ສາລະບານ
3 ເຈົ້າສາມາດຊ່ວຍໃນປະຊາຄົມຂອງເຈົ້າໄດ້ບໍ?
ອາທິດເລີ່ມວັນທີ 2-8 ພຶດສະພາ 2016
6 ໄວໜຸ່ມທັງຫຼາຍ—ເຈົ້າພ້ອມແລ້ວບໍທີ່ຈະຮັບບັບເຕມາ?
ອາທິດເລີ່ມວັນທີ 9-15 ພຶດສະພາ 2016
12 ໄວໜຸ່ມທັງຫຼາຍ—ເຈົ້າຈະກຽມຕົວແນວໃດສຳລັບການຮັບບັບເຕມາ?
ເນື່ອງຈາກເປັນພະຍານພະເຢໂຫວາ ພວກເຮົາດີໃຈຫຼາຍທີ່ໃນແຕ່ລະປີມີປະມານ 250.000 ຄົນຮັບບັບເຕມາ. ຫຼາຍຄົນທີ່ຮັບບັບເຕມາເປັນຄົນໜຸ່ມສາວ ແລະບາງຄົນກໍຍັງບໍ່ທັນເປັນໄວຮຸ່ນຊ້ຳ. ສິ່ງໃດເຮັດໃຫ້ເຂົາເຈົ້າໝັ້ນໃຈວ່າເຂົາເຈົ້າພ້ອມແລ້ວສຳລັບການຮັບບັບເຕມາ? ເຂົາເຈົ້າໄດ້ກຽມຕົວແນວໃດສຳລັບເລື່ອງນີ້? ສອງບົດຄວາມນີ້ຈະຕອບຄຳຖາມເຫຼົ່ານີ້.
ອາທິດເລີ່ມວັນທີ 16-22 ພຶດສະພາ 2016
18 ເຈົ້າຈະເສີມສ້າງຄວາມກົມກຽວກັນຂອງຄລິດສະຕຽນໄດ້ແນວໃດ?
ພະເຢໂຫວາອວຍພອນເຮົາເມື່ອເຮົາຮ່ວມມືກັນທີ່ຈະເຮັດຕາມຈຸດປະສົງຂອງພະອົງ. ບົດຄວາມນີ້ໃຫ້ຄຳແນະນຳທີ່ເປັນປະໂຫຍດກ່ຽວກັບວິທີທີ່ເຮົາສາມາດເຮັດຕາມຈຸດປະສົງນີ້ໃນວຽກປະກາດ ໃນປະຊາຄົມ ແລະໃນຄອບຄົວຂອງເຮົາ.
ອາທິດເລີ່ມວັນທີ 23-29 ພຶດສະພາ 2016
24 ພະເຢໂຫວາຊີ້ນຳປະຊາຊົນຂອງພະອົງໄປໃນທາງສູ່ຊີວິດ
ພະເຢໂຫວາຊີ້ນຳປະຊາຊົນຂອງພະອົງສະເໝີ. ບົດຄວາມນີ້ຈະພິຈາລະນາກ່ຽວກັບວິທີທີ່ພະເຢໂຫວາໃຫ້ຄຳແນະນຳໃໝ່ແລະການຊີ້ນຳໃໝ່ເມື່ອສະພາບການຂອງປະຊາຊົນຂອງພະອົງປ່ຽນໄປ. ນອກຈາກນັ້ນ ເຮົາຍັງຈະເຫັນວິທີທີ່ເຮົາສາມາດໝາຍເພິ່ງການຊີ້ນຳຈາກພະເຢໂຫວາ.