ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ24 ພຶດສະພາ ໜ້າ 12-13
  • ວັນ​ທີ 17-23 ມິຖຸນາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ວັນ​ທີ 17-23 ມິຖຸນາ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2024
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2024
ຄມປ24 ພຶດສະພາ ໜ້າ 12-13

ວັນ​ທີ 17-23 ມິຖຸນາ

ເພງ​ສັນລະເສີນ 51-53

ເພງ​ທີ 89 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

1. ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຈະ​ບໍ່​ເຮັດ​ຜິດ​ຮ້າຍ​ແຮງ?

(10 ນາທີ)

ຢ່າ​ໝັ້ນໃຈ​ໃນ​ໂຕເອງ​ຫຼາຍ​ເກີນ​ໄປ ໃຫ້​ຈື່​ໄວ້​ວ່າ​ມະນຸດ​ທຸກ​ຄົນ​ມີ​ແນວ​ໂນ້ມ​ທີ່​ຈະ​ເຮັດ​ສິ່ງ​ບໍ່​ດີ (ພສ 51:5; 2ກຣ 11:3)

ເຮັດ​ສິ່ງ​ຕ່າງໆ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ​ສະເໝີ (ພສ 51:6; ຫ19.01 ໜ້າ 15 ຂໍ້ 4-5)

ສູ້​ກັບ​ຄວາມ​ຄິດ​ທີ່​ບໍ່​ສະອາດ​ແລະ​ຄວາມ​ຕ້ອງການ​ທີ່​ຢາກ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ (ພສ 51:10-12; ຫ15 15/6 ໜ້າ 15 ຂໍ້ 5-6)

ຮູບພາບ: ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ​ເຮັດ​ກິດຈະກຳ​ທາງ​ດ້ານ​ຄວາມ​ເຊື່ອ​ເປັນ​ປະຈຳ. 1. ລາວ​ອ່ານ​ຄຳພີ​ໄບເບິນ. 2. ລາວ​ອະທິດຖານ​ຢ່າງ​ຈິງ​ຈັງ. 3. ລາວ​ອອກ​ຄວາມ​ຄິດ​ເຫັນ​ຢູ່​ການ​ປະຊຸມ. 4. ລາວ​ເຂົ້າ​ຮ່ວມ​ປະກາດ​ສາທາລະນະ​ທີ່​ໃຊ້​ລໍ້​ວາງ​ສະແດງ​ໜັງສື.

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ພສ 52:2-4—ຂໍ້​ຄຳພີ​ເຫຼົ່າ​ນີ້​ເວົ້າ​ເຖິງ​ການ​ກະທຳ​ຂອງ​ໂດເອັກ​ແນວ​ໃດ? (it-1-E ໜ້າ 644)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

(4 ນາທີ) ພສ 51:1-19 (ອສ ບົດ​ຮຽນ​ທີ 12)

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ເລີ່ມ​ລົມ

(2 ນາທີ) ໃນ​ບ່ອນ​ສາທາລະນະ. (ສດຮ ບົດ​ຮຽນ​ທີ 7 ຈຸດ​ທີ 3)

5. ເລີ່ມ​ລົມ

(2 ນາທີ) ຕາມ​ບ້ານ​ເຮືອນ. (ສດຮ ບົດ​ຮຽນ​ທີ 4 ຈຸດ​ທີ 4)

6. ຕິດຕາມ

(3 ນາທີ) ແບບ​ບໍ່​ເປັນ​ທາງ​ການ. ສອນ​ລາວ​ວ່າ​ພະເຈົ້າ​ຊື່​ຫຍັງ. (ສດຮ ບົດ​ຮຽນ​ທີ 9 ຈຸດ​ທີ 5)

7. ສອນ​ຄົນ​ໃຫ້​ເປັນ​ລູກສິດ

(4 ນາທີ) ຊສຕ ບົດ​ທີ 14 ຂໍ້ 7 ແລະ​ສ່ວນ “ບາງ​ຄົນ​ເວົ້າ​ວ່າ” (ສດຮ ບົດ​ຮຽນ​ທີ 11 ຈຸດ​ທີ 5)

ຊີວິດ​ຄລິດສະຕຽນ

ເພງ​ທີ 115

8. ຖ້າ​ເຈົ້າ​ເຮັດ​ຜິດ ເຈົ້າ​ຕ້ອງ​ເຮັດ​ຫຍັງ​ແດ່?

(15 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ.

ຮູບພາບ: ສາກ​ຈາກ​ວິດີໂອ “ຊີວິດ​ໄວລຸ້ນ—ຂ້ອຍ​ຈະ​ແກ້ໄຂ​ຂໍ້​ຜິດ​ພາດ​ໄດ້​ແນວ​ໃດ?” 1. ທາ​ລິ​ລາ. ໂຮ​ເຊ.

ບໍ່​ວ່າ​ເຮົາ​ຈະ​ພະຍາຍາມ​ດີ​ສ່ຳ​ໃດ ເຮົາ​ທຸກ​ຄົນ​ກໍ​ເຮັດ​ຜິດ​ໄດ້. (1ຢຮ 1:8) ຖ້າ​ເຮົາ​ເຮັດ​ຜິດ ເຮົາ​ບໍ່​ຄວນ​ອາຍ​ທີ່​ຈະ​ຂໍ​ໃຫ້​ພະ​ເຢໂຫວາ​ຍົກໂທດ​ໃຫ້​ເຮົາ​ຫຼື​ຢ້ານ​ຜົນ​ທີ່​ຈະ​ຕາມ​ມາ​ຈົນ​ບໍ່​ກ້າ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ທີ່​ມາ​ຈາກ​ເພິ່ນ. (1ຢຮ 1:9) ຖ້າ​ເຮົາ​ເຮັດ​ຜິດ ສິ່ງ​ທຳອິດ​ທີ່​ເຮົາ​ຕ້ອງ​ເຮັດ​ສະເໝີ​ກໍ​ແມ່ນ​ໃຫ້​ອະທິດຖານ​ຫາ​ພະ​ເຢໂຫວາ.

ອ່ານ​ເພງ​ສັນລະເສີນ 51:1, 2, 17 ແລ້ວ​ຖາມ​ວ່າ:

  •  ຄຳເວົ້າ​ຂອງ​ດາວິດ​ກະຕຸ້ນ​ເຮົາ​ແນວ​ໃດ​ໃຫ້​ກ້າ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ຕອນ​ທີ່​ເຮົາ​ເຮັດ​ຜິດ​ຮ້າຍ​ແຮງ?

ເປີດ​ວິດີໂອ ຊີວິດ​ໄວລຸ້ນ—ຂ້ອຍ​ຈະ​ແກ້ໄຂ​ຂໍ້​ຜິດ​ພາດ​ໄດ້​ແນວ​ໃດ? ແລ້ວ​ຖາມ​ວ່າ:

  •  ມີ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ທາ​ລິ​ລາ​ແລະ​ໂຮ​ເຊ​ເລີ່ມ​ເຮັດ​ຜິດ?

  •  ເຂົາເຈົ້າ​ໄດ້​ເຮັດ​ຫຍັງ​ເພື່ອ​ແກ້ໄຂ​ຂໍ້​ຜິດ​ພາດ?

  •  ເຂົາເຈົ້າ​ໄດ້​ປະໂຫຍດ​ຫຍັງ​ເມື່ອ​ແກ້ໄຂ​ຂໍ້​ຜິດ​ພາດ​ແລ້ວ?

9. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

(30 ນາທີ) ຖຖ ບົດ​ທີ 11 ຂໍ້ 5-10 ແລະ​ຂອບ​ໜ້າ 89

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 129 ແລະ​ຄຳ​ອະທິດຖານ

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌