ສາລະບານ
ອາທິດເລີ່ມວັນທີ 6-12 ສິງຫາ 2018
3 “ລັດຖະບານຂອງຂ້ອຍບໍ່ໄດ້ເປັນສ່ວນໜຶ່ງຂອງໂລກນີ້”
ອາທິດເລີ່ມວັນທີ 13-19 ສິງຫາ 2018
9 ໃຫ້ເຮົາເປັນນ້ຳໜຶ່ງໃຈດຽວຄືພະເຢໂຫວາແລະພະເຍຊູເປັນນ້ຳໜຶ່ງໃຈດຽວ
ໃນສະໄໝຂອງພະເຍຊູ ການເມືອງ ຖານະທາງສັງຄົມ ວັດທະນະທຳ ແລະເຊື້ອຊາດເຮັດໃຫ້ຜູ້ຄົນແຕກແຍກກັນ. ສອງບົດຄວາມນີ້ຈະຊ່ວຍເຮົາໃຫ້ເຫັນວິທີທີ່ພະເຍຊູສອນລູກສິດໃຫ້ເປັນນ້ຳໜຶ່ງໃຈດຽວກັນແລະເອົາຊະນະການມີອະຄະຕິ. ນອກຈາກນັ້ນ ເຮົາຍັງຈະເຫັນວ່າຕົວຢ່າງຂອງເຂົາເຈົ້າຊ່ວຍເຮົາໃຫ້ເປັນນ້ຳໜຶ່ງໃຈດຽວກັນໄດ້ແນວໃດໃນໂລກທີ່ແຕກແຍກນີ້.
ອາທິດເລີ່ມວັນທີ 20-26 ສິງຫາ 2018
15 ໃຫ້ກົດໝາຍແລະຫຼັກການຂອງພະເຈົ້າຝຶກສະຕິຮູ້ສຶກຜິດຊອບຂອງເຮົາ
ຖ້າເຮົາຝຶກສະຕິຮູ້ສຶກຜິດຊອບ ມັນກໍຈະຊ່ວຍຊີ້ນຳຊີວິດເຮົາ. ພະເຢໂຫວາໄດ້ໃຫ້ກົດໝາຍແລະຫຼັກການເພື່ອຊ່ວຍສອນເຮົາໃຫ້ຮູ້ຄວາມຄິດຂອງພະອົງ. ໃນບົດຄວາມນີ້ຈະຊ່ວຍເຮົາໃຫ້ຮູ້ວິທີເອົາຫຼັກການໃນຄຳພີໄບເບິນໄປໃຊ້ໃນຊີວິດປະຈຳວັນ.
ອາທິດເລີ່ມວັນທີ 27 ສິງຫາ 2018–2 ກັນຍາ 2018
21 “ໃຫ້ແຈ້ງຂອງທ່ານທັງຫຼາຍສ່ອງໄປ” ເພື່ອສັນລະເສີນພະເຢໂຫວາ
ພະເຍຊູກະຕຸ້ນລູກສິດຂອງເພິ່ນໃຫ້ສ່ອງແສງສະຫວ່າງອອກໄປເພື່ອເຮັດໃຫ້ພະເຢໂຫວາໄດ້ຮັບຄຳສັນລະເສີນ. ບົດຄວາມນີ້ມີຄຳແນະນຳທີ່ໃຊ້ໄດ້ແທ້ ເມື່ອເຮັດຕາມກໍຈະຊ່ວຍເຈົ້າໃຫ້ສ່ອງແສງສະຫວ່າງອອກໄປຫຼາຍຂຶ້ນ.