ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ25 ພຶດສະພາ ໜ້າ 15-16
  • ວັນ​ທີ 30 ມິຖຸນາ–​6 ກໍລະກົດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ວັນ​ທີ 30 ມິຖຸນາ–​6 ກໍລະກົດ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2025
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2025
ຄມປ25 ພຶດສະພາ ໜ້າ 15-16

ວັນ​ທີ 30 ມິຖຸນາ–6 ກໍລະກົດ

ສຸພາສິດ 20

ເພງ​ທີ 131 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

1. ເຄັດລັບ​ຄວາມ​ສຳເລັດ​ໃນ​ການ​ຄົບຫາ​ເປັນ​ແຟນ​ກັນ

(10 ນາທີ)

ຕ້ອງ​ເບິ່ງ​ການ​ຄົບຫາ​ເປັນ​ແຟນ​ກັນ​ໃນ​ແບບ​ທີ່​ພະ​ເຢໂຫວາ​ເບິ່ງ (ສພສ 20:24, 25; ຫ24.05 ໜ້າ 26-27 ຂໍ້ 3-4)

ສັງເກດ​ເບິ່ງ​ຄົນ​ທີ່​ເຈົ້າ​ກຳລັງ​ສົນໃຈ​ໄລຍະ​ໜຶ່ງ​ກ່ອນ ກ່ອນ​ທີ່​ຈະ​ອອກ​ເດດ​ກັນ (ສພສ 20:18; ຫ24.05 ໜ້າ 22 ຂໍ້ 8)

ພະຍາຍາມ​ຮູ້​ຈັກ​ກັນ​ໃຫ້​ຫຼາຍ​ຂຶ້ນ​ຕອນ​ທີ່​ເປັນ​ແຟນ​ກັນ (ສພສ 20:5; ຫ24.05 ໜ້າ 28 ຂໍ້ 7-8)

ຄົນ​ທີ່​ເປັນ​ແຟນ​ກັນ​ກຳລັງ​ລົມ​ກັນ​ຕອນ​ທີ່​ມີ​ການ​ກິນ​ເຂົ້າ​ຊຸມ​ກັນ. ເຂົາ​ເຈົ້າ​ລົມ​ກັນ​ຢ່າງ​ມີ​ຄວາມ​ສຸກ​ຕອນ​ທີ່​ມີ​ຄົນ​ອື່ນ​ຢູ່​ນຳ​ໃກ້ໆ​ກັບ​ເຂົາເຈົ້າ.

ຂໍ​ໃຫ້​ຈື່​ວ່າ: ການ​ຄົບຫາ​ເປັນ​ແຟນ​ກັນ​ບໍ່​ແມ່ນ​ວ່າ​ຈະ​ຕ້ອງ​ແຕ່ງດອງ​ກັນ​ສະເໝີ​ໄປ ແຕ່​ເປັນ​ການ​ຊ່ວຍ​ໃຫ້​ຕັດສິນໃຈ​ໄດ້​ຖືກຕ້ອງ​ວ່າ​ຈະ​ແຕ່ງດອງ​ກັນ​ຫຼື​ບໍ່.

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ສພສ 20:27—“ລົມ​ຫາຍໃຈ​ຂອງ​ມະນຸດ​ເປັນ​ຄື​ກັບ​ຕະກຽງ​ຂອງ​ພະ​ເຢໂຫວາ” ໃນ​ແງ່​ໃດ? (it-2-E ໜ້າ 196 ຫຍໍ້​ໜ້າ 7)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

(4 ນາທີ) ສພສ 20:1-15 (ອສ ບົດ​ຮຽນ​ທີ 5)

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ເລີ່ມ​ລົມ

(4 ນາທີ) ຕາມ​ບ້ານ​ເຮືອນ. ຄົນ​ທີ່​ເຈົ້າ​ລົມ​ນຳ​ບອກ​ວ່າ​ລາວ​ຫາກໍ​ອົບພະຍົບ​ມາ​ແຕ່​ປະເທດ​ອື່ນ. (ສດຮ ບົດ​ຮຽນ​ທີ 3 ຈຸດ​ທີ 3)

5. ຕິດຕາມ

(4 ນາທີ) ໃນ​ບ່ອນ​ສາທາລະນະ. ເວົ້າ​ເຖິງ​ແອັບ JW Library® ກັບ​ຄົນ​ທີ່​ເຈົ້າ​ລົມ​ນຳ ແລ້ວ​ຊ່ວຍ​ລາວ​ດາວໂຫຼດ​ໃສ່​ໂທລະສັບ​ມືຖື​ຫຼື​ແທັບເລັດ​ຂອງ​ລາວ. (ສດຮ ບົດ​ຮຽນ​ທີ 9 ຈຸດ​ທີ 5)

6. ອະທິບາຍ​ຄວາມ​ເຊື່ອ

(4 ນາທີ) ສາທິດ. ເລື່ອງ: ສັດ​ທີ່​ຕາຍ​ແລ້ວ​ໄປ​ສະຫວັນ​ບໍ?—ijwbq-SI ບົດ​ຄວາມ 159 (ສດຮ ບົດ​ຮຽນ​ທີ 3 ຈຸດ​ທີ 4)

ຊີວິດ​ຄລິດສະຕຽນ

ເພງ​ທີ 78

7. ຊວນ​ຄົນ​ອື່ນ​ໃຫ້​ລອງ​ຮຽນ​ຄຳພີ​ໄບເບິນ

(5 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ.

ການ​ຊວນ​ຄົນ​ມາ​ຮຽນ​ຄຳພີ​ໄບເບິນ​ເປັນ​ສ່ວນ​ສຳຄັນ​ຂອງ​ວຽກ​ປະກາດ​ຂອງ​ເຮົາ. ຖ້າ​ເຮົາ​ບໍ່​ໄດ້​ສອນ​ຄຳພີ​ໄບເບິນ​ໃຫ້​ໃຜ​ເລີຍ ເຮົາ​ກໍ​ຈະ​ບໍ່​ສາມາດ​ຊ່ວຍ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ໄດ້. (ຣມ 10:13-15) ເປັນ​ຫຍັງ​ເຈົ້າ​ຄື​ບໍ່​ລອງ​ຕັ້ງ​ເປົ້າ​ຊວນ​ຄົນ​ທີ່​ເຈົ້າ​ເຈິ​ຕາມ​ບ້ານ​ເຮືອນ​ໃຫ້​ມາ​ຮຽນ​ຄຳພີ​ໄບເບິນ? ເມື່ອ​ຕັ້ງ​ເປົ້າ​ແລ້ວ ທຳອິດ​ກໍ​ໃຫ້​ລອງ​ຄິດ​ເບິ່ງ​ວ່າ​ມີ​ເລື່ອງ​ຫຍັງ​ແດ່​ທີ່​ຄົນ​ທີ່​ເຈົ້າ​ລົມ​ນຳ​ຈະ​ສົນໃຈ. ຈາກ​ນັ້ນ​ກໍ​ເຮັດ​ໃຫ້​ລາວ​ເບິ່ງ​ວ່າ​ການ​ຮຽນ​ຄຳພີ​ໄບເບິນ​ຊ່ວຍ​ຕອບ​ຄຳ​ຖາມ​ຂອງ​ລາວ​ແນວ​ໃດ​ແລະ​ມີ​ປະໂຫຍດ​ກັບ​ຊີວິດ​ຂອງ​ລາວ​ແນວ​ໃດ.

ມີ​ລິ້ງ “ລອງ​ຮຽນ​ຄຳພີ​ໄບເບິນ” ຢູ່​ໜ້າ​ຫຼັກ​ຂອງ​ເວັບໄຊ JW.org.

ໃນ​ເວັບໄຊ jw.org ມີ​ລິ້ງ​ທີ່​ຊື່​ວ່າ “ລອງ​ຮຽນ​ຄຳພີ​ໄບເບິນ” ເຊິ່ງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຊວນ​ຄົນ​ທີ່​ເຈົ້າ​ເຈິ​ມາ​ຮຽນ​ຄຳພີ​ໄບເບິນ​ນຳ​ໄດ້.

  •  ເຈົ້າ​ຈະ​ໃຊ້​ລິ້ງ “ລອງ​ຮຽນ​ຄຳພີ​ໄບເບິນ” ແນວ​ໃດ​ເພື່ອ​ຊວນ​ຄົນ​ໃຫ້​ມາ​ຮຽນ​ຄຳພີ​ໄບເບິນ?

  •  ເຈົ້າ​ມີ​ວິທີ​ຊວນ​ຄົນ​ຮຽນ​ຄຳພີ​ໄບເບິນ​ໃນ​ແບບ​ໃດ​ແດ່​ທີ່​ໄດ້​ຜົນ​ໃນ​ເຂດ​ຂອງ​ເຈົ້າ?

8. ອົງການ​ຂອງ​ເຮົາ​ເຮັດ​ຫຍັງ​ແດ່ ສຳລັບ​ເດືອນ​ມິຖຸນາ

(10 ນາທີ) ເປີດ​ວິດີໂອ.

9. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

(30 ນາທີ) ຖຖ ບົດ​ທີ 28 ຂໍ້ 8-15

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 150 ແລະ​ຄຳ​ອະທິດຖານ

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌