ສາລະບານ
ອາທິດເລີ່ມວັນທີ 31 ທັນວາ 2018–6 ມັງກອນ 2019
3 ‘ຈົ່ງຊື້ຄວາມຈິງເອົາໄວ້ແລະຢ່າຂາຍອີກສັກເທື່ອ’
ອາທິດເລີ່ມວັນທີ 7-13 ມັງກອນ 2019
9 “ຂ້ານ້ອຍຈະທຽວໄປໃນຄວາມຈິງຂອງພະອົງ”
ສອງບົດຄວາມເຫຼົ່ານີ້ຈະຊ່ວຍເຮົາໃຫ້ຮັກຄວາມຈິງຂອງພະເຢໂຫວາຫຼາຍຂຶ້ນ. ມັນຄຸ້ມຄ່າຫຼາຍກວ່າທຸກສິ່ງທີ່ເຮົາໄດ້ເສຍສະລະໄປ. ເຮົາຈະຮຽນຮູ້ສິ່ງທີ່ຈະຊ່ວຍເຮົາໃຫ້ເບິ່ງຄວາມຈິງເປັນສິ່ງທີ່ມີຄ່າຕໍ່ໆໄປ. ບົດຄວາມເຫຼົ່ານີ້ຍັງຈະຊ່ວຍເຮົາໃຫ້ເຂັ້ມແຂງເພື່ອທີ່ເຮົາຈະບໍ່ຖິ້ມຫຼືແລກຄວາມຈິງຂອງພະເຢໂຫວາກັບສິ່ງໃດ.
ອາທິດເລີ່ມວັນທີ 14-20 ມັງກອນ 2019
15 ໄວ້ວາງໃຈພະເຢໂຫວາແລ້ວຈະມີຊີວິດຢູ່!
ພະທຳຫາບາກຸກສະແດງໃຫ້ເຮົາເຫັນວິທີທີ່ເຮົາຈະໄວ້ວາງໃຈພະເຢໂຫວາຕໍ່ໆໄປເມື່ອປະສົບກັບຄວາມຫຍຸ້ງຍາກລຳບາກ. ບົດຄວາມນີ້ຈະຊ່ວຍເຮົາໃຫ້ເຫັນວ່າເຖິງວ່າເຮົາຈະມີຄວາມກັງວົນ ຖືກທົດສອບ ແລະເຈັບປວດໃນຫຼາຍໆຄັ້ງ ພະເຈົ້າຈະປົກປ້ອງເຮົາແນ່ນອນເພາະເຮົາໄວ້ວາງໃຈພະອົງ.
ອາທິດເລີ່ມວັນທີ 21-27 ມັງກອນ 2019
21 ໃຜມີອິດທິພົນຕໍ່ຄວາມຄິດຂອງເຈົ້າ?
ອາທິດເລີ່ມວັນທີ 28 ມັງກອນ 2019–3 ກຸມພາ 2019
27 ເຈົ້າຄິດຄືກັບພະເຢໂຫວາບໍ?
ເມື່ອເຮົາໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນ ເຮົາກໍເລີ່ມເຂົ້າໃຈວ່າຄວາມຄິດຂອງພະອົງເໜືອກວ່າຄວາມຄິດຂອງເຮົາຫຼາຍ. ສອງບົດຄວາມນີ້ຈະອະທິບາຍວິທີທີ່ເຮົາຈະຫຼີກລ່ຽງອິດທິພົນຈາກຄວາມຄິດຂອງໂລກແລະວິທີທີ່ເຮົາຈະປ່ຽນຄວາມຄິດຂອງເຮົາໃຫ້ຄືກັບຄວາມຄິດຂອງພະເຢໂຫວາຫຼາຍຂຶ້ນ.