ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ24 ມິຖຸນາ ໜ້າ 32
  • ເຈົ້າ​ມີ​ຄວາມ​ເຊື່ອ​ບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຈົ້າ​ມີ​ຄວາມ​ເຊື່ອ​ບໍ?
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ເລື່ອງທີ່ຄ້າຍກັນ
  • ສະແດງ​ຄວາມ​ເຊື່ອ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
  • ຄວາມ​ເຊື່ອ—ຄຸນ​ລັກສະນະ​ທີ່​ຊ່ວຍ​ເຮົາ​ໃຫ້​ເຂັ້ມແຂງ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2019
  • “ຂໍ​ໂຜດ​ໃຫ້​ພວກ​ຂ້າພະເຈົ້າ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
ຫ24 ມິຖຸນາ ໜ້າ 32

ອະທິບາຍ​ຂໍ້​ຄຳພີ

ເຈົ້າ​ມີ​ຄວາມ​ເຊື່ອ​ບໍ?

ເຮົາ​ຕ້ອງ​ມີ​ຄວາມ​ເຊື່ອ​ເພື່ອ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ. ແຕ່​ຄຳພີ​ໄບເບິນ​ບອກ​ວ່າ: “ບໍ່​ແມ່ນ​ທຸກ​ຄົນ​ຈະ​ມີ​ຄວາມ​ເຊື່ອ.” (2ທຊ. 3:2) ຕອນ​ທີ່​ໂປໂລ​ເວົ້າ​ເລື່ອງ​ນີ້ ລາວ​ກຳລັງ​ໝາຍເຖິງ “ຄົນ​ຊົ່ວ​ທີ່​ມັກ​ທຳຮ້າຍ​ຄົນ​ອື່ນ” ທີ່​ຂົ່ມເຫງ​ລາວ. ແຕ່​ຄຳເວົ້າ​ຂອງ​ໂປໂລ​ຍັງ​ໝາຍເຖິງ​ຄົນ​ກຸ່ມ​ອື່ນ​ນຳ ເຊັ່ນ: ບາງ​ຄົນ​ບໍ່​ເຊື່ອ​ວ່າ​ມີ​ພະເຈົ້າ​ທີ່​ເປັນ​ຜູ້​ສ້າງ​ທຸກ​ສິ່ງ​ຍ້ອນ​ເຂົາເຈົ້າ​ບໍ່​ສົນໃຈ​ຫຼັກຖານ​ທີ່​ພິສູດ​ວ່າ​ເພິ່ນ​ມີ​ຢູ່​ແທ້. (ຣມ. 1:20) ສ່ວນ​ບາງ​ຄົນ​ກໍ​ອ້າງ​ວ່າ​ເຊື່ອ​ໃນ​ສິ່ງ​ສັກສິດ ແຕ່​ຄວາມ​ເຊື່ອ​ແບບ​ນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ.

ເຮົາ​ຕ້ອງ​ເຊື່ອ​ວ່າ​ພະ​ເຢໂຫວາ​ມີ​ຢູ່​ແທ້​ແລະ​ເພິ່ນ​ຈະ​ໃຫ້ “ລາງວັນ” ຄົນ​ທີ່​ມີ​ຄວາມ​ເຊື່ອ​ແທ້. (ຮຣ. 11:6) ຄວາມ​ເຊື່ອ​ເປັນ​ຜົນ​ທີ່​ເກີດ​ຈາກ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ. ເຮົາ​ສາມາດ​ອະທິດຖານ​ຂໍ​ພະລັງ​ບໍລິສຸດ​ຈາກ​ເພິ່ນ​ໄດ້. (ລກ. 11:9, 10, 13) ອີກ​ວິທີ​ໜຶ່ງ​ທີ່​ສຳຄັນ​ທີ່​ເຮົາ​ຈະ​ໄດ້​ຮັບ​ພະລັງ​ບໍລິສຸດ​ຈາກ​ພະເຈົ້າ​ແມ່ນ​ການ​ອ່ານ​ຄຳພີ​ໄບເບິນ​ທີ່​ໄດ້​ຮັບ​ການ​ດົນໃຈ​ຈາກ​ພະເຈົ້າ. ເມື່ອ​ເຮົາ​ອ່ານ​ຄຳພີ​ໄບເບິນ ຄິດ​ຕຶກຕອງ ແລະ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້ ພະ​ເຢໂຫວາ​ກໍ​ຈະ​ໃຫ້​ພະລັງ​ບໍລິສຸດ​ກັບ​ເຮົາ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ໃຊ້​ຊິ​ວິດ​ໃນ​ແບບ​ທີ່​ສະແດງ​ວ່າ​ເຮົາ​ມີ​ຄວາມ​ເຊື່ອ​ເຊິ່ງ​ຈະ​ເຮັດ​ໃຫ້​ເພິ່ນ​ພໍໃຈ.

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌