ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ24 ມີນາ ໜ້າ 2-3
  • ວັນ​ທີ 4-10 ມີນາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ວັນ​ທີ 4-10 ມີນາ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2024
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2024
ຄມປ24 ມີນາ ໜ້າ 2-3

ວັນ​ທີ 4-10 ມີນາ

ເພງ​ສັນລະເສີນ 16-17

ເພງ​ທີ 111 ແລະ​ຄຳ​ອະທິດຖານ  | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

1. “ພະ​ເຢໂຫວາ [ໃຫ້] ສິ່ງ​ດີ​ໆ​ທັງໝົດ​ໃນ​ຊີວິດ​ລູກ”

(10 ນາທີ)

ການ​ເປັນ​ໝູ່​ກັບ​ຄົນ​ທີ່​ຮັບໃຊ້​ພະ​ເຢໂຫວາ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ (ພສ 16:2, 3; ຫ18.12 ໜ້າ 23 ຂໍ້ 11)

ການ​ຮູ້​ວ່າ​ພະ​ເຢໂຫວາ​ຍອມຮັບ​ເຮົາ​ເປັນ​ໝູ່​ເຮັດໃຫ້ເຮົາ​ມີ​ຄວາມ​ສຸກ (ພສ 16:5, 6; w14-SI 15/2 ໜ້າ 29 ຫຍໍ້​ໜ້າ 4)

ການ​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ປົກປ້ອງ​ເຮົາ​ບໍ່​ໃຫ້​ມີ​ຫຍັງ​ທຳລາຍ​ຄວາມ​ເຊື່ອເຮົາໄດ້ ເຮົາ​ຈຶ່ງ​ຮູ້ສຶກ​ປອດໄພ (ພສ 16:8, 9; w08-SI 15/2 ໜ້າ 3 ຂໍ້ 2-3)

ພີ່ນ້ອງຍິງສອງຄົນໂອບກອດກັນຢູ່ຫໍປະຊຸມລາຊະອານາຈັກ. ພີ່ນ້ອງທີ່ຢູ່ອ້ອມຂ້າງເຂົາເຈົ້າມີຄວາມສຸກ.

ຄື​ກັບ​ດາວິດ​ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ຍ້ອນ​ເຮົາ​ໃຫ້​ການ​ນະມັດສະການ​ພະ​ເຢໂຫວາ​ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ເຊິ່ງ​ເພິ່ນ​ເປັນ​ພະເຈົ້າ​ທີ່​ໃຫ້​ສິ່ງ​ດີ​ໆ​ທັງໝົດ​ກັບ​ເຮົາ

ໃຫ້​ຖາມ​ໂຕເອງ​ວ່າ: ‘ຊີວິດ​ຂອງ​ຂ້ອຍ​ດີ​ຂຶ້ນ​ແນວ​ໃດ​ຕັ້ງ​ແຕ່​ໄດ້​ຮູ້​ຈັກ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ?’

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ພສ 17:8—ຄຳ​ວ່າ “ໜ່ວຍ​ຕາ​ຂອງ​ພະອົງ” ໃນ​ຄຳພີ​ໄບເບິນ​ໝາຍ​ຄວາມ​ວ່າ​ແນວ​ໃດ? (it-2-E ໜ້າ 714)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

(4 ນາທີ) ພສ 17:1-15 (ອສ ບົດ​ຮຽນ​ທີ 5)

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ເລີ່ມ​ລົມ

(1 ນາທີ) ຕາມ​ບ້ານ​ເຮືອນ. ໃຫ້​ໃບ​ເຊີນ​ການ​ປະຊຸມ​ອະນຸສອນ. (ອສ ບົດ​ຮຽນ​ທີ 11)

5. ເລີ່ມ​ລົມ

(3 ນາທີ) ຕາມ​ບ້ານ​ເຮືອນ. ໃຫ້​ໃບ​ເຊີນ​ການ​ປະຊຸມ​ອະນຸສອນ. ເມື່ອ​ຄົນ​ນັ້ນ​ສົນໃຈ ໃຫ້​ແນະນຳ​ແລະ​ລົມ​ກັນ​ກ່ຽວກັບ​ວິດີໂອ​ລະນຶກ​ເຖິງ​ການ​ເສຍ​ຊີວິດ​ຂອງ​ພະ​ເຢຊູ. (ອສ ບົດ​ຮຽນ​ທີ 9)

6. ເລີ່ມ​ລົມ

(2 ນາທີ) ແບບ​ບໍ່​ເປັນ​ທາງ​ການ. ໃຫ້​ໃບ​ເຊີນ​ການ​ປະຊຸມ​ອະນຸສອນ. (ອສ ບົດ​ຮຽນ​ທີ 2)

7. ສອນ​ຄົນ​ໃຫ້​ເປັນ​ລູກສິດ

(5 ນາທີ) ຊສຕ ບົດ​ທີ 14 ຄຳນຳ​ແລະ ຂໍ້ 1-3 (ອສ ບົດ​ຮຽນ​ທີ 6)

ຊີວິດ​ຄລິດສະຕຽນ

ເພງ​ທີ 20

8. ເຮົາ​ຈະ​ກຽມ​ໂຕ​ແນວ​ໃດ​ສຳລັບ​ການ​ປະຊຸມ​ອະນຸສອນ?

(15 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດເຫັນ.

ເຂົ້າຈີ້ບໍ່ມີເຊື້ອກັບເຫຼົ້າແວງແດງວາງຢູ່ໂຕະທີ່ຫໍປະຊຸມລາຊະອານາຈັກ.

ຍ້ອນ​ເຮົາ​ຢາກ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢຊູ ໃນ​ວັນ​ທິດ​ທີ 24 ເຮົາ​ຈຶ່ງ​ຕັ້ງໃຈ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ພະ​ເຢຊູ​ເຊິ່ງ​ກ່ຽວຂ້ອງ​ກັບ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ​ແລະ​ພະ​ເຢຊູ​ທີ່​ມີ​ຕໍ່​ພວກ​ເຮົາ. (ລກ 22:19; ຢຮ 3:16; 15:13) ເຮົາ​ຈະ​ກຽມ​ໂຕ​ແນວ​ໃດ​ສຳລັບ​ໂອກາດ​ທີ່​ພິເສດ​ນີ້?

  •  ມີ​ສ່ວນ​ຢ່າງ​ເຕັມທີ​ໃນ​ໂຄງ​ການ​ພິເສດ​ເພື່ອ​ເຊີນ​ຄົນ​ມາຟັງ​ຄຳ​ບັນລະຍາຍ​ພິເສດແລະ​ເຂົ້າ​ຮ່ວມ​ປະຊຸມ​ອະນຸສອນ. ໃຫ້​ຈົດ​ຊື່​ຄົນ​ທີ່​ເຈົ້າ​ຢາກ​ເຊີນ​ແລ້ວ​ກໍ​ເຊີນ​ເຂົາເຈົ້າ. ຖ້າ​ຄົນ​ນັ້ນ​ຢູ່​ນອກ​ເຂດປະຊາຄົມ​ຂອງ​ເຈົ້າ ໃຫ້​ເຈົ້າ​ຊອກ​ຂໍ້ມູນ​ໃນ​ເວັບໄຊ jw.org ເພື່ອ​ຈະ​ຮູ້​ເວລາ​ແລະ​ສະຖານ​ທີ່​ການ​ປະຊຸມ​ທີ່​ຢູ່​ເຂດ​ຂອງ​ເຂົາເຈົ້າ.

  •  ເຮັດ​ວຽກ​ຮັບໃຊ້​ໃຫ້​ຫຼາຍ​ຂຶ້ນ​ໃນ​ລະຫວ່າງ​ເດືອນ​ມີນາ​ແລະ​ເມສາ. ເຈົ້າ​ສາມາດ​ເປັນ​ໄພໂອເນຍ​ສົມທົບ 15 ຫຼື 30 ຊົ່ວໂມງ​ໄດ້​ບໍ?

  •  ອ່ານ​ເຫດການ​ທີ່​ສຳຄັນ​ໃນ​ອາທິດ​ສຸດທ້າຍ​ທີ່​ພະ​ເຢຊູ​ມີ​ຊີວິດ​ຢູ່​ເທິງ​ໂລກ. ຕັ້ງແຕ່​ວັນ​ທີ 18 ມີນາ​ຈະ​ມີ​ການ​ເລີ່ມ​ອ່ານ​ຈາກ “ຕາຕະລາງ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ໄລຍະ​ການ​ປະຊຸມ​ອະນຸສອນ​ປີ 2024” ຢູ່​ໜ້າ 6-7. ເຈົ້າ​ສາມາດ​ລົມກັນ​ວ່າ​ຈະ​ອ່ານ​ຫຼາຍ​ສ່ຳ​ໃດ​ໃນ​ແຕ່​ລະ​ມື້.

  •  ເບິ່ງ​ລາຍການ​ນະມັດສະການ​ຕອນ​ເຊົ້າ​ສຳລັບ​ວັນ​ອະນຸສອນ​ໃນ​ເວັບໄຊ jw.org

  •  ໃຫ້​ຕ້ອນຮັບ​ຄົນ​ທີ່​ມາ​ເທື່ອ​ທຳອິດ​ແລະ​ຄົນ​ທີ່​ເຊົາ​ສົມທົບ​ກັບ​ປະຊາຄົມ​ທີ່​ມາ​ການ​ປະຊຸມ​ອະນຸສອນ. ພະຍາຍາມ​ລົມ​ກັບ​ເຂົາເຈົ້າ ຖ້າ​ເຂົາເຈົ້າ​ຢາກຮູ້​ຫຍັງ​ກໍ​ຊ່ວຍ​ອະທິບາຍ​ກັບ​ເຂົາເຈົ້າ. ພະຍາຍາມ​ນັດ​ກັບ​ເຂົາເຈົ້າ​ເພື່ອ​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້​ຮຽນ​ຮູ້​ຫຼາຍ​ຂຶ້ນ.

  •  ຈັດ​ເວລາ​ຄິດ​ຕຶກຕອງ​ເລື່ອງ​ຄ່າໄຖ່​ທັງ​ກ່ອນ​ແລະ​ຫຼັງ​ການ​ປະຊຸມ​ອະນຸສອນ.

ເປີດ​ວິດີໂອ​ ລະນຶກ​ເຖິງ​ການ​ເສຍ​ຊີວິດ​ຂອງ​ພະ​ເຢຊູ. ແລ້ວ​ຖາມ​ວ່າ:

ເຮົາ​ຈະ​ໃຊ້​ວິດີໂອ​ນີ້​ແນວ​ໃດ​ໃນ​ໄລຍະ​ໂຄງ​ການ​ພິເສດ​ເພື່ອ​ການ​ປະຊຸມ​ອະນຸສອນ?

9. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

(30 ນາທີ)ຖຖ ບົດ​ທີ 6 ຂໍ້ 18-24 ແລະ​ຂອບ​ໜ້າ 48

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 73 ແລະ​ຄຳ​ອະທິດຖານ

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌