ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ25 ກໍລະກົດ ໜ້າ 31
  • ເຈົ້າ​ຮູ້​ບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຈົ້າ​ຮູ້​ບໍ?
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ເລື່ອງທີ່ຄ້າຍກັນ
  • ໃຫ້​ເຫັນຄ່າ​ສິດທິ​ພິເສດ​ທີ່​ໄດ້​ນະມັດສະການ​ຢູ່​ວິຫານ​ໂດຍ​ໄນ​ຂອງ​ພະ​ເຢໂຫວາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ຫ25 ກໍລະກົດ ໜ້າ 31
ພວກ​ປະໂລຫິດ​ເຜົາ​ເຄື່ອງ​ບູຊາ​ຢູ່​ເທິງ​ແທ່ນ​ບູຊາ​ຂອງ​ວິຫານ.

ເຈົ້າ​ຮູ້​ບໍ?

ປະໂລຫິດ​ຢູ່​ວິຫານ​ໃນ​ເມືອງ​ເຢຣູຊາເລັມ​ເຮັດ​ແນວ​ໃດ​ກັບ​ເລືອດ​ຂອງ​ສັດ​ທີ່​ຖືກ​ເຜົາ​ເປັນ​ເຄື່ອງ​ບູຊາ​ຢູ່​ເທິງ​ແທ່ນ​ບູຊາ?

ໃນ​ແຕ່ລະປີ ພວກ​ປະໂລຫິດ​ໃນ​ສະໄໝ​ອິດສະຣາເອນ​ບູຮານ​ເຜົາ​ສັດ​ຫຼາຍ​ພັນ​ໂຕ​ເປັນ​ເຄື່ອງ​ບູຊາ​ຢູ່​ເທິງ​ແທ່ນ​ບູຊາ​ຂອງ​ວິຫານ. ນັກ​ປະຫວັດສາດ​ຊື່​ໂຢເຊຟຸດ​ຂຽນ​ວ່າ ໃນ​ວັນ​ປັດສະຄາ ແກະ​ນ້ອຍ​ຫຼາຍ​ກວ່າ 250.000 ໂຕ​ຖືກ​ເຜົາ​ເປັນ​ເຄື່ອງ​ບູຊາ. ສະນັ້ນ​ຈຶ່ງ​ມີ​ເລືອດ​ຈຳນວນ​ຫຼາຍ​ທີ່​ຕ້ອງ​ກຳຈັດ. (ລລວ. 1:10, 11; ຈຊບ. 28:16, 19) ເລືອດ​ທັງໝົດ​ນີ້​ໄຫຼ​ໄປ​ໃສ?

ນັກ​ບູຮານຄະດີ​ໄດ້​ຄົ້ນພົບ​ລະບົບ​ລະບາຍ​ນ້ຳ​ທີ່​ໃຫຍ່ໆ​ຢູ່​ອ້ອມ​ວິຫານ​ທີ່​ເຮໂຣດ​ສ້າງ​ເຊິ່ງ​ໃຊ້​ຈົນ​ຮອດ​ຕອນ​ທີ່​ວິຫານ​ຖືກ​ທຳລາຍ​ໃນ​ປີ 70. ລະບົບ​ລະບາຍ​ນ້ຳ​ນີ້​ໃຊ້​ເພື່ອ​ກຳຈັດ​ເລືອດ​ອອກ​ຈາກ​ວິຫານ.

ຂໍ​ໃຫ້​ເບິ່ງ 2 ສິ່ງ​ທີ່​ຊ່ວຍ​ເຮັດ​ໃຫ້​ແທ່ນ​ບູຊາ​ສະອາດ:

  • ຮູ​ທີ່​ຢູ່​ພື້ນ​ແທ່ນ​ບູຊາ: ປຶ້ມ​ເກົ່າ​ແກ່​ຫົວ​ໜຶ່ງ​ກ່ຽວກັບ​ກົດໝາຍ​ແລະ​ປະເພນີ​ຂອງ​ຄົນ​ຢິວ​ທີ່​ຂຽນ​ໃນ​ຕົ້ນ​ສະຕະວັດ​ທີ 3 ເວົ້າ​ເຖິງ​ລະບົບ​ລະບາຍ​ນ້ຳ​ສຳລັບ​ແທ່ນ​ບູຊາ. ປຶ້ມ​ຫົວ​ນັ້ນ​ເວົ້າ​ວ່າ: “ຢູ່​ແຈ​ໜຶ່ງ​ຂອງ​ແທ່ນ​ບູຊາ​ມີ​ຮູ 2 ຮູ. ເລືອດ​ຂອງ​ສັດ​ທີ່​ເຜົາ​ເປັນ​ເຄື່ອງ​ບູຊາ​ກັບ​ນ້ຳ​ທີ່​ໃຊ້​ລ້າງ​ແທ່ນ​ບູຊາ​ຈະ​ໄຫຼ​ອອກ​ໄປ​ຕາມ 2 ຮູ​ນີ້ ແລະ​ໄຫຼ​ລົງ​ໄປ​ຈົນ​ຮອດ​ຮ່ອມພູ​ກິດໂຣນ.”

    ນັກ​ບູຮານຄະດີ​ເຫັນດີ​ກັບ​ສິ່ງ​ທີ່​ຂຽນ​ໃນ​ປຶ້ມ​ຫົວ​ນັ້ນ. ປຶ້ມ​ກ່ຽວກັບ​ປະຫວັດສາດ​ຂອງ​ຄົນ​ຢິວ​ຢືນຢັນ​ວ່າ​ນັກ​ບູຮານຄະດີ​ໄດ້​ຄົ້ນພົບ​ທາງ​ລະບາຍ​ນ້ຳ​ລະ​ໜາດ​ໃຫຍ່​ຢູ່​ໃກ້ໆ​ວິຫານ​ເຊິ່ງ​ອາດ​ຈະ​ມີ​ການ​ໃຊ້​ທາງ​ລະບາຍ​ນ້ຳ​ເຫຼົ່າ​ນີ້​ເພື່ອ​ໃຫ້​ນ້ຳ​ທີ່​ປົນ​ກັບ​ເລືອດ​ຂອງ​ສັດ​ທີ່​ເຜົາ​ເປັນ​ເຄື່ອງ​ບູຊາ​ໄຫຼ​ອອກ​ໄປ​ຈາກ​ວິຫານ.

  • ນ້ຳ​ຈຳນວນ​ຫຼາຍ: ປະໂລຫິດ​ຕ້ອງການ​ນ້ຳ​ຫຼາຍໆ​ເພື່ອ​ລ້າງ​ພື້ນ​ແທ່ນ​ບູຊາ​ແລະ​ຮູ​ລະບາຍ​ໃຫ້​ສະອາດ. ເພື່ອ​ເຮັດ​ໜ້າທີ່​ທີ່​ສຳຄັນ​ນີ້ ປະໂລຫິດ​ໄດ້​ນ້ຳ​ປະລິມານ​ທີ່​ເຂົາເຈົ້າ​ຕ້ອງການ​ຈາກ​ເມືອງ​ເຢຣູຊາເລັມ. ນ້ຳ​ຈາກ​ໃນ​ເມືອງ​ມາ​ຮອດ​ແທ່ນ​ບູຊາ​ໂດຍ​ທາງ​ຄອງ​ນ້ຳ ລະບົບ​ສົ່ງ​ນ້ຳ ມີ​ການ​ເຮັດ​ບ່ອນ​ເກັບ​ນ້ຳ ແລະ​ຂຸດ​ສະ. ນັກ​ບູຮານຄະດີ​ຊື່​ໂຈເຊັບ ແພັດທຣິກ​ເວົ້າ​ວ່າ: “ເບິ່ງ​ຄື​ວ່າ​ບໍ່​ມີ​ວິຫານ​ໃດ​ໃນ​ສະໄໝ​ນັ້ນ​ມີ​ລະບົບ​ນ້ຳ​ທີ່​ດີ​ແບບ​ນີ້​ເພື່ອ​ໃຫ້​ມີ​ນ້ຳ​ໄປ​ຮອດ​ວິຫານ​ແລະ​ເພື່ອ​ກຳຈັດ​ນ້ຳ​ທີ່​ບໍ່​ສະອາດ.”

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌