ສາລະບານ
ອາທິດເລີ່ມວັນທີ 4-10 ມິຖຸນາ 2018
3 ເຮົາຈະມີອິດສະຫຼະແທ້ໄດ້ແນວໃດ?
ອາທິດເລີ່ມວັນທີ 11-17 ມິຖຸນາ 2018
9 ຮັບໃຊ້ພະເຢໂຫວາພະເຈົ້າແຫ່ງອິດສະຫຼະພາບ
ຜູ້ຄົນໃນທົ່ວໂລກຮຽກຮ້ອງເພື່ອຈະມີອິດສະຫຼະພາບຫຼາຍຂຶ້ນ. ຄລິດສະຕຽນຄວນມີທັດສະນະແນວໃດໃນເລື່ອງອິດສະຫຼະ? ສອງບົດຄວາມນີ້ຈະອະທິບາຍວ່າ ອິດສະຫຼະແທ້ແມ່ນຫຍັງ ເຮົາຈະມີໄດ້ແນວໃດ ແລະເຮົາຈະໃຊ້ອິດສະຫຼະແບບມີຂີດຈຳກັດນີ້ແນວໃດໃນຕອນນີ້ເພື່ອຈະເປັນປະໂຫຍດຕໍ່ຕົວເຮົາແລະຄົນອື່ນໆ. ສິ່ງທີ່ສຳຄັນທີ່ສຸດຄື ເຮົາຈະຮຽນຮູ້ວ່າເຮົາຈະສັນລະເສີນພະເຢໂຫວາ ພະເຈົ້າແຫ່ງອິດສະຫຼະພາບແທ້ໄດ້ແນວໃດ.
ອາທິດເລີ່ມວັນທີ 18-24 ມິຖຸນາ 2018
15 ຮຽນແບບພະເຢໂຫວາພະເຈົ້າຜູ້ໃຫ້ກຳລັງໃຈ
ອາທິດເລີ່ມວັນທີ 25 ມິຖຸນາ 2018–1 ກໍລະກົດ 2018
21 ໃຫ້ກຳລັງໃຈກັນແລະກັນໃຫ້ຫຼາຍຂຶ້ນກວ່າເກົ່າ
ໃນບົດຄວາມເຫຼົ່ານີ້ ເຮົາຈະຮຽນຮູ້ວ່າພະເຢໂຫວາໃຫ້ກຳລັງໃຈຜູ້ຮັບໃຊ້ຂອງພະອົງສະເໝີ. ເຮົາຈະເຫັນວິທີທີ່ເຂົາເຈົ້າຮຽນແບບພະເຢໂຫວາແລະໃຫ້ກຳລັງໃຈຄົນອື່ນ ແລະເຮົາຈະໄດ້ເຂົ້າໃຈວ່າເປັນຫຍັງຕ້ອງໃຫ້ກຳລັງໃຈກັນແລະກັນໃຫ້ຫຼາຍຂຶ້ນກວ່າເກົ່າໃນຕອນນີ້.
ອາທິດເລີ່ມວັນທີ 2-8 ກໍລະກົດ 2018
27 ເດັກນ້ອຍແລະໄວຮຸ່ນ ເຈົ້າໄດ້ຈົດຈໍ່ຢູ່ທີ່ເປົ້າໝາຍຂອງຄລິດສະຕຽນບໍ?
ເມື່ອເດັກນ້ອຍແລະໄວຮຸ່ນຈົດຈໍ່ໃນສິ່ງທີ່ເຮັດໃຫ້ພະເຢໂຫວາພໍໃຈ ເຂົາເຈົ້າຈະມີຄວາມສຸກແທ້. ໃນບົດຄວາມນີ້ຈະບອກເຫດຜົນວ່າເປັນຫຍັງເດັກນ້ອຍແລະໄວຮຸ່ນຄວນມີເປົ້າໝາຍໃນການຮັບໃຊ້ພະເຢໂຫວາ ແລະໃຫ້ວຽກປະກາດເປັນສິ່ງສຳຄັນທີ່ສຸດໃນຊີວິດຂອງເຂົາເຈົ້າ.