ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ18 ກັນຍາ ໜ້າ 2
  • ສາລະບານ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ສາລະບານ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
ຫ18 ກັນຍາ ໜ້າ 2

ສາລະບານ

ອາທິດ​ເລີ່ມ​ວັນ​ທີ 29 ຕຸລາ 2018–4 ພະຈິກ 2018

3 “ຖ້າ​ທ່ານ​ທັງ​ຫຼາຍ​ຮູ້ຈັກ​ສິ່ງ​ທັງ​ຫຼາຍ​ນີ້​ທ່ານ​ກໍ​ເປັນ​ສຸກ ຖ້າ​ທ່ານ​ທັງ​ຫຼາຍ​ຂັບ​ຕາມ”

ຄວາມ​ຮູ້​ຈະ​ເປັນ​ປະໂຫຍດ​ກໍ​ຕໍ່​ເມື່ອ​ເຮົາ​ໃຊ້​ມັນ​ເທົ່າ​ນັ້ນ. ເພື່ອ​ຈະ​ໃຊ້​ສິ່ງ​ທີ່​ໄດ້​ຮຽນ ເຮົາ​ຕ້ອງ​ເປັນ​ຄົນ​ຖ່ອມ​ຕົວ. ບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຖ່ອມ​ຕົວ​ສະເໝີ​ແລະ​ຮູ້​ວິທີ​ທີ່​ເຮົາ​ຈະ​ຮຽນ​ແບບ​ຢ່າງ​ຄົນ​ໃນ​ຄຳພີ​ໄບເບິນ​ທີ່​ປະກາດ​ກັບ​ທຸກ​ຄົນ ອະທິດຖານ​ເພື່ອ​ຄົນ​ອື່ນ ແລະ​ອົດ​ທົນ​ລໍ​ຖ້າ​ພະ​ເຢໂຫວາ.

ອາທິດ​ເລີ່ມ​ວັນ​ທີ 5-11 ພະຈິກ 2018

8 ໃຫ້​ກຳລັງ​ໃຈ​ແລະ​ເສີມ​ສ້າງ​ກັນ​ດ້ວຍ​ຄວາມ​ຮັກ​ຕໍ່ໆໄປ

ເຮົາ​ມີ​ຊີວິດ​ໃນ​ສະໄໝ​ທີ່​ຫຍຸ້ງຍາກ​ເຊິ່ງ​ເຮັດ​ໃຫ້​ທໍ້​ໃຈ​ແລະ​ໝົດ​ຫວັງ​ໄດ້​ງ່າຍໆ. ພະ​ເຢໂຫວາ​ແລະ​ພະ​ເຍຊູ​ຈະ​ຊ່ວຍ​ເຫຼືອ​ເຮົາ ແຕ່​ເຮົາ​ກໍ​ຍັງ​ມີ​ໜ້າ​ທີ່​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ. ບົດ​ຄວາມ​ນີ້​ຈະ​ສອນ​ເຮົາ​ວ່າ​ເຮົາ​ຈະ​ເສີມ​ສ້າງ​ຄົນ​ອື່ນ​ດ້ວຍ​ຄວາມ​ຮັກ​ໄດ້​ແນວ​ໃດ.

14 ເຈົ້າ​ຮູ້​ບໍ​ຄົນ​ໃນ​ສະໄໝ​ຄຳພີ​ໄບເບິນ​ບອກ​ເວລາ​ກັນ​ແນວ​ໃດ?

ອາທິດ​ເລີ່ມ​ວັນ​ທີ 12-18 ພະຈິກ 2018

15 ຄົນ​ທີ່​ມີ​ຄວາມ​ສຸກ​ຄື​ຄົນ​ທີ່​ຮັບໃຊ້ “ພະເຈົ້າ​ຜູ້​ມີ​ຄວາມ​ສຸກ”

ພະ​ເຢໂຫວາ​ເປັນ “ພະເຈົ້າ​ຜູ້​ມີ​ຄວາມ​ສຸກ” ແລະ​ພະອົງ​ກໍ​ຢາກ​ໃຫ້​ຜູ້​ຮັບໃຊ້​ມີ​ຄວາມ​ສຸກ. ແຕ່​ເຮົາ​ຈະ​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ ເຖິງ​ວ່າ​ຈະ​ມີ​ບັນຫາ​ຫຍຸ້ງ​ຍາກ​ຍ້ອນ​ເຮົາ​ຢູ່​ໃນ​ໂລກ​ຊາຕານ? ໃນ​ຄຳ​ເທດ​ເທິງ​ພູເຂົາ ພະ​ເຍຊູ​ສອນ​ວິທີ​ທີ່​ເຮົາ​ຈະ​ມີ​ຄວາມ​ສຸກ​ທັງ​ໃນ​ຕອນ​ນີ້​ແລະ​ອະນາຄົດ.

ອາທິດ​ເລີ່ມ​ວັນ​ທີ 19-25 ພະຈິກ 2018

21 ຜູ້​ມີ​ພະລັງ​ອຳນາດ​ສູງ​ສຸດ​ຍັງ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ

ອາທິດ​ເລີ່ມ​ວັນ​ທີ 26 ພະຈິກ 2018–2 ທັນວາ 2018

27 ຮຽນ​ແບບ​ພະ​ເຢໂຫວາ​ໂດຍ​ຄິດ​ເຖິງ​ແລະ​ເປັນ​ຫ່ວງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ

ໃນ​ທຸກ​ມື້ ຜູ້​ຄົນ​ເຫັນ​ແກ່​ຕົວ​ຫຼາຍ​ຂຶ້ນ​ເລື້ອຍໆ. ແຕ່​ຄລິດສະຕຽນ​ແທ້​ບໍ່​ເປັນ​ແບບ​ນັ້ນ​ເພາະ​ເຂົາ​ເຈົ້າ​ຮັກ​ຜູ້​ຄົນ​ຢ່າງ​ແທ້​ຈິງ. ວິທີ​ໜຶ່ງ​ທີ່​ເຫັນ​ໄດ້​ຄື ເຂົາ​ເຈົ້າ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ. ໃນ​ສອງ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ວິທີ​ທີ່​ພະ​ເຢໂຫວາ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ທຸກ​ຄົນ ແລະ​ວິທີ​ທີ່​ເຮົາ​ຈະ​ຮຽນ​ແບບ​ພະອົງ.

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌