ສາລະບານ
ອາທິດເລີ່ມວັນທີ 28 ສິງຫາ 2017-3 ກັນຍາ 2017
3 ສະແຫວງຫາຊັບສົມບັດທີ່ແທ້ຈິງ
ບົດຄວາມນີ້ເວົ້າເຖິງວິທີທີ່ເຮົາຈະໃຊ້ຊັບສົມບັດຂອງເຮົາເພື່ອ “ກະທຳສ່ຽວ [“ຜູກມິດ,” ລ.ມ.]” ກັບຜູ້ທີ່ຢູ່ໃນສະຫວັນ. (ລືກາ 16:9) ແລະຍັງບອກວິທີຫຼີກລ່ຽງການເປັນທາດຂອງໂລກການຄ້າໃນທຸກມື້ນີ້ ແລະວິທີທີ່ເຮົາຈະໃຫ້ສິ່ງທີ່ດີທີ່ສຸດກັບພະເຢໂຫວາ.
ອາທິດເລີ່ມວັນທີ 4-10 ກັນຍາ 2017
9 “ຈົ່ງຮ້ອງໄຫ້ດ້ວຍກັນກັບຜູ້ທີ່ຮ້ອງໄຫ້”
ຄລິດສະຕຽນຈະອົດທົນແລະໄດ້ກຳລັງໃຈແນວໃດເມື່ອຄົນທີ່ເຂົາເຈົ້າຮັກເສຍຊີວິດ? ພະເຢໂຫວາໃຫ້ກຳລັງໃຈເຮົາໂດຍທາງພະເຍຊູຄລິດ ຄຳພີໄບເບິນ ແລະປະຊາຄົມຄລິດສະຕຽນ. ບົດຄວາມນີ້ຈະບອກວິທີທີ່ເຮົາຈະໄດ້ຮັບກຳລັງໃຈແລະວິທີທີ່ເຮົາໃຫ້ກຳລັງໃຈຄົນທີ່ໂສກເສົ້າ.
ອາທິດເລີ່ມວັນທີ 11-17 ກັນຍາ 2017
15 ເປັນຫຍັງເຮົາຕ້ອງ “ສັນລະເສີນພະເຢໂຫວາ”?
ຄຳເພງບົດ 147 ສະໜັບສະໜູນປະຊາຊົນຂອງພະເຢໂຫວາຫຼາຍຄັ້ງໃຫ້ສັນລະເສີນພະອົງ. ສິ່ງໃດເຮັດໃຫ້ຜູ້ຂຽນຄຳເພງປະທັບໃຈຫຼາຍຈົນຢາກໃຫ້ພະເຢໂຫວາໄດ້ຮັບການສັນລະເສີນ? ບົດຄວາມນີ້ຈະຕອບຄຳຖາມນີ້ ແລະຍັງບອກເຫດຜົນທີ່ເຮົາຄວນສັນລະເສີນພະເຢໂຫວາຄືກັນ.
ອາທິດເລີ່ມວັນທີ 18-24 ກັນຍາ 2017
21 ພະອົງຈະຊ່ວຍໃຫ້ແຜນການທຸກຢ່າງຂອງເຈົ້າສຳເລັດ
ພີ່ນ້ອງໄວຮຸ່ນຫຼາຍຄົນກະຕືລືລົ້ນສະໝັກເປັນຜູ້ຮັບ ໃຊ້ເຕັມເວລາ. ເຈົ້າຢາກເຮັດຄືກັນບໍ? ບົດຄວາມນີ້ມີຄຳແນະນຳທີ່ດີຈາກຄຳພີໄບເບິນທີ່ຈະຊ່ວຍເຈົ້າໃຫ້ວາງແຜນຊີວິດເພື່ອຈະມີຄວາມສຸກແລະປະສົບຜົນສຳເລັດໃນອະນາຄົດ.