ວັນທີ 29 ເມສາ–5 ພຶດສະພາ
ເພງສັນລະເສີນ 34-35
ເພງທີ 10 ແລະຄຳອະທິດຖານ | ຄຳນຳເປີດການປະຊຸມ (1 ນາທີ)
1. “ສັນລະເສີນພະເຢໂຫວາຕະຫຼອດເວລາ”
(10 ນາທີ)
ດາວິດສັນລະເສີນພະເຢໂຫວາແມ່ນແຕ່ຕອນທີ່ລາວເຈິບັນຫາທີ່ໜັກໆ (ພສ 34:1; w07-SI 1/3 ໜ້າ 22 ຂໍ້ 11)
ດາວິດອວດເລື່ອງພະເຢໂຫວາ ບໍ່ໄດ້ອວດເລື່ອງໂຕເອງ (ພສ 34:2-4; w07-SI 1/3 ໜ້າ 22 ຂໍ້ 13)
ເມື່ອເຫັນດາວິດສັນລະເສີນພະເຈົ້າ ໝູ່ຂອງລາວກໍມີຄວາມເຊື່ອເຂັ້ມແຂງຂຶ້ນ (ພສ 34:5; w07-SI 1/3 ໜ້າ 23 ຂໍ້ 15)
ຫຼັງຈາກທີ່ດາວິດລອດຈາກອາບີເມເລັກແລ້ວ ຄົນທີ່ບໍ່ມັກການປົກຄອງຂອງຊາອູນ 400 ຄົນກໍມາເປັນພວກຂອງດາວິດຢູ່ບ່ອນກັນດານ. (1ຊມ 22:1, 2) ດາວິດອາດຈະຄິດຮອດຄົນເຫຼົ່ານັ້ນຕອນທີ່ລາວແຕ່ງເພງນີ້.—ພສ 34, ຫົວບົດ
ໃຫ້ຖາມໂຕເອງວ່າ: ‘ຂ້ອຍຈະສັນລະເສີນພະເຢໂຫວາແນວໃດຕອນທີ່ລົມກັບບາງຄົນຢູ່ການປະຊຸມປະຈຳປະຊາຄົມເທື່ອໜ້າ?’
2. ຄວາມຮູ້ທີ່ມີຄ່າຈາກພະເຈົ້າ
(10 ນາທີ)
ພສ 35:11—ມີຫຍັງເກີດຂຶ້ນໃນສະໄໝຂອງພະເຢຊູຕາມຄຳພະຍາກອນໃນຂໍ້ນີ້? (w11-SI 15/8 ໜ້າ 14 ຫຍໍ້ໜ້າ 9)
ເຈົ້າໄດ້ຮັບປະໂຫຍດຫຍັງຈາກການອ່ານຄຳພີໄບເບິນໃນອາທິດນີ້?
3. ການອ່ານຄຳພີໄບເບິນ
(4 ນາທີ) ພສ 34:1-22 (ອສ ບົດຮຽນທີ 5)
4. ເລີ່ມລົມ
(2 ນາທີ) ແບບບໍ່ເປັນທາງການ. ລົມກັບບາງຄົນແຕ່ຕ້ອງໄດ້ໂຈະການລົມກັນກ່ອນທີ່ຈະໄດ້ປະກາດ (ສດຮ ບົດຮຽນທີ 1 ຈຸດທີ 4)
5. ຕິດຕາມ
(4 ນາທີ) ແບບບໍ່ເປັນທາງການ. (ສດຮ ບົດຮຽນທີ 2 ຈຸດທີ 4)
6. ອະທິບາຍຄວາມເຊື່ອ
(5 ນາທີ) ສາທິດ. Ijwfq-SI ບົດຄວາມ 59—ເລື່ອງ: ເປັນຫຍັງພະຍານພະເຢໂຫວາບໍ່ສະຫຼອງເທດສະການວັນຢຸດບາງຢ່າງ? (ອສ ບົດຮຽນທີ 17)
ເພງທີ 59
7. ມີ 3 ວິທີທີ່ຈະສັນລະເສີນພະເຢໂຫວາຢູ່ການປະຊຸມ
(15 ນາທີ) ບັນລະຍາຍແລະຖາມຄວາມຄິດເຫັນ.
ການປະຊຸມປະຈຳປະຊາຄົມເປັນໂອກາດທີ່ດີທີ່ເຮົາຈະສັນລະເສີນພະເຢໂຫວາ. ໃນນີ້ມີ 3 ວິທີຄື:
ການລົມກັນ: ຕອນທີ່ລົມກັນໃຫ້ເວົ້າເຖິງຄວາມດີຂອງພະເຢໂຫວາວ່າເພິ່ນດີແນວໃດ. (ພສ 145:1, 7) ເຈົ້າອາດຈະເວົ້າເຖິງຈຸດດີໆທີ່ເຈົ້າໄດ້ຈາກສິ່ງທີ່ເຈົ້າໄດ້ຟັງຫຼືໄດ້ອ່ານ. ເຈົ້າອາດຈະເລົ່າປະສົບການດີໆໃນວຽກຮັບໃຊ້. ເຈົ້າອາດຈະເວົ້າເຖິງເລື່ອງທີ່ບາງຄົນເວົ້າແລະເຮັດສິ່ງທີ່ໃຫ້ກຳລັງໃຈເຈົ້າ. ເຈົ້າອາດຈະເວົ້າເລື່ອງທີ່ເຈົ້າຮູ້ສຶກປະທັບໃຈໃນສິ່ງທີ່ພະເຈົ້າສ້າງໃຫ້ຄົນອື່ນຟັງກໍໄດ້. ທັງໝົດນີ້ເປັນຂອງຂວັນຈາກພະເຢໂຫວາ. (ຢກບ 1:17) ຖ້າເຈົ້າໄປຮອດກ່ອນທີ່ການປະຊຸມຈະເລີ່ມ ເຈົ້າກໍຈະມີເວລາໄດ້ລົມກັບຄົນອື່ນ.
ອອກຄວາມຄິດເຫັນ: ໃຫ້ພະຍາຍາມອອກຄວາມຄິດເຫັນຢ່າງໜ້ອຍ 1 ເທື່ອໃນການປະຊຸມແຕ່ລະຄັ້ງ. (ພສ 26:12) ເຈົ້າສາມາດຕອບຄຳຖາມແບບກົງຈຸດ ຫຼືໃຫ້ຄຳຕອບເສີມ ຕອບຈາກຂໍ້ພະຄຳພີ ອະທິບາຍຮູບພາບ ຫຼືຈຸດທີ່ເອົາໄປໃຊ້ໄດ້. ອາດຈະມີຫຼາຍຄົນຍົກມືພ້ອມກັບເຈົ້າ ໃຫ້ເຈົ້າກຽມຄຳຕອບຫຼາຍຂໍ້ເພື່ອໄວ້ແດ່. ຖ້າເຮົາອອກຄວາມຄິດເຫັນສັ້ນກວ່າ 30 ວິນາທີ ກໍຈະເປີດໂອກາດໃຫ້ຫຼາຍຄົນໄດ້ຕອບຫຼືໃຫ້ “ເຄື່ອງບູຊາທີ່ເປັນຄຳສັນລະເສີນ” ໄດ້.—ຮຣ 13:15
ຮ້ອງເພງ: ຮ້ອງເພງລາຊະອານາຈັກດ້ວຍຄວາມກະຕືລືລົ້ນ. (ພສ 147:1) ເຈົ້າອາດຈະບໍ່ໄດ້ຖືກເອີ້ນໃຫ້ອອກຄວາມຄິດເຫັນທຸກເທື່ອຢູ່ການປະຊຸມໂດຍສະເພາະໃນປະຊາຄົມທີ່ມີຄົນຫຼາຍ ແຕ່ເຈົ້າສາມາດຮ້ອງເພງໄດ້ທຸກເທື່ອ. ເຖິງວ່າເຈົ້າຈະຮ້ອງເພງບໍ່ເກັ່ງ ຖ້າເຈົ້າຕັ້ງໃຈຮ້ອງຢ່າງດີ ເຈົ້າກໍໝັ້ນໃຈໄດ້ວ່າພະເຢໂຫວາພໍໃຈເຈົ້າ. (2ກຣ 8:12) ເຈົ້າສາມາດຊ້ອມຮ້ອງເພງຢູ່ເຮືອນກ່ອນກໍໄດ້.
ເປີດວິດີໂອ ຫວນຄືນເບິ່ງປະຫວັດສາດຂອງເຮົາ—ເພງທີ່ເປັນຂອງຂວັນ ຕອນ 1. ແລ້ວຖາມວ່າ:
ໃນຕອນເລີ່ມຕົ້ນຂອງອົງການຂອງເຮົາໃນສະໄໝປັດຈຸບັນ ເຮົາສະແດງໃຫ້ເຫັນແນວໃດວ່າການຮ້ອງເພງສັນລະເສີນພະເຢໂຫວາເປັນສິ່ງທີ່ສຳຄັນ?
8. ການສຶກສາຄຳພີໄບເບິນປະຈຳປະຊາຄົມ
(30 ນາທີ) ຖຖ ບົດທີ 9 ຂໍ້ 1-7 ແນະນຳຕອນທີ 3 ແລະຂອບໜ້າ 70