ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ17 ມັງກອນ ໜ້າ 32
  • ເຈົ້າຮູ້ບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຈົ້າຮູ້ບໍ?
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ເລື່ອງທີ່ຄ້າຍກັນ
  • ພະເຈົ້າ​ທົດສອບ​ຄວາມ​ເຊື່ອ​ຂອງ​ອັບຣາຮາມ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ພະເຈົ້າທົດລອງຄວາມເຊື່ອຂອງອັບລາຫາມ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ພະ​ເຢໂຫວາ​ເອີ້ນ​ລາວ​ວ່າ “ມິດ​ສະຫາຍ​ຂອງ​ເຮົາ”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
ຫ17 ມັງກອນ ໜ້າ 32
ອີຊາກ​ແບກ​ຟືນ​ແລະ​ອັບລາຫາມ​ຖື​ໝໍ້​ດິນ​ທີ່​ມີ​ຖ່ານ​ໄຟ​ລຸກ​ຢູ່

ເຈົ້າ​ຮູ້​ບໍ?

ຄົນ​ໃນ​ສະໄໝ​ບູຮານ​ດັງ​ໄຟ​ແນວ​ໃດ​ເມື່ອ​ເຂົາ​ເຈົ້າ​ເດີນ​ທາງ?

ໃນ​ຕົ້ນເດີມ⁠ບົດທີ 22 ພະເຈົ້າ​ບອກ​ອັບລາຫາມ​ໃຫ້​ເດີນ​ທາງ​ໄປ​ສະຖານ​ທີ່​ໜຶ່ງ​ເຊິ່ງ​ຢູ່​ໄກ​ຫຼາຍ​ຈາກ​ເຮືອນ​ຂອງ​ລາວ​ເພື່ອ​ຖວາຍ​ເຄື່ອງ​ບູຊາ. ໃນ​ບົດ​ນັ້ນ​ບອກ​ວ່າ: ‘ອັບລາຫາມ​ໃຫ້​ອີຊາກ​ລູກ​ແຫ່ງ​ຕົນ​ແບກ​ຟືນ​ທີ່​ຈະ​ເຜົາ​ເຄື່ອງ​ບູຊາ ແລະ​ທ່ານ​ໄດ້​ຖື​ໄຟ​ກັບ​ມີດ​ໃນ​ມື ແລະ​ເຂົາ​ທັງ​ສອງ​ໄດ້​ໄປ​ດ້ວຍ​ກັນ.’—ຕົ້ນເດີມ 22:6

ຄຳພີ​ໄບເບິນ​ບໍ່​ໄດ້​ອະທິບາຍ​ວ່າ​ຄົນ​ໃນ​ສະໄໝ​ບູຮານ​ດັງ​ໄຟ​ແນວ​ໃດ. ທັງ​ບໍ່​ໄດ້​ບອກ​ເຊັ່ນ​ກັນ​ເຖິງ​ວິທີ​ທີ່​ອັບລາຫາມ​ແລະ​ອີຊາກ​ດັງ​ໄຟ ແລະ​ຈາກ​ນັ້ນ​ກໍ​ຖື​ຖ່ານ​ໄຟ​ທີ່​ລຸກ​ຢູ່​ໄປ​ນຳ​ເຂົາ​ເຈົ້າ? ຜູ້​ອະທິບາຍ​ຄຳພີ​ໄບເບິນ​ຄົນ​ໜຶ່ງ​ເວົ້າ​ວ່າ ຖ້າ​ເຮັດ​ແບບ​ນັ້ນ ຖ່ານ​ໄຟ​ຄົງ​ຈະ​ມອດ​ກາງ​ທາງ​ສຳລັບ​ການ​ເດີນ​ທາງ​ໄກ ດັ່ງ​ນັ້ນ ອັບລາຫາມ​ແລະ​ລູກ​ຊາຍ​ອາດ​ຈະ​ເອົາ​ສິ່ງ​ຕ່າງໆທີ່​ຈຳເປັນ​ສຳລັບ​ການ​ດັງ​ໄຟ​ຖື​ໄປ​ນຳ.

ແຕ່​ບາງ​ຄົນ​ກໍ​ເວົ້າ​ວ່າ​ການ​ດັງ​ໄຟ​ໃນ​ສະໄໝ​ນັ້ນ​ບໍ່​ແມ່ນ​ເລື່ອງ​ງ່າຍ. ດັ່ງ​ນັ້ນ ເປັນ​ໄປ​ໄດ້​ທີ່​ຜູ້​ຄົນ​ຈະ​ດັງ​ໄຟ​ໂດຍ​ເອົາ​ຖ່ານ​ໄຟ​ທີ່​ຮ້ອນ​ຈາກ​ໄຟ​ທີ່​ກຳລັງ​ລຸກ​ຢູ່ ບາງ​ເທື່ອ​ອາດ​ຈະ​ເອົາ​ຖ່ານ​ໄຟ​ຈາກ​ເພື່ອນ​ບ້ານ. ນັກ​ວິຊາການ​ຫຼາຍ​ຄົນ​ເຊື່ອ​ວ່າ ກ່ອນ​ທີ່​ອັບລາຫາມ​ຈະ​ອອກ​ເດີນ​ທາງ ລາວ​ໄດ້​ເອົາ​ຖ່ານ​ໄຟ​ທີ່​ຮ້ອນ​ຈາກ​ໄຟ​ທີ່​ກຳລັງ​ລຸກ​ຢູ່ ແລ້ວ​ອາດ​ຈະ​ເອົາ​ຖ່ານ​ໄຟ​ນັ້ນ​ໃສ່​ໃນ​ໝໍ້​ດິນ​ທີ່​ມີ​ສາຍ​ຫິ້ວ​ເປັນ​ໂສ້​ເຫຼັກ ແລະ​ຖື​ໝໍ້​ນັ້ນ​ໄປ​ນຳ​ເມື່ອ​ເດີນ​ທາງ. (ເອຊາອີ 30:14) ເມື່ອ​ຕ້ອງການ​ດັງ​ໄຟ ລາວ​ກໍ​ຈະ​ໃຊ້​ຖ່ານ​ໄຟ​ນັ້ນ​ແລະ​ໄມ້​ແຫ້ງ​ທ່ອນ​ນ້ອຍໆເພື່ອ​ກໍ່​ໄຟ.

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌