ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ25 ມິຖຸນາ ໜ້າ 32
  • ວິທີ​ຈື່​ຂໍ້​ຄຳພີ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ວິທີ​ຈື່​ຂໍ້​ຄຳພີ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ເລື່ອງທີ່ຄ້າຍກັນ
  • ວິທີໃຊ້ແອັບ JW Library
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2016
  • ກະຕຸ້ນ​ຄວາມ​ສົນ​ໃຈ​ກ່ອນ​ຈະ​ອ່ານ​ຂໍ້​ຄຳພີ
    ຝຶກຝົນຕົວເອງໃນການອ່ານແລະການສອນ
  • ພະຄຳຂອງພະເຈົ້າມີພະລັງ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ອະທິບາຍ​ຂໍ້​ຄຳພີ​ໃຫ້​ຜູ້​ຟັງ​ເຂົ້າ​ໃຈ​ແຈ້ງ
    ຝຶກຝົນຕົວເອງໃນການອ່ານແລະການສອນ
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ຫ25 ມິຖຸນາ ໜ້າ 32

ເຄັດລັບ​ການ​ຄົ້ນຄວ້າ

ວິທີ​ຈື່​ຂໍ້​ຄຳພີ

ບາງ​ເທື່ອ​ເຈົ້າ​ຮູ້ສຶກ​ວ່າ​ຍາກ​ບໍ​ທີ່​ຈະ​ຈື່​ຂໍ້​ຄຳພີ​ທີ່​ເຈົ້າ​ມັກ? ຂໍ້​ຄຳພີ​ນັ້ນ​ອາດ​ເປັນ​ຂໍ້​ທີ່​ໃຫ້​ກຳລັງ​ໃຈ​ເຈົ້າ ຊ່ວຍ​ເຈົ້າ​ໃຫ້​ເອົາ​ຊະນະ​ຄວາມ​ຄິດ​ທີ່​ຜິດໆ ຫຼື​ເປັນ​ຂໍ້​ທີ່​ເຈົ້າ​ຢາກ​ໃຫ້​ຄົນ​ອື່ນ​ອ່ານ. (ພສ. 119:11, 111) ໃຫ້​ເບິ່ງ​ຄຳ​ແນະນຳ​ບາງ​ຢ່າງ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ຈື່​ຂໍ້​ຄຳພີ​ໄດ້.

  • ໃຊ້​ຟີເຈີ້​ແທັກ​ໃນ​ແອັບ JW Library®.a ສ້າງ​ແທັກ​ຊື່ “ຂໍ້​ຄຳພີ​ທີ່​ມັກ” ແລ້ວ​ໃຫ້​ເອົາ​ຂໍ້​ຄຳພີ​ຕ່າງໆ​ທີ່​ເຈົ້າ​ຢາກ​ຈື່​ໄວ້​ໃນ​ສ່ວນ​ນີ້​ເພື່ອ​ເຈົ້າ​ຈະ​ຊອກ​ມັນ​ໄດ້​ງ່າຍ​ຂຶ້ນ.

  • ຂຽນ​ຂໍ້​ຄຳພີ​ຕິດ​ໄວ້​ໃນ​ບ່ອນ​ທີ່​ເຈົ້າ​ເຫັນ. ຂຽນ​ຂໍ້​ຄຳພີ​ທີ່​ເຈົ້າ​ຢາກ​ຈື່​ໃສ່​ເຈ້ຍ ແລ້ວ​ຕິດ​ໄວ້​ໃນ​ບ່ອນ​ທີ່​ເຈົ້າ​ຈະ​ເຫັນ​ຕະຫຼອດ. ບາງ​ຄົນ​ຕິດ​ໄວ້​ທາງ​ຂ້າງ​ແວ່ນ ແລະ​ບາງ​ຄົນ​ຕິດ​ໃສ່​ຕູ້​ເຢັນ. ແຕ່​ບາງ​ຄົນ​ກໍ​ຖ່າຍ​ຮູບ​ຂໍ້​ຄຳພີ​ແລະ​ໃຊ້​ເປັນ​ຮູບ​ສຳລັບ​ໜ້າ​ຈໍ​ໂທລະສັບ​ຫຼື​ໜ້າ​ຈໍ​ຄອມພິວເຕີ.

  • ເຮັດ​ບັດ​ຂໍ້​ຄຳພີ​ເພື່ອ​ຊ່ວຍ​ໃຫ້​ຈື່. ຂຽນ​ຂໍ້​ຄຳພີ​ໃສ່​ເບື້ອງ​ໜຶ່ງ​ແລະ​ອີກ​ເບື້ອງ​ໜຶ່ງ​ຂຽນ​ເນື້ອ​ໃນ​ໃສ່. ຈາກ​ນັ້ນ ໃຫ້​ເບິ່ງ​ເບື້ອງ​ທີ່​ມີ​ຂໍ້​ຄຳພີ​ແລ້ວ​ພະຍາຍາມ​ຈື່​ວ່າ​ຂໍ້​ນັ້ນ​ເວົ້າ​ແນວ​ໃດ ຫຼື​ໃຫ້​ເບິ່ງ​ເບື້ອງ​ທີ່​ມີ​ເນື້ອ​ໃນ​ແລ້ວ​ພະຍາຍາມ​ຈື່​ວ່າ​ມັນ​ແມ່ນ​ຂໍ້​ຄຳພີ​ໃດ.

a ສຳລັບ​ຂໍ້ມູນ​ກ່ຽວກັບ​ການ​ໃຊ້​ຟີເຈີ້​ນີ້ ໃຫ້​ເບິ່ງ​ວິດີໂອ​ອົງການ​ຂອງ​ເຮົາ​ເຮັດ​ຫຍັງ​ແດ່—ວິທີ​ໃຊ້​ແອັບ JW Library ໃນ​ເວັບໄຊ jw.org. ພາສາ​ໄທ

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌