ສາລະບານ
ອາທິດເລີ່ມວັນທີ 27 ມິຖຸນາ 2016-3 ກໍລະກົດ 2016
3 ແກ້ໄຂຂໍ້ຂັດແຍ່ງດ້ວຍນ້ຳໃຈຂອງຄວາມຮັກ
ເນື່ອງຈາກວ່າເຮົາເປັນຄົນທີ່ບໍ່ສົມບູນແບບ ບາງຄັ້ງເຮົາອາດມີຂໍ້ຂັດແຍ່ງກັບພີ່ນ້ອງຊາຍຍິງຂອງເຮົາ. ໃນບົດຄວາມນີ້ ເຮົາຈະຮຽນຮູ້ຫຼັກການຕ່າງໆໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໃຫ້ແກ້ໄຂຂໍ້ຂັດແຍ່ງຕ່າງໆ ແລະໃຫ້ເຮົາຮັກສາສັນຕິສຸກກັບຄົນອື່ນ.
ອາທິດເລີ່ມວັນທີ 4-10 ກໍລະກົດ 2016
9 ‘ຈົ່ງໄປແລະກະທຳໃຫ້ຄົນທຸກຊາດ ເຂົ້າເປັນລູກສິດ’
ບົດຄວາມນີ້ຈະຊ່ວຍເຮົາໃຫ້ເຂົ້າໃຈວ່າເປັນຫຍັງເຮົາຈຶ່ງເວົ້າໄດ້ວ່າ ໃນໂລກທຸກມື້ນີ້ມີພຽງພະຍານພະເຢໂຫວາກຸ່ມດຽວເທົ່ານັ້ນທີ່ກຳລັງເຮັດໃຫ້ຄຳພະຍາກອນຂອງພະເຍຊູໃນມັດທາຍ 24:14 ສຳເລັດເປັນຈິງ. ນອກຈາກນັ້ນ ເຮົາຍັງຈະຮຽນຮູ້ວ່າການເປັນ “ພານຄົນ” ຫຼືຜູ້ຫາຄົນໝາຍຄວາມວ່າແນວໃດ.—ມັດທາຍ 4:19
ອາທິດເລີ່ມວັນທີ 11-17 ກໍລະກົດ 2016
15 ເຈົ້າຈະຕັດສິນໃຈແນວໃດໃນເລື່ອງສ່ວນຕົວ?
ເມື່ອເຈົ້າຕັດສິນໃຈໃນເລື່ອງໃດເລື່ອງໜຶ່ງ ເຈົ້າພຽງແຕ່ເຮັດໃນສິ່ງທີ່ເຈົ້າຄິດວ່າຖືກຕ້ອງບໍ? ຫຼືເຈົ້າຖາມຄົນອື່ນບໍໃນສິ່ງທີ່ເຈົ້າຄວນຈະເຮັດ? ບົດຄວາມນີ້ອະທິບາຍວ່າເປັນຫຍັງເຮົາຈະຕັດສິນໃຈໄດ້ດີທີ່ສຸດເມື່ອເຮົາພິຈາລະນາວ່າພະເຢໂຫວາພະເຈົ້າຄິດແນວໃດ.
ອາທິດເລີ່ມວັນທີ 18-24 ກໍລະກົດ 2016
21 ຄຳພີໄບເບິນຍັງເຮັດການປ່ຽນແປງໃນຊີວິດຂອງເຈົ້າບໍ?
ເຈົ້າອາດໄດ້ເຮັດການປ່ຽນແປງທີ່ຍິ່ງໃຫຍ່ກ່ອນທີ່ຈະຮັບບັບເຕມາ. ແຕ່ເຈົ້າຮູ້ສຶກບໍວ່າຕອນນີ້ເປັນເລື່ອງທີ່ຍາກກວ່າອີກທີ່ຈະເຮັດການປ່ຽນແປງທີ່ເລັກນ້ອຍກວ່າເພື່ອຈະຮຽນແບບພະເຢໂຫວາແລະພະເຍຊູໃຫ້ຫຼາຍຂຶ້ນ? ບົດຄວາມນີ້ອະທິບາຍວ່າເປັນຫຍັງການເຮັດແນວນັ້ນຈຶ່ງເປັນເລື່ອງຍາກຫຼາຍ ແລະຈະອະທິບາຍວ່າຄຳພີໄບເບິນສາມາດຊ່ວຍເຮົາໄດ້ແນວໃດ.
ອາທິດເລີ່ມວັນທີ 25-31 ກໍລະກົດ 2016
27 ຮັບປະໂຫຍດຢ່າງເຕັມທີຈາກການຈັດຕຽມຂອງພະເຢໂຫວາ
ໃນບົດຄວາມນີ້ ເຮົາຈະພິຈາລະນາເຖິງອັນຕະລາຍທີ່ເຮົາຕ້ອງຫຼີກລ່ຽງ ແລະເຮົາຈະຮຽນຮູ້ວິທີທີ່ເຮົາສາມາດໄດ້ຮັບປະໂຫຍດຈາກການຈັດຕຽມທັງໝົດທີ່ພະເຢໂຫວາໄດ້ໃຫ້ເຮົາ.