ສາລະບານ
January 2016
© 2016 Watch Tower Bible and Tract Society of Pennsylvania
ອາທິດເລີ່ມວັນທີ 29 ກຸມພາ 2016-6 ມີນາ 2016
3 ຈົ່ງຕັ້ງໃຈແນ່ວແນ່ທີ່ຈະ “ຮັກເຊິ່ງກັນແລະກັນສັນພີ່ນ້ອງ [ຕໍ່ໆໄປ]”!
ຂໍ້ພະຄຳພີປະຈຳປີ 2016 ແມ່ນຂໍ້ໃດ? ເຮົາຄວນຄິດເຖິງສິ່ງໃດເມື່ອແນມເບິ່ງພະຄຳພີຂໍ້ນີ້ໃນຕະຫຼອດປີ? ໃນບົດຄວາມນີ້ຈະສະແດງໃຫ້ເຮົາເຫັນວິທີທີ່ຈະໄດ້ຮັບປະໂຫຍດຈາກຂໍ້ພະຄຳພີປະຈຳປີ.
ອາທິດເລີ່ມວັນທີ 7-13 ມີນາ 2016
9 ຖືກຊັກນຳດ້ວຍ ‘ຂອງປະທານຈາກພະເຈົ້າທີ່ເຫຼືອຈະພັນລະນາໄດ້’
ພະເຢໂຫວາໄດ້ມອບ “ຂອງປະທານ . . . ທີ່ເຫຼືອຈະພັນລະນາໄດ້” ໃຫ້ແກ່ເຮົາ. (2 ໂກລິນໂທ 9:15) ຂອງປະທານນັ້ນແມ່ນຫຍັງ? ຂອງປະທານນັ້ນກະຕຸ້ນເຮົາແນວໃດໃຫ້ຮຽນແບບພະຄລິດເຍຊູ ຮັກພີ່ນ້ອງຂອງເຮົາ ແລະໃຫ້ອະໄພເຂົາເຈົ້າຈາກໃຈຈິງ? ນອກຈາກຈະໄດ້ຮັບຄຳຕອບສຳລັບຄຳຖາມເຫຼົ່ານີ້ແລ້ວ ເຮົາຍັງຈະໄດ້ພິຈາລະນາບາງສິ່ງທີ່ເຮົາສາມາດເຮັດໄດ້ໃນໄລຍະການປະຊຸມອະນຸສອນ.
ອາທິດເລີ່ມວັນທີ 14-20 ມີນາ 2016
14 ພະວິນຍານເອງເປັນພິຍານກັບຈິດໃຈຂອງພວກເຮົາ
ອາທິດເລີ່ມວັນທີ 21-27 ມີນາ 2016
20 “ພວກເຮົາຈະໄປນຳພວກທ່ານ”
ສອງບົດຄວາມນີ້ຈະອະທິບາຍວ່າບາງຄົນຮູ້ໄດ້ແນວໃດວ່າຕົວເອງຖືກເຊີນໃຫ້ໄປສະຫວັນແລະການຖືກເຈີມມີຄວາມໝາຍແນວໃດສຳລັບບຸກຄົນນັ້ນ. ນອກຈາກນັ້ນ ເຮົາຈະພິຈາລະນາວ່າຜູ້ຖືກເຈີມຄວນຄິດແນວໃດກ່ຽວກັບຕົວເອງ ແລະເຮົາຄວນມີທ່າທີແນວໃດເມື່ອຜູ້ທີ່ກິນເຂົ້າຈີ່ແລະດື່ມເຫຼົ້າແວງຢູ່ທີ່ການປະຊຸມອະນຸສອນມີຈຳນວນເພີ່ມຂຶ້ນ.
ອາທິດເລີ່ມວັນທີ 28 ມີນາ 2016-3 ເມສາ 2016
27 ການເຮັດວຽກຮ່ວມກັບພະເຈົ້າເຮັດໃຫ້ມີຄວາມຍິນດີ
ພະເຢໂຫວາເຊີນຄົນອື່ນສະເໝີເພື່ອໃຫ້ມາເຮັດວຽກຮ່ວມກັບພະອົງໃນການເຮັດໃຫ້ຈຸດປະສົງຂອງພະອົງສຳເລັດ. ພະອົງຕ້ອງການໃຫ້ຂ່າວດີໄດ້ຮັບການປະກາດໄປທົ່ວໂລກ ແລະພະອົງຈຶ່ງໄດ້ເຊີນເຮົາໃຫ້ມີສ່ວນຮ່ວມໃນວຽກນີ້. ບົດຄວາມນີ້ຈະພິຈາລະນາເຫດຜົນທີ່ວ່າເປັນຫຍັງການເຮັດວຽກກັບພະເຈົ້າຈຶ່ງເຮັດໃຫ້ມີຄວາມຍິນດີຢ່າງຍິ່ງ.
ຮູບໜ້າປົກ:
ມາດາກາສະກາ
ໃນຫົນທາງທີ່ມີຕົ້ນບາວບັບໃນເມືອງມາຣອນດາວາຢູ່ປະເທດມາດາກາສະກາ ມີຊາຍຄົນໜຶ່ງຂີ່ກວຽນມາແລ້ວໄພໂອເນຍຄົນໜຶ່ງໄດ້ເປີດພະຄຳພີຂໍ້ໜຶ່ງໃຫ້ລາວເບິ່ງ
ຜູ້ປະກາດ
29.963 ຄົນ
ນັກສຶກສາຄຳພີໄບເບິນ
77.984 ຄົນ
ຜູ້ເຂົ້າຮ່ວມປະຊຸມອະນຸສອນ