ວັນທີ 23-29 ມີນາ
ເອຊາຢາ 48-49
ເພງທີ 89 ແລະຄຳອະທິດຖານ | ຄຳນຳເປີດການປະຊຸມ (1 ນາທີ)
1. ປະໂຫຍດຈາກການເຮັດຕາມສິ່ງທີ່ພະເຢໂຫວາສອນ
(10 ນາທີ)
ພະເຢໂຫວາສອນຜູ້ຮັບໃຊ້ຂອງເພິ່ນ (ອຊຢ 48:17; ຊສຕ ບົດທີ 35 ຂໍ້ 1)
ເຮົາຕ້ອງເລືອກທີ່ຈະເຮັດຕາມສິ່ງທີ່ພະເຢໂຫວາສອນ (ອຊຢ 48:18ກ; ijwbq-SI ບົດຄວາມທີ 44 ຫຍໍ້ໜ້າ 2-3)
ແລ້ວຄວາມສະຫງົບສຸກຂອງເຮົາຈະເປັນ “ຄືກັບນ້ຳທີ່ຢູ່ໃນແມ່ນ້ຳ” ແລະຄວາມດີຂອງເຮົາຈະມີຫຼາຍ “ຄືກັບຄື້ນໃນທະເລ” (ອຊຢ 48:18ຂ; ຮພ ໜ້າ 199 ຂໍ້ 8)
ການອະທິບາຍຄຳສັບ: ໃນພາສາເຮັບເຣີຄຳວ່າ “ຄວາມສະຫງົບສຸກ” ຍັງລວມເຖິງສຸຂະພາບທີ່ດີ ມີກຳລັງວັງຊາ ຮູ້ສຶກປອດໄພ ມີສາຍສຳພັນທີ່ດີກັບຄົນອື່ນແລະກັບພະເຈົ້າ ແລະເຮັດສິ່ງຕ່າງໆໃຫ້ສຳເລັດ.
2. ຊອກຫາຄວາມຮູ້ທີ່ມີຄ່າຂອງພະເຈົ້າ
(10 ນາທີ)
ອຊຢ 49:8—ຄຳພະຍາກອນນີ້ເກີດຂຶ້ນແທ້ແນວໃດແດ່? (it “ເວລາທີ່ພະເຈົ້າເມດຕາ” ຫຍໍ້ໜ້າ 1-3-ຄມປອ-SI)
ເຈົ້າໄດ້ຮັບປະໂຫຍດຫຍັງຈາກການອ່ານຄຳພີໄບເບິນໃນອາທິດນີ້?
3. ການອ່ານຄຳພີໄບເບິນ
(4 ນາທີ) ອຊຢ 48:9-20 (ອສ ບົດຮຽນທີ 11)
4. ເລີ່ມລົມ
(3 ນາທີ) ແບບບໍ່ເປັນທາງການ. ຊວນຍາດຕິພີ່ນ້ອງທີ່ເຊົາຮັບໃຊ້ພະເຢໂຫວາໃຫ້ມາຟັງຄຳບັນລະຍາຍພິເສດແລະການປະຊຸມອະນຸສອນ. (ສດຮ ບົດຮຽນທີ 5 ຈຸດທີ 3)
5. ຕິດຕາມ
(4 ນາທີ) ແບບບໍ່ເປັນທາງການ. ອະທິບາຍໃຫ້ຄົນທີ່ຢາກມາປະຊຸມອະນຸສອນຮູ້ວ່າເຮົາເຮັດຫຍັງແດ່ຢູ່ການປະຊຸມນັ້ນ. (ສດຮ ບົດຮຽນທີ 9 ຈຸດທີ 3)
6. ຕິດຕາມ
(5 ນາທີ) ແບບບໍ່ເປັນທາງການ. ຫຼັງຈາກຄຳບັນລະຍາຍອະນຸສອນຈົບ ໃຫ້ຕອບຄຳຖາມຂອງຜູ້ສົນໃຈທີ່ມາປະຊຸມ. (ສດຮ ບົດຮຽນທີ 8 ຈຸດທີ 3)
ເພງທີ 107
7. ເຮັດແນວໃດຈຶ່ງຈະໄດ້ຮັບປະໂຫຍດໃນມື້ທີ່ສຳຄັນທີ່ສຸດຂອງປີ
(15 ນາທີ) ບັນລະຍາຍແລະຖາມຄວາມຄິດເຫັນ.
ເມື່ອເຮົາເຂົ້າຮ່ວມການປະຊຸມອະນຸສອນໃນແຕ່ລະປີສະແດງວ່າເຮົາເຊື່ອຟັງພະເຢຊູແລະສະແດງວ່າເຮົາຮູ້ສຶກຂອບໃຈພະເຢໂຫວາທີ່ເພິ່ນໄດ້ໃຫ້ຄ່າໄຖ່ເປັນຂອງຂວັນສຳລັບເຮົາ. (ລກ 22:19) ແຕ່ຕອນນັ້ນຍັງເປັນໂອກາດທີ່ເຮົາຈະຄິດທົບທວນວ່າພະເຢໂຫວາກັບລູກຊາຍຂອງເພິ່ນຮັກເຮົາຫຼາຍສ່ຳໃດ. (ຄລຕ 2:20; 1ຢຮ 4:9, 10) ເຮົາຈະເຮັດຫຍັງແດ່ເພື່ອສະແດງຄວາມຂອບໃຈແລະຮັບປະໂຫຍດຫຼາຍທີ່ສຸດຈາກການທີ່ພະເຢໂຫວາຈັດໃຫ້ມີຄ່າໄຖ່? ເຮົາຈະຊ່ວຍຜູ້ສົນໃຈໃຫ້ເຮັດແບບນັ້ນໄດ້ແນວໃດ?
ອ່ານແລະຄິດກ່ຽວກັບຂໍ້ຄຳພີຕ່າງໆທີ່ຢູ່ໃນຕາຕະລາງການອ່ານຄຳພີໄບເບິນໃນໄລຍະການປະຊຸມອະນຸສອນ
ຄິດຕຶກຕອງກ່ຽວກັບຄ່າໄຖ່ທີ່ເປັນຂອງຂວັນແລະວິທີໃຊ້ຊີວິດເພື່ອສະແດງຄວາມຂອບໃຈພະເຢໂຫວາແລະພະເຢຊູສຳລັບຄ່າໄຖ່
ມີສ່ວນຮ່ວມຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້ເພື່ອເຊີນຍາດຕິພີ່ນ້ອງ ຄົນທີ່ເຈົ້າຮູ້ຈັກ ແລະຄົນທີ່ຢູ່ໃນເຂດປະກາດຂອງເຈົ້າໃຫ້ມາຟັງຄຳບັນລະຍາຍພິເສດແລະການປະຊຸມອະນຸສອນ
ຕ້ອນຮັບຄົນທີ່ມາປະຊຸມອະນຸສອນຢ່າງອົບອຸ່ນແລະເປັນມິດ. ແນ່ນອນວ່າເຈົ້າຕ້ອງໄດ້ຊ່ວຍຄົນທີ່ເຈົ້າເຊີນມາ ແຕ່ເຈົ້າກໍຕ້ອງພ້ອມທີ່ຈະຊ່ວຍຄົນອື່ນໆທີ່ມາຍ້ອນໄດ້ຮັບໃບເຊີນໃນໂຄງການພິເສດນຳ. ເຈົ້າອາດຈະຊວນລາວມານັ່ງນຳກໍໄດ້
ໃຫ້ພ້ອມທີ່ຈະຕອບຄຳຖາມຂອງຜູ້ທີ່ມາປະຊຸມ
ໃຫ້ພ້ອມທີ່ຈະຕ້ອນຮັບຄົນທີ່ເຊົາຮັບໃຊ້ພະເຢໂຫວາ. ຜູ້ເບິ່ງແຍງຕ້ອງຕື່ນໂຕເປັນພິເສດທີ່ຈະຕ້ອນຮັບຄົນທີ່ຖືກຕັດອອກຈາກປະຊາຄົມ
ເປີດວິດີໂອ ພະເຍຊູ “ໄດ້ມາຊອກຫາແລະຊ່ອຍໃຫ້ພົ້ນ” ແລ້ວຖາມວ່າ:
ເມື່ອຄົນທີ່ເຊົາຮັບໃຊ້ພະເຢໂຫວາມາປະຊຸມອະນຸສອນ ເປັນຫຍັງຈຶ່ງສຳຄັນທີ່ເຮົາຈະຕ້ອນຮັບເຂົາເຈົ້າຢ່າງອົບອຸ່ນແລະເປັນມິດ?
8. ການສຶກສາຄຳພີໄບເບິນປະຈຳປະຊາຄົມ
(30 ນາທີ) ລຈຄ ບົດທີ 72-73