ພະຍານພະເຢໂຫວາຫ້າມການເບິ່ງໜັງ ອ່ານປຶ້ມ ຫຼືຟັງເພງບາງຢ່າງບໍ?
ບໍ່ແມ່ນ. ອົງການຂອງເຮົາບໍ່ໄດ້ກວດເບິ່ງໜັງ ປຶ້ມ ຫຼືເພງແຕ່ລະຢ່າງເພື່ອຈະຕັດສິນວ່າໜັງ ປຶ້ມ ຫຼືເພງແບບໃດທີ່ເຮົາຄວນຫຼີກລ່ຽງ. ເປັນຫຍັງເຮົາຈຶ່ງບໍ່ເຮັດແບບນັ້ນ?
ເປົ້າໝາຍໃນຊີວິດຂອງເຮົາແມ່ນ “ໃຫ້ກວດເບິ່ງຢູ່ສະເໝີວ່າສິ່ງທີ່ພວກເຈົ້າເຮັດເປັນສິ່ງທີ່ຜູ້ເປັນນາຍພໍໃຈຫຼືບໍ່.”—ເອເຟໂຊ 5:10
ລາວອາດຕັດສິນໃຈວ່າຄວາມບັນເທີງແບບໃດທີ່ຄົນໃນຄອບຄົວຈະເບິ່ງໄດ້. (1 ໂກຣິນໂທ 11:3; ເອເຟໂຊ 6:1-4) ສະນັ້ນ ບໍ່ມີໃຜມີສິດຫ້າມຄົນໃນປະຊາຄົມເບິ່ງໜັງບາງເລື່ອງ ຟັງເພງບາງເພງ ຫຼືມັກນັກສະແດງບາງຄົນ.—ຄາລາເຕຍ 6:5
a ຕົວຢ່າງເຊັ່ນ: ຄຳພີໄບເບິນຕຳໜິທຸກສິ່ງທີ່ກ່ຽວຂ້ອງກັບໄສຍະສາດ ການຜິດສິນລະທຳທາງເພດ ຫຼືຄວາມຮຸນແຮງ.—ພະບັນຍັດ 18:10-13; ເອເຟໂຊ 5:3