ຄຳແນະນຳສຳລັບຄອບຄົວ | ການລ້ຽງລູກ
ສອນລູກເລື່ອງເພດ
ບັນຫາ
ໃນຫຼາຍສິບປີກ່ອນ ພໍ່ແມ່ເປັນຄົນທຳອິດທີ່ມີໂອກາດສອນລູກເລື່ອງເພດ. ເຂົາເຈົ້າຈະຄ່ອຍໆອະທິບາຍເລື່ອງທີ່ລູກຄວນຮູ້ຕາມໄວທີ່ເຂົາເຈົ້າຈະເຂົ້າໃຈໄດ້.
ແຕ່ຕອນນີ້ທຸກຢ່າງປ່ຽນໄປ. ປຶ້ມ The Lolita Effect ບອກວ່າ: “ເດັກນ້ອຍຮູ້ເຫັນເລື່ອງເພດຕັ້ງແຕ່ຍັງນ້ອຍ ແລະປຶ້ມຫຼືກະຕູນສຳລັບເດັກນ້ອຍຈະມີເລື່ອງເພດຫຼາຍຂຶ້ນ.” ຄວາມເປັນຈິງນີ້ຊ່ວຍຫຼືທຳຮ້າຍເດັກ?
ສິ່ງທີ່ເຈົ້າຄວນຮູ້
ເລື່ອງເພດພົບເຫັນໄດ້ທຸກບ່ອນ. ເດບຣາ ຣອບແມນ ຂຽນໃນປຶ້ມຂອງລາວທີ່ຊື່ລົມກັບຂ້ອຍກ່ອນວ່າ: “ບໍ່ວ່າຈະເປັນການລົມກັນ ການໂຄສະນາ ໃນໜັງ ປຶ້ມ ເນື້ອເພງ ລາຍການໂທລະທັດ ຂໍ້ຄວາມ ເກມ ປ້າຍໂຄສະນາ ໃນໜ້າຈໍໂທລະສັບແລະຄອມພິວເຕີມີແຕ່ເລື່ອງເພດ ຫຼາຍຄົນ [ໄວລຸ້ນແລະເດັກນ້ອຍ] ຈະລົມກັນຫຼືເວົ້າຢອກກັນເລື່ອງເພດທັງແບບທີ່ຕັ້ງໃຈແລະບໍ່ຕັ້ງໃຈ ເລື່ອງເພດເປັນເລື່ອງ . . . ທີ່ນິຍົມກັນຫຼາຍທີ່ສຸດ.”
ການຕະຫຼາດກໍມີສ່ວນ. ນັກໂຄສະນາ ແລະຜູ້ຄ້າຂາຍທັງຫຼາຍໂຄສະນາເຄື່ອງນຸ່ງເດັກນ້ອຍໃນແບບເຊັກຊີ້ແລະສອນເດັກນ້ອຍຕັ້ງແຕ່ຍັງນ້ອຍໆໃຫ້ເນັ້ນເລື່ອງຮູບຮ່າງໜ້າຕາ. ປຶ້ມເຊັກຊີ້ເກີນໄປຕັ້ງແຕ່ນ້ອຍໂພດ (ພາສາອັງກິດ) ບອກວ່າ: “ນັກການຕະຫຼາດຮູ້ວ່າເດັກນ້ອຍຢາກໄດ້ຮັບການຍອມຮັບແລະຢາກເຂົ້າກັບໝູ່ໄດ້ກໍເລີຍສວຍໂອກາດໃຊ້ສິ່ງເຫຼົ່ານັ້ນ. ທີ່ຈິງແລ້ວ ຮູບໂຄສະນາແລະຮູບທີ່ເນັ້ນຄວາມເຊັກຊີ້ບໍ່ໄດ້ຕັ້ງໃຈເນັ້ນເລື່ອງເພດໃຫ້ກັບເດັກນ້ອຍແຕ່ເພື່ອເພີ່ມຍອດຂາຍ.”
ມີແຕ່ຄວາມຮູ້ຍັງບໍ່ພໍ. ການຮູ້ວິທີເຮັດວຽກຂອງລົດໃຫຍ່ກັບການເປັນຜູ້ຂັບລົດທີ່ມີຄວາມຮັບຜິດຊອບແຕກຕ່າງກັນ. ຄ້າຍຄືກັນ ການຮູ້ເລື່ອງເພດກັບການໃຊ້ຄວາມຮູ້ນັ້ນເພື່ອຕັດສິນໃຈຢ່າງຖືກຕ້ອງກໍເປັນເລື່ອງທີ່ຕ່າງກັນ.
ຈຸດສຳຄັນແມ່ນ: ໃນທຸກມື້ນີ້ ເຈົ້າຕ້ອງຊ່ວຍລູກໃຫ້ຝຶກໃຊ້ “ຄວາມຄິດ” ຈົນສາມາດ “ແຍກອອກໄດ້ວ່າອັນໃດຖືກອັນໃດຜິດ” ຫຼາຍກວ່າທີ່ຜ່ານມາ.—ເຮັບເຣີ 5:14
ສິ່ງທີ່ເຈົ້າເຮັດໄດ້
ໜ້າທີ່ຂອງເຈົ້າ. ການສອນເລື່ອງເພດກັບລູກ ເຖິງວ່າຈະເຮັດໃຫ້ຮູ້ສຶກອຶດອັດ ແຕ່ມັນກໍເປັນໜ້າທີ່ຂອງເຈົ້າ. ສະນັ້ນ ເຈົ້າຕ້ອງສອນເອງ.—ຫຼັກການໃນຄຳພີໄບເບິນ: ສຸພາສິດ 22:6
ເວົ້າເທື່ອລະເລັກເທື່ອລະໜ້ອຍ. ແທນທີ່ຈະເວົ້າຍາວໆ ໃຫ້ໃຊ້ເວລາຕອນທີ່ຢູ່ນຳກັນແບບສະບາຍໆລົມກັນໃນເລື່ອງນີ້ ອາດເປັນຕອນທີ່ເຈົ້າກັບລູກຂີ່ລົດອອກໄປທາງນອກນຳກັນຫຼືເຮັດວຽກເຮືອນນຳກັນ. ລອງໃຊ້ຄຳຖາມເພື່ອໃຫ້ລູກເປີດໃຈ. ຕົວຢ່າງເຊັ່ນ: ແທນທີ່ຈະເວົ້າວ່າ “ລູກມັກເບິ່ງໂຄສະນາແບບນັ້ນບໍ?” ເຈົ້າອາດເວົ້າວ່າ “ເປັນຫຍັງລູກຄິດວ່າບໍລິສັດຕ້ອງໃຊ້ຮູບແບບນັ້ນເພື່ອໂຄສະນາສິນຄ້າ?” ເມື່ອລູກຕອບແລ້ວ ເຈົ້າຈຶ່ງຄອຍຖາມວ່າ “ລູກຄິດແນວໃດ?”—ຫຼັກການໃນຄຳພີໄບເບິນ: ພະບັນຍັດ 6:6, 7
ເວົ້າໃຫ້ເໝາະສົມກັບອາຍຸຂອງລູກ. ຕອນທີ່ລູກຮຽນຢູ່ອະນຸບານ ເຈົ້າອາດສອນພຽງແຕ່ວ່າອະໄວຍະວະສືບພັນເອີ້ນວ່າຫຍັງ ແລະສອນວ່າຈະເຮັດຈັ່ງໃດຖ້າມີຄົນມາຈັບບາຍລູກ. ເມື່ອລູກໃຫຍ່ຂຶ້ນອີກໜ້ອຍໜຶ່ງ ເຈົ້າກໍອາດຈະສອນເລື່ອງການສືບພັນ. ຕອນທີ່ລູກເປັນໄວລຸ້ນ ເຂົາເຈົ້າຄວນຈະເຂົ້າໃຈຫຼາຍຂຶ້ນກ່ຽວກັບເລື່ອງເພດແລະເລື່ອງສິນລະທຳ.
ປູກຝັງສິນລະທຳໃຫ້ລູກ. ເຈົ້າຕ້ອງເລີ່ມສອນລູກຕັ້ງແຕ່ນ້ອຍໆເລື່ອງຄວາມສັດຊື່ແລະຄວາມນັບຖືນຳ. ເມື່ອລົມເລື່ອງເພດສຳພັນກັບລູກ ເຈົ້າກໍຕ້ອງເວົ້າໃຫ້ຈະແຈ້ງວ່າການມີສິນລະທຳທີ່ດີເປັນເລື່ອງສຳຄັນຄືກັນ. ຕົວຢ່າງເຊັ່ນ: ຖ້າເຈົ້າບອກລູກວ່າການມີເພດສຳພັນກ່ອນແຕ່ງດອງເປັນເລື່ອງທີ່ຜິດກໍໃຫ້ອະທິບາຍນຳວ່າເປັນຫຍັງມັນຈຶ່ງຜິດແລະອັນຕະລາຍ. ປຶ້ມ Beyond the Big Talk ບອກວ່າ: “ໄວລຸ້ນທີ່ຮູ້ວ່າພໍ່ແມ່ບໍ່ມັກໃຫ້ມີເພດສຳພັນຈະບໍ່ເຮັດສິ່ງນີ້.”
ເປັນຕົວຢ່າງທີ່ດີ. ເຈົ້າຕ້ອງເຮັດຕາມທີ່ເຈົ້າສອນ. ຕົວຢ່າງເຊັ່ນ: ເຈົ້າມັກຫົວຂວັນກັບມຸກຕະຫຼົກລາມົກບໍ? ເຈົ້າແຕ່ງໂຕໂປ້ບໍ? ເຈົ້າຫວ່ານສະເໜ່ໃຫ້ຄົນອື່ນບໍ? ຖ້າເຈົ້າເຮັດແບບນັ້ນກໍຈະເຮັດໃຫ້ລູກເຫັນວ່າການມີສິນລະທຳທີ່ດີໃນແບບທີ່ເຈົ້າພະຍາຍາມສອນນັ້ນກາຍເປັນເລື່ອງທີ່ບໍ່ສຳຄັນ.—ຫຼັກການໃນຄຳພີໄບເບິນ: ໂຣມ 2:21
ຄິດໃນແງ່ບວກ. ເພດສຳພັນເປັນຂອງຂວັນຈາກພະເຢໂຫວາ ແລະຖ້າເຮັດຢ່າງຖືກຕ້ອງຄືສະເພາະກັບຜົວຫຼືເມຍຂອງໂຕເອງເທົ່ານັ້ນກໍຈະເປັນແຫຼ່ງທີ່ເຮັດໃຫ້ມີຄວາມສຸກ. (ສຸພາສິດ 5:18, 19) ສອນລູກໃຫ້ຮູ້ວ່າເຂົາເຈົ້າຈະໄດ້ຂອງຂວັນນັ້ນຕອນໃດໂດຍບໍ່ເຮັດໃຫ້ເກີດຄວາມທຸກໃຈແລະກັງວົນຍ້ອນມີເພດສຳພັນນອກສາຍສົມລົດ.—1 ຕີໂມທຽວ 1:18, 19