ວັນທີ 27 ເມສາ–3 ພຶດສະພາ
ເອຊາຢາ 56-57
ເພງທີ 12 ແລະຄຳອະທິດຖານ | ຄຳນຳເປີດການປະຊຸມ (1 ນາທີ)
1. ພວກເຮົາມີຄວາມສຸກທີ່ມີພະເຢໂຫວາເປັນພະເຈົ້າຂອງເຮົາ
(10 ນາທີ)
ຮູບບູຊາບໍ່ສາມາດຊ່ວຍຄົນທີ່ຮ້ອງຂໍກັບມັນໄດ້ (ອຊຢ 57:13; ip-2 ໜ້າ 269 ຂໍ້ 14-16-ຄມປອ-SI)
ຄົນທີ່ບໍ່ໄດ້ນະມັດສະການພະເຢໂຫວາຈະບໍ່ມີຄວາມຫວັງແລະແຕກແຍກ (ອຊຢ 57:20; ຫ18.06 ໜ້າ 8 ຂໍ້ 16)
ຄົນຊົ່ວຈະບໍ່ໄດ້ຢູ່ຢ່າງສະຫງົບສຸກ (ອຊຢ 57:21; it “ຄວາມສະຫງົບສຸກ” ຫຍໍ້ໜ້າ 3-ຄມປອ-SI)
ໃຫ້ຖາມໂຕເອງວ່າ: ການມີສາຍສຳພັນທີ່ດີກັບພະເຢໂຫວາຊ່ວຍໃຫ້ຂ້ອຍມີຊີວິດທີ່ດີຂຶ້ນແນວໃດ?
2. ຊອກຫາຄວາມຮູ້ທີ່ມີຄ່າຂອງພະເຈົ້າ
(10 ນາທີ)
ອຊຢ 56:6, 7—ຂໍ້ຄຳພີນີ້ກຳລັງເກີດຂຶ້ນແທ້ແນວໃດ? (w07-SI 15/1 ໜ້າ 10 ຫຍໍ້ໜ້າ 3; w06-SI 1/11 ໜ້າ 27 ຂໍ້ 1)
ເຈົ້າໄດ້ຮັບປະໂຫຍດຫຍັງຈາກການອ່ານຄຳພີໄບເບິນໃນອາທິດນີ້?
3. ການອ່ານຄຳພີໄບເບິນ
(4 ນາທີ) ອຊຢ 56:4-12 (ອສ ບົດຮຽນທີ 5)
4. ເລີ່ມລົມ
(3 ນາທີ) ແບບບໍ່ເປັນທາງການ. ຫາໂອກາດບອກຄົນທີ່ເຈົ້າລົມນຳວ່າເຈົ້າໄດ້ຮຽນຫຍັງແດ່ຢູ່ການປະຊຸມເມື່ອບໍ່ດົນມານີ້. (ສດຮ ບົດຮຽນທີ 2 ຈຸດທີ 4)
5. ອະທິບາຍຄວາມເຊື່ອຂອງເຈົ້າ
(5 ນາທີ) ບັນລະຍາຍ. ເລື່ອງ: ຈຳເປັນບໍທີ່ຕ້ອງເປັນສະມາຊິກຂອງສາສະໜາໃດໜຶ່ງ?—ວຊພຖຕ ບົດຄວາມທີ 90. (ອສ ບົດຮຽນທີ 16)
6. ສອນຄົນໃຫ້ເປັນລູກສິດ
(4 ນາທີ) ຊສຕ ບົດທີ 19 ຂໍ້ 4 (ສດຮ ບົດຮຽນທີ 11 ຈຸດທີ 3)
ເພງທີ 58
7. ຢ່າເຊົາເວົ້າເລື່ອງຂອງພະເຢໂຫວາ
(15 ນາທີ) ບັນລະຍາຍແລະຖາມຄວາມຄິດເຫັນ.
ຜູ້ທີ່ບໍ່ຮູ້ຈັກພະເຢໂຫວາກໍບໍ່ມີການຊີ້ນຳທີ່ໄວ້ໃຈໄດ້ ບໍ່ມີຈຸດມຸ່ງໝາຍໃນຊີວິດທີ່ເຮັດໃຫ້ມີຄວາມສຸກ ແລະບໍ່ມີຄວາມຫວັງທີ່ວ່າອະນາຄົດຈະດີຂຶ້ນ. ແຕ່ຫຼາຍຄົນປະຕິເສດຂ່າວສານເລື່ອງການປົກຄອງຂອງພະເຈົ້າຍ້ອນບໍ່ຮູ້ວ່າເລື່ອງນັ້ນເປັນປະໂຫຍດຕໍ່ເຂົາເຈົ້າຫຼາຍສ່ຳໃດ. ເຖິງວ່າບາງຄົນຈະບໍ່ຟັງເລື່ອງທີ່ເຮົາບອກ ແຕ່ເຮົາກໍຈະບໍ່ທໍ້ໃຈຫຼືຍອມແພ້ຍ້ອນເຮົາມີເຫດຜົນຕໍ່ໄປນີ້.—ປຍຈ 11:6
ເຂດປະກາດຂອງເຮົາມີການປ່ຽນແປງເລື້ອຍໆ. ຄົນທີ່ບໍ່ສົນໃຈອາດຈະຍ້າຍໄປຢູ່ບ່ອນອື່ນ ແລະຄົນທີ່ມາຢູ່ຕໍ່ອາດຈະຢາກຟັງເຮົາກໍໄດ້
ຕອນທີ່ໄປຕາມບ້ານເຮືອນ ຄົນທີ່ມາລົມກັບເຮົາອາດຈະບໍ່ແມ່ນຄົນເກົ່າກໍໄດ້. ຄົນທີ່ເຮົາເຈິອາດແມ່ນພໍ່ແມ່ທີ່ສູງອາຍຸ ລູກທີ່ຕອນນີ້ເປັນຜູ້ໃຫຍ່ແລ້ວ ໝູ່ຮ່ວມຫ້ອງ ຫຼືຄົນທີ່ມາຢາມເຂົາເຈົ້າກໍໄດ້
ຄົນປ່ຽນໄປ. (1ຕມ 1:13) ບາງຄົນອາດຈະປ່ຽນແລະຢາກຟັງກໍໄດ້ຍ້ອນສະພາບການໃນໂລກປ່ຽນໄປໃນທາງທີ່ບໍ່ດີ ຫຼືຍ້ອນບາງຄົນອາດຈະເຈິເຫດການທີ່ບໍ່ດີ
ເມື່ອເຮົາພະຍາຍາມເວົ້າເລື່ອງຂອງພະເຢໂຫວາໃຫ້ຄົນອື່ນຮູ້ຕໍ່ໆໄປສະແດງວ່າເຮົາຮັກເພິ່ນ.—ລກ 6:45; 1ຢຮ 5:3
ເປີດວິດີໂອ ພະເຢໂຫວາ “ບໍ່ໄດ້ຢູ່ໄກ” ແລ້ວຖາມວ່າ:
ເຈົ້າໄດ້ບົດຮຽນຫຍັງກ່ຽວກັບການປະກາດຕໍ່ໆໄປເຖິງວ່າຄົນບໍ່ຢາກຟັງ?
8. ການສຶກສາຄຳພີໄບເບິນປະຈຳປະຊາຄົມ
(30 ນາທີ) ລຈຄ ບົດທີ 80-81