ມກັບເວລາທີ່ເຮົາເສຍໄປ. (ມຣກ. 8:36) ແຕ່ຖ້າການພັກຜ່ອນຢ່ອນໃຈເປັນບາງເທື່ອເຮັດໃຫ້ເຮົາມີພະລັງທີ່ຈະຮັບໃຊ້ພະເຢໂຫວາຕໍ່ໆໄປ ເຮົາກໍອາດເວົ້າໄດ້ວ່າເວລາທີ່ເສຍໄປກັບການພັກຜ່ອນຢ່ອນໃຈແບບນັ້ນຄຸ້ມຄ່າ.
ໃຜຄືໝູ່ຂອງຂ້ອຍ?
13. ເປັນຫຍັງເຮົາຄວນຄິດຢ່າງຮອບຄອບວ່າເຮົາຈະຮ່ວມເຮັດກິດຈະກຳທີ່ເປັນການພັກຜ່ອນຢ່ອນໃຈກັບໃຜ?
13 ຄຳຖາມທີ 3 ທີ່ເຮົາຄວນຖາມໂຕເອງແມ່ນ ໃຜ? ນັ້ນຄື ‘ໃຜແມ່ນຄົນທີ່ຂ້ອຍຕ້ອງການເຮັດກິດຈະກຳທີ່ເປັນການພັກຜ່ອນຢ່ອນໃຈນຳ?’ ເປັນເລື່ອງສຳຄັນຫຼາຍທີ່ຕ້ອງຄິດເຖິງການພັກຜ່ອນຢ່ອນໃຈໃນແງ່ມຸມນີ້. ຍ້ອນຫຍັງ? ຍ້ອນໝູ່ທີ່ເຮົາຄົບຫານຳມີຜົນຫຼາຍຕໍ່ການພັກຜ່ອນຢ່ອນໃຈທີ່ເຮົາເລືອກ. ຄືກັບການກິນອາຫານຈະມ່ວນກວ່າເມື່ອກິນກັບໝູ່ທີ່ດີ ການເຮັດກິດຈະກຳທີ່ເປັນການພັກຜ່ອນຢ່ອນໃຈຈະມ່ວນກວ່າເມື່ອເຮັດນຳກັນກັບໝູ່ທີ່ດີ. ຍ້ອນແນວນີ້ຈຶ່ງເປັນເລື່ອງເຂົ້າໃຈໄດ້ທີ່ຫຼາຍຄົນໃນພວກເຮົາໂດຍສະເພາະແມ່ນໄວລຸ້ນມັກການພັກຜ່ອນຢ່ອນໃຈທີ່ເຮັດກັບຄົນອື່ນ. ແນວໃດກໍຕາມ ເພື່ອໃຫ້ແນ່ໃຈວ່າກິດຈະກຳແບບໃດແບບໜຶ່ງຈະເປັນປະໂຫຍດ ເປັນສິ່ງທີ່ດີທີ່ຈະກຳນົດໄວ້ລ່ວງໜ້າວ່າຄົນແບບໃດທີ່ເຮົາຈະເລືອກເປັນໝູ່ແລະຄົນແບບໃດທີ່ເຮົາຄວນຫຼີກລ່ຽງ.—2ຂຄ. 19:2; ອ່ານ ສຸພາສິດ 13:20; ຢກບ. 4:4
14, 15. (ກ) ພະເຢຊູວາງຕົວຢ່າງໄວ້ແນວໃດໃນການເລືອກໝູ່ທີ່ເໝາະສົມ? (ຂ) ເຮົາຄວນຖາມໂຕເອງແນວໃດກ່ຽວກັບໝູ່ທີ່ເຮົາຄົບຫາ?
14 ການເຮັດຕາມຕົວຢ່າງຂອງພະເຢຊູໃນການເລືອກໝູ່ຈະເປັນປະໂຫຍດຫຼາຍ. ນັບຕັ້ງແຕ່ຕອນສ້າງໂລກ ພະເຢຊູຮັກມະນຸດ. (ສພສ. 8:31) ຕອນທີ່ມີຊີວິດຢູ່ໃນໂລກ ເພິ່ນສະແດງຄວາມຮັກແລະຄວາມນັບຖືຕໍ່ຄົນອື່ນ. (ມທ. 15:29-37) ແນວໃດກໍຕາມ ພະເຢຊູໄດ້ຂີດເສັ້ນແບ່ງໄວ້ຢ່າງຈະແຈ້ງລະຫວ່າງການເປັນມິດກັບການເປັນໝູ່ສະໜິດ. ເຖິງວ່າເພິ່ນເປັນມິດກັບຄົນທົ່ວໄປ ແຕ່ເພິ່ນສະໜິດກັບຄົນທີ່ບັນລຸຂໍ້ຮຽກຮ້ອງບາງຢ່າງເທົ່ານັ້ນ. ພະເຢຊູເວົ້າກັບອັກຄະສາວົກ 11 ຄົນທີ່ສັດຊື່ວ່າ: “ຖ້າພວກເຈົ້າເຮັດຕາມຄຳສັ່ງຂອງຂ້ອຍ ພວກເຈົ້າກໍເປັນໝູ່ຂ້ອຍ.” (ຢຮ. 15:14 ແລະເບິ່ງໂຢຮັນ 13:27, 30 ນຳ) ຄົນທີ່ພະເຢຊູຍອມຮັບເປັນໝູ່ແມ່ນຄົນທີ່ຕິດຕາມເພິ່ນແລະຮັບໃຊ້ພະເຢໂຫວາເທົ່ານັ້ນ.
15 ສະນັ້ນ ເມື່ອເຈົ້າຖືວ່າຜູ້ໃດຜູ້ໜຶ່ງເປັນໝູ່ສະໜິດຫຼືບໍ່ ເປັນສິ່ງທີ່ດີທີ່ຈະຄິດເຖິງຄຳເວົ້າຂອງພະເຢຊູ. ໃຫ້ຖາມໂຕເອງວ່າ: ‘ຜູ້ນີ້ເວົ້າແລະເຮັດໃຫ້ເຫັນບໍວ່າລາວເຮັດຕາມຄຳສັ່ງຂອງພະເຢໂຫວາແລະພະເຢຊູ? ລາວມັກສິ່ງທີ່ດີແລະຊັງສິ່ງທີ່ຊົ່ວແລະມີຫຼັກສິນລະທຳຕາມທີ່ຄຳພີໄບເບິນບອກໄວ້ແບບດຽວກັບທີ່ຂ້ອຍມີບໍ? ຖ້າເປັນໝູ່ກັບລາວ ລາວຈະກະຕຸ້ນຂ້ອຍຈັດໃຫ້ການປົກຄອງຂອງພະເຈົ້າເປັນສິ່ງທຳອິດໃນຊີວິດແລະເປັນຜູ້ຮັບໃຊ້ທີ່ພັກດີຂອງພະເຢໂຫວາບໍ?’ ຖ້າເຈົ້າແນ່ໃຈວ່າຄຳຕອບສຳລັບຄຳຖາມເຫຼົ່ານັ້ນຄື ແມ່ນ ເຈົ້າກໍເຈິໝູ່ທີ່ດີທີ່ເຈົ້າຈະເຮັດກິດຈະກຳທີ່ເປັນການພັກຜ່ອນຢ່ອນໃຈນຳກັນແລ້ວ.—ອ່ານເພງສັນລະເສີນ 119:63; 2ກຣ. 6:14; 2ຕມ. 2:22
ການພັກຜ່ອນຢ່ອນໃຈທີ່ເຮົາເລືອກຜ່ານການກວດສອບບໍ?
16. ເຮົາຕ້ອງກຳນົດຫຍັງໄວ້ໃນເລື່ອງຄວາມບັນເທີງທີ່ເຮົາເລືອກ?
16 ເຮົາໄດ້ເບິ່ງນຳກັນສັ້ນໆ 3 ຈຸດກ່ຽວກັບຄວາມບັນເທີງ ນັ້ນຄື ຄຸນນະພາບ ປະລິມານ ແລະໝູ່. ເພື່ອຈະເປັນປະໂຫຍດ ຄວາມບັນເທີງທີ່ເຮົາເລືອກຕ້ອງສອດຄ່ອງກັບຫຼັກການໃນຄຳພີໄບເບິນ. ສະນັ້ນ ກ່ອນຈະຮ່ວມກິດຈະກຳທີ່ເປັນການພັກຜ່ອນຢ່ອນໃຈແບບໃດແບບໜຶ່ງ ເຮົາຕ້ອງກວດສອບການພັກຜ່ອນຢ່ອນໃຈນັ້ນ. ໃນເລື່ອງຄຸນນະພາບ ເຮົາຕ້ອງການຈະຮູ້ວ່າ: ‘ການພັກຜ່ອນຢ່ອນໃຈນັ້ນກ່ຽວຂ້ອງກັບຫຍັງ? ເປັນການພັກຜ່ອນຢ່ອນໃຈທີ່ດີງາມຫຼືວ່າເສື່ອມຊາມ?’ (ສພສ. 4:20-27) ໃນເລື່ອງປະລິມານ ເຮົາຕ້ອງການຮູ້ວ່າ: ‘ຂ້ອຍຈະໃຊ້ເວລາກັບການພັກຜ່ອນຢ່ອນໃຈນັ້ນສ່ຳໃດ? ເວລາທີ່ຈະໃຊ້ໄປນັ້ນເໝາະສົມບໍ?’ (1ຕມ. 4:8) ແລະໃນເລື່ອງໝູ່ ເຮົາຕ້ອງກຳນົດໄວ້ວ່າ: ‘ຂ້ອຍຈະຮ່ວມຄວາມບັນເທີງກັບໃຜ? ຄົນທີ່ຈະຮ່ວມຄວາມບັນເທີງນຳກັນນັ້ນເປັນຄົນດີຫຼືບໍ່ດີ?’—ປຍຈ. 9:18; 1ກຣ. 15:33
17, 18. (ກ) ເຮົາຈະກວດສອບໂຕເອງໄດ້ແນວໃດເພື່ອຈະເບິ່ງວ່າຄວາມບັນເທີງທີ່ເຮົາເລືອກສອດຄ່ອງກັບຫຼັກການໃນຄຳພີໄບເບິນຫຼືບໍ່? (ຂ) ເຈົ້າຕັ້ງໃຈແນ່ວແນ່ທີ່ຈະເຮັດຫຍັງໃນເລື່ອງການເລືອກຄວາມບັນເທີງ?
17 ຖ້າຄວາມບັນເທີງແບບໃດແບບໜຶ່ງບໍ່ສອດຄ່ອງກັບຫຼັກການໃນຄຳພີໄບເບິນໃນແງ່ໃດແງ່ໜຶ່ງຂອງ 3 ຈຸດນີ້ ຄວາມບັນເທີງນັ້ນກໍບໍ່ຜ່ານການກວດສອບ. ກົງກັນຂ້າມ ຖ້າເຮົາແນ່ໃຈວ່າກິດຈະກຳທີ່ເປັນການພັກຜ່ອນຢ່ອນໃຈທີ່ເຮົາເລືອກສອດຄ່ອງກັບຫຼັກການໃນຄຳພີໄບເບິນທັງສາມຈຸດ ການພັກຜ່ອນຢ່ອນໃຈທີ່ເຮົາເລືອກກໍນຳຄຳສັນລະເສີນມາສູ່ພະເຢໂຫວາແລະເປັນປະໂຫຍດຕໍ່ເຮົາ.—ພສ. 119:33-35
18 ສະນັ້ນ ໃນເລື່ອງການພັກຜ່ອນຢ່ອນໃຈ ຂໍໃຫ້ເຮົາພະຍາຍາມເຮັດສິ່ງທີ່ເໝາະສົມ ໃນເວລາທີ່ເໝາະສົມ ແລະກັບຄົນທີ່ເໝາະສົມ. ແມ່ນແລ້ວ ຂໍໃຫ້ເຮົາແຕ່ລະຄົນຕ້ອງການແທ້ໆທີ່ຈະເຮັດຕາມຄຳແນະນຳໃນຄຳພີໄບເບິນທີ່ວ່າ: “ຖ້າເຈົ້າຈະກິນ ຈະດື່ມ ຫຼືຈະເຮັດຫຍັງກໍຕາມ ໃຫ້ເຈົ້າເຮັດທຸກສິ່ງໃນແບບທີ່ເຮັດໃຫ້ພະເຈົ້າໄດ້ຮັບການຍ້ອງຍໍສັນລະເສີນ.”—1ກຣ. 10:31
[ຂໍ້ຄວາມໄຂເງື່ອນ]
a ໃນບົດນີ້ ຈະມີການໃຊ້ຄຳ “ພັກຜ່ອນຢ່ອນໃຈ” ແລະ “ຄວາມບັນເທີງ” ສະຫຼັບກັນໄປເຊິ່ງໝາຍເຖິງເວລາທີ່ເຮົາກັນໄວ້ເພື່ອນພັກຜ່ອນເຊິ່ງເຮັດໃຫ້ເຮົາເພີດເພີນຍິນດີ.
ເຈົ້າອະທິບາຍໄດ້ບໍ?
ໃນເລື່ອງການພັກຜ່ອນຢ່ອນໃຈ ເຈົ້າຈະໃຊ້ຫຼັກການໃນຂໍ້ພະຄຳພີຕໍ່ໄປນີ້ແນວໃດ ...
• ຟີລິບປອຍ 4:8?
• ມັດທາຍ 6:33?
[ແຜນວາດ]
(ລາຍລະອຽດເບິ່ງຈາກໜັງສື/ຈຸນລະສານ)
✔ອັນໃດ
[ແຜນວາດ]
(ລາຍລະອຽດເບິ່ງຈາກໜັງສື/ຈຸນລະສານ)
✔ຕອນໃດ
[ແຜນວາດ]
(ລາຍລະອຽດເບິ່ງຈາກໜັງສື/ຈຸນລະສານ)
✔ໃຜ
[ຮູບພາບ]
ເຮົາຈະເຮັດຕາມຕົວຢ່າງຂອງພະເຢຊູໄດ້ແນວໃດໃນການເລືອກໝູ່ແລະກິດຈະກຳທີ່ເປັນການພັກຜ່ອນຢ່ອນໃຈ?