ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ24 ພຶດສະພາ ໜ້າ 2-3
  • ວັນ​ທີ 6-12 ພຶດສະພາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ວັນ​ທີ 6-12 ພຶດສະພາ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2024
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2024
ຄມປ24 ພຶດສະພາ ໜ້າ 2-3

ວັນ​ທີ 6-12 ພຶດສະພາ

ເພງ​ສັນລະເສີນ 36-37

ເພງ​ທີ 87 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

1. “ຢ່າ​ໃຈ​ຮ້າຍ​ຍ້ອນ​ຄົນ​ເຮັດ​ຊົ່ວ”

(10 ນາທີ)

ຄົນ​ຊົ່ວ​ເຮັດ​ໃຫ້​ເຮົາ​ຕ້ອງ​ເຈັບ​ປວດ ທຸກໃຈ ແລະ​ຮູ້ສຶກ​ຫົດ​ຫູ່ (ພສ 36:1-4; ຫ17.04 ໜ້າ 11 ຂໍ້ 4)

ຖ້າ​ເຮົາ​ມີ​ແຕ່​ໃຈ​ຮ້າຍ​ໃຫ້ “ຄົນ​ເຮັດ​ຊົ່ວ” ເຮົາ​ກໍ​ທຳຮ້າຍ​ໂຕເອງ (ພສ 37:1, 7, 8; ຫ22.06 ໜ້າ 10 ຂໍ້ 10)

ຖ້າ​ເຮົາ​ໄວ້ໃຈ​ໃນ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ ເຮົາ​ກໍ​ຈະ​ຮູ້ສຶກ​ສະຫງົບໃຈ (ພສ 37:10, 11; w03-SI 12/1 ໜ້າ 14 ຂໍ້ 20)

ພີ່ນ້ອງ​ຍິງ​ທີ່​ອ່ານ​ຂ່າວ​ໃນ​ໂທລະສັບ​ກຳລັງ​ອຸກໃຈ​ຫຼາຍ ເມື່ອ​ລາວ​ເຫັນ​ຮູບ​ພວກ​ກຸ່ມ​ຕໍ່ຕ້ານ​ທີ່​ຮຸນແຮງ ຕຳຫຼວດ​ທີ່​ຮັບ​ສິນບົນ ທະຫານ​ຍິງ​ປືນ ຄົນ​ທຸບ​ລົດ​ຢູ່​ບ່ອນ​ລົດ ໂຈນ​ປຸ້ນ​ເອົາ​ເຄື່ອງ ປະຊາຊົນ​ສ້າງ​ຄວາມ​ວຸ່ນວາຍ ແລະ​ຄົນ​ຜິດ​ຖຽງ​ກັນ​ຕອນ​ຂີ່​ລົດ​ຕຳ​ກັນ.

ໃຫ້​ຖາມ​ໂຕເອງ​ວ່າ: ‘ຂ້ອຍ​ສົນໃຈ​ແລະ​ຕິດຕາມ​ຂ່າວ​ເລື່ອງ​ຄວາມ​ຮຸນແຮງ​ຫຼື​ຄວາມ​ຊົ່ວ​ໃນ​ທຸກ​ມື້​ນີ້​ຫຼາຍ​ໂພດ​ບໍ?’

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ພສ 36:6—ຜູ້​ຂຽນ​ເພງ​ສັນລະເສີນ​ອາດ​ໝາຍເຖິງ​ຫຍັງ​ຕອນ​ທີ່​ລາວ​ປຽບທຽບ​ຄວາມ​ຍຸຕິທຳ​ຂອງ​ພະ​ເຢໂຫວາ​ວ່າ​ເປັນ​ຄື​ກັບ “ພູ​ທີ່​ໃຫຍ່ໆ​ສູງໆ [ຫຼື “ຄື​ກັບ​ພູ​ຂອງ​ພະເຈົ້າ,” ໄຂເງື່ອນ]”? (it-2-E ໜ້າ 445)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

(4 ນາທີ) ພສ 37:1-26 (ອສ ບົດ​ຮຽນ​ທີ 10)

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ເລີ່ມ​ລົມ

(3 ນາທີ) ຕາມ​ບ້ານ​ເຮືອນ. (ສດຮ ບົດ​ຮຽນ​ທີ 1 ຈຸດ​ທີ 5)

5. ຕິດຕາມ

(4 ນາທີ) ແບບ​ບໍ່​ເປັນ​ທາງ​ການ. ລົມ​ກັບ​ຄົນ​ທີ່​ເຈົ້າ​ເຄີຍ​ຊວນ​ສຶກສາ​ຄຳພີ​ໄບເບິນ​ແຕ່​ລາວ​ປະຕິເສດ ແລະ​ຕອນນີ້​ໃຫ້​ລອງ​ຊວນ​ລາວ​ອີກ​ເທື່ອ​ໜຶ່ງ. (ສດຮ ບົດ​ຮຽນ​ທີ 9 ຈຸດ​ທີ 4)

6. ບັນລະຍາຍ

(5 ນາທີ) ijwbv-SI ບົດ​ຄວາມ 45—ເລື່ອງ: ເພງ​ສັນລະເສີນ 37:4 ໝາຍ​ຄວາມ​ວ່າ​ແນວ​ໃດ? (ອສ ບົດ​ຮຽນ​ທີ 13)

ຊີວິດ​ຄລິດສະຕຽນ

ເພງ​ທີ 33

7. ເຈົ້າ​ກຽມ​ພ້ອມ​ທີ່​ຈະ​ຮັບ​ມື “ໃນ​ຍາມ​ທີ່​ທຸກຍາກ” ແລ້ວ​ບໍ?

(15 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ.

ເນື່ອງ​ຈາກ​ພີ່ນ້ອງ​ທົ່ວ​ໂລກ​ຕ້ອງ​ເຈິ​ກັບ​ໄພພິບັດ​ທາງ​ທຳມະຊາດ​ແລະ​ໄພ​ພິບັດ​ທີ່​ເກີດ​ຈາກ​ມະນຸດ ນີ້​ຈຶ່ງ​ເຮັດ​ໃຫ້​ຫຼາຍ​ຄົນ​ສູນ​ເສຍ​ຊັບສິນ​ເງິນ​ຄຳ​ແລະ​ຄົນ​ທີ່​ຮັກ​ໄປ. (ພສ 9:9, 10) ທີ່ຈິງ “ຍາມ​ທີ່​ທຸກຍາກ” ແບບ​ນີ້​ອາດ​ເກີດຂຶ້ນ​ຕອນ​ໃດ​ກໍ​ໄດ້. ດັ່ງນັ້ນ ເຮົາ​ທຸກ​ຄົນ​ຕ້ອງ​ກຽມ​ໂຕ​ໃຫ້​ພ້ອມ​ທີ່​ຈະ​ຮັບ​ມື​ຢູ່​ສະເໝີ.

ນອກ​ຈາກ​ເຮົາ​ຈະ​ຕ້ອງ​ກຽມ​ສິ່ງ​ຂອງ​ຕ່າງໆ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ລອດ​ຕອນ​ທີ່​ເຈິ​ໄພ​ພິບັດ​ແລ້ວa ເຮົາ​ຕ້ອງ​ເຮັດ​ຫຍັງ​ອີກ?

  •  ກຽມ​ໃຈ​ໃຫ້​ພ້ອມ. ໃຫ້​ຄິດ​ວ່າ​ໄພ​ພິບັດ​ອາດຈະ​ເກີດຂຶ້ນ​ກັບ​ເຮົາ​ໄດ້ ແລະ​ໃຫ້​ວາງ​ແຜນ​ໄວ້​ລ່ວງ​ໜ້າ​ວ່າ​ເຮົາ​ຈະ​ເຮັດ​ແນວ​ໃດ​ຖ້າ​ມັນ​ເກີດຂຶ້ນ​ແທ້. ນອກ​ຈາກນັ້ນ ຢ່າ​ເປັນ​ຫ່ວງ​ຫຼື​ຮັກ​ສິ່ງ​ຂອງ​ທີ່​ເຮົາ​ມີ​ຫຼາຍ​ເກີນ​ໄປ. ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຕັດສິນໃຈ​ໄດ້​ຢ່າງ​ສະຫຼາດ​ແລະ​ຄິດ​ເຖິງ​ຄວາມ​ປອດໄພ​ຂອງ​ໂຕເອງ​ແລະ​ຂອງ​ຄົນ​ອື່ນ​ຫຼາຍ​ກວ່າ​ສິ່ງ​ຂອງ​ຂອງ​ເຮົາ. (ປຖກ 19:16; ພສ 36:9) ການ​ເຮັດ​ແບບ​ນີ້​ຍັງ​ຊ່ວຍ​ເຮົາ​ໃຫ້​ເບິ່ງ​ຕາມ​ຄວາມ​ເປັນ​ຈິງ ແລະ​ບໍ່​ເຄັ່ງ​ຕຶງ​ຫຼື​ເສຍໃຈ​ຫຼາຍ​ໂພດ​ຖ້າ​ເຮົາ​ຕ້ອງ​ສູນ​ເສຍ​ສິ່ງ​ຂອງ​ທີ່​ເຮົາ​ມີ.—ພສ 37:19

  •  ກຽມ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ. ເຮັດ​ສິ່ງ​ຕ່າງໆ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ໄວ້ໃຈ​ໃນ​ຄວາມ​ສາມາດ​ຂອງ​ພະ​ເຢໂຫວາ​ວ່າ​ເພິ່ນ​ຈະ​ເບິ່ງແຍງ​ເຮົາ​ໄດ້ ແລະ​ໝັ້ນໃຈ​ວ່າ​ເພິ່ນ​ຢາກ​ຊ່ວຍ​ເຮົາ​ແທ້ໆ. (ພສ 37:18) ເຖິງ​ວ່າ​ຕອນນີ້​ເຮົາ​ຍັງ​ບໍ່​ທັນ​ເຈິ​ໄພ​ພິບັດ ແຕ່​ເຮົາ​ກໍ​ຄວນ​ເຕືອນ​ໂຕເອງ​ເລື້ອຍໆ​ວ່າ​ພະ​ເຢໂຫວາ​ຈະ​ເບິ່ງແຍງ​ແລະ​ຊີ້ນຳ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ສະເໝີ ແລະ​ຖ້າ​ໄພ​ພິບັດ​ເກີດຂຶ້ນ​ແທ້ໆ ແລ້ວ​ເຮົາ​ລອດ​ຊີວິດ​ແຕ່​ສູນ​ເສຍ​ຊັບ​ສົມບັດ​ວັດຖຸ ພະ​ເຢໂຫວາ​ກໍ​ຍັງ​ຈະ​ເບິ່ງແຍງ​ເຮົາ​ແນ່ນອນ.—ຢຣມ 45:5; ພສ 37:23, 24

ຖ້າ​ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຄຳ​ສັນຍາ​ຂອງ​ເພິ່ນ​ເກີດຂຶ້ນ​ແທ້ ເຮົາ​ກໍ​ຈະ​ມີ​ເພິ່ນ​ເປັນ ‘ບ່ອນ​ລີ້ໄພ​ໃນ​ຍາມ​ທີ່​ທຸກ​ລຳບາກ.’—ພສ 37:39

ຮູບພາບ: ສາກ​ຕ່າງໆ​ຈາກ​ວິດີໂອ “ເຈົ້າ​ກຽມ​ໂຕ​ສຳລັບ​ໄພພິບັດ​ແລ້ວ​ບໍ?” 1. ພີ່ນ້ອງ​ຊາຍ​ອ່ານ​ຄຳພີ​ໄບເບິນ. 2. ຄື້ນ​ຊຶນາມິ. 3 ພາຍຸ​ຂີ້ເຝື້ອ. 4. ຄົນ​ກຳລັງ​ຂົນ​ເຄື່ອງ​ລຸຍ​ນ້ຳ​ຕອນ​ນ້ຳຖ້ວມ.

ເປີດ​ວິດີໂອ ເຈົ້າ​ໄດ້​ກຽມ​ໂຕ​ຮັບ​ມື​ກັບ​ໄພ​ພິບັດ​ແລ້ວ​ບໍ? ແລ້ວ​ຖາມ​ວ່າ:

  •  ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ຕອນ​ທີ່​ເຈິ​ໄພ​ພິບັດ?

  •  ເຮົາ​ຈະ​ກຽມ​ໂຕ​ຮັບ​ມື​ກັບ​ໄພ​ພິບັດ​ໄດ້​ແນວ​ໃດ?

  •  ເຮົາ​ຈະ​ຊ່ວຍ​ຄົນ​ອື່ນ​ທີ່​ເຈິ​ໄພ​ພິບັດ​ໄດ້​ແນວ​ໃດ?

ລອງ​ຕັ້ງ​ເປົ້າໝາຍ

  • ຕອນ​ທີ່​ເຈົ້າ​ອ່ານ​ແລະ​ສຶກສາ​ຄຳພີ​ໄບເບິນ ໃຫ້​ລອງ​ຈົດ​ຂໍ້​ຄຳພີ​ຕ່າງໆ​ທີ່​ເຈົ້າ​ຄິດ​ວ່າ​ຈະ​ໃຫ້​ກຳລັງ​ໃຈ​ເຈົ້າ​ເອງ​ແລະ​ຄົນ​ອື່ນ​ໄດ້. ວິທີ​ໜຶ່ງ​ທີ່​ດີ​ຫຼາຍ​ຄື​ເກັບ​ຂໍ້​ຄຳພີ​ເຫຼົ່າ​ນີ້​ໂດຍ​ໃຊ້ “ແທັກ” ທີ່​ຢູ່​ໃນ​ສ່ວນ “ການ​ສຶກສາ​ສ່ວນ​ໂຕ” ໃນ​ແອັບ JW Library®. ຖ້າ​ເຈົ້າ​ຢາກ​ຊອກ​ຂໍ້​ຄຳພີ​ທີ່​ໃຫ້​ກຳລັງ​ໃຈ​ເມື່ອ​ເຈິ​ກັບ​ໄພ​ພິບັດ ໃຫ້​ເບິ່ງ​ບົດ​ຄວາມ “ຄຳພີ​ໄບເບິນ​ບອກ​ຫຍັງ​ກ່ຽວກັບ​ໄພ​ທຳມະຊາດ?” ໃນ​ເວັບໄຊ jw.org.

8. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

(30 ນາທີ) ຖຖ ບົດ​ທີ 9 ຂໍ້ 8-16

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 57 ແລະ​ຄຳ​ອະທິດຖານ

a ເບິ່ງ​ຕື່ນເຖີດ! ສະບັບ​ທີ 5 ປີ 2017 ໜ້າ 4-6 (ພາສາ​ໄທ)

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌