ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ23 ມັງກອນ ໜ້າ 5
  • ເສີມຄວາມເຊື່ອໃນຖ້ອຍຄຳຂອງພະເຈົ້າ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເສີມຄວາມເຊື່ອໃນຖ້ອຍຄຳຂອງພະເຈົ້າ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • ເລື່ອງທີ່ຄ້າຍກັນ
  • ຕັດສິນໃຈໃນແບບທີ່ສະແດງວ່າເຮົາເພິ່ງພະເຢໂຫວາ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • ອ່ານຄຳພີໄບເບິນທຸກມື້ແລະຊອກຫາສະຕິປັນຍາ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • ເຮົາ​ຈະ​ຮັກສາ​ຄວາມ​ພັກ​ດີ​ຕໍ່​ພະ​ເຢໂຫວາ​ໄດ້​ແນວ​ໃດ​ເມື່ອ​ຄວາມ​ເຊື່ອ​ຖືກ​ທົດ​ສອບ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2026
  • ຊອກ​ຫາ​ຄຳ​ຕອບ​ສຳລັບ​ຄຳ​ຖາມ​ຕໍ່​ໄປ​ນີ້
    ລາຍການ​ການ​ປະຊຸມ​ໝວດ​ທີ່​ມີ​ຜູ້​ເບິ່ງແຍງ​ໝວດ​ປີ 2025-2026
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
ຄມປ23 ມັງກອນ ໜ້າ 5
ຮູບພາບ: ພີ່ນ້ອງ​ຍິງ​ໄວລຸ້ນ​ອ່ານ​ແລະ​ສຶກສາ​ຄຳພີໄບເບິນ. 1. ລາວ​ຂຽນ​ລຳດັບ​ເວລາ​ທີ່​ຄົນ​ໃນ​ຄຳພີໄບເບິນ​ມີ​ຊີວິດ​ຢູ່​ໃສ່​ໃນ​ກະດານ. 2. ລາວ​ອ່ານ​ຄຳພີໄບເບິນ “ສະບັບ​ແປ​ໂລກ​ໃໝ່” ສະບັບ​ສຶກສາ​ໃນ​ເວັບໄຊ jw.org. 3. ລາວ​ເບິ່ງ​ແຜນທີ່​ດິນແດນ​ໃນ​ສະໄໝ​ຄຳພີໄບເບິນ. 4. ລາວ​ແຕ້ມ​ຮູບ​ມະຫາປະໂລຫິດ​ແລະ​ຂຽນ​ວ່າ​ເຄື່ອງ​ແຕ່ງ​ໂຕ​ແຕ່​ລະ​ອັນ​ເອີ້ນ​ວ່າ​ຫຍັງ.

ຊີວິດ​ຄລິດສະຕຽນ

ເສີມ​ຄວາມເຊື່ອ​ໃນ​ຖ້ອຍຄຳ​ຂອງ​ພະເຈົ້າ

ຄຳພີໄບເບິນ​ປ່ຽນ​ຊີວິດ​ເຮົາ​ໄດ້. (ຮຣ 4:12) ຖ້າ​ເຮົາ​ຢາກ​ໄດ້​ປະໂຫຍດ​ຈາກ​ຄຳແນະນຳ​ໃນ​ຄຳພີໄບເບິນ ເຮົາ​ຕ້ອງ​ໝັ້ນໃຈ​ວ່າ​ນີ້​ເປັນ “ຄຳສອນ​ຂອງ​ພະເຈົ້າ.” (1ທຊ 2:13) ເຮົາ​ຈະ​ເສີມ​ຄວາມເຊື່ອ​ໃນ​ຄຳພີໄບເບິນ​ໃຫ້​ຫຼາຍ​ຂຶ້ນ​ໄດ້​ແນວໃດ?

ອ່ານ​ຄຳພີໄບເບິນ​ທຸກ​ມື້. ຕອນ​ທີ່​ອ່ານ ໃຫ້​ຊອກຫາ​ຫຼັກ​ຖານ​ທີ່​ຊ່ວຍ​ໃຫ້​ເຈົ້າ​ໝັ້ນໃຈ​ວ່າ​ພະເຢໂຫວາ​ເປັນ​ຜູ້​ແຕ່ງ​ປຶ້ມ​ຫົວ​ນີ້. ເຊັ່ນ ໃນ​ປຶ້ມ​ສຸພາສິດ​ມີ​ຄຳແນະນຳ​ຫຼາຍ​ຢ່າງ​ທີ່​ໃຊ້​ໄດ້​ແທ້​ໃນ​ຕອນນີ້​ເຖິງ​ວ່າ​ຈະ​ຂຽນ​ມາ​ດົນ​ແລ້ວ.—ສຸພາ 13:20; 14:30

ສຶກສາ​ສ່ວນ​ໂຕ. ເຈົ້າ​ຈະ​ໄດ້​ເຫັນ​ຫຼັກ​ຖານ​ຕ່າງໆ​ທີ່​ພິສູດ​ວ່າ​ຄຳພີໄບເບິນ​ມາ​ຈາກ​ພະເຈົ້າ. ໃນ​ຄູ່​ມື​ຄົ້ນຄວ້າ​ສຳລັບ​ພະຍານ​ພະເຢໂຫວາ ໃຫ້​ເບິ່ງ​ທີ່​ຫົວ​ເລື່ອງ “ຄຳພີໄບເບິນ” ຈາກ​ນັ້ນ​ໄປ​ທີ່ “ໄດ້​ຮັບ​ການ​ດົນໃຈ​ຈາກ​ພະເຈົ້າ.” ແລະ​ຖ້າ​ເຈົ້າ​ເບິ່ງ​ທີ່​ພາກ​ຜະໜວກ ກ3 ໃນ​ສະບັບ​ແປ​ໂລກ​ໃໝ່ ເຈົ້າ​ຈະ​ແຮ່ງ​ໝັ້ນໃຈ​ຫຼາຍ​ຂຶ້ນ​ວ່າ​ເນື້ອ​ຫາ​ໃນ​ຄຳພີໄບເບິນ​ບໍ່​ປ່ຽນແປງ.

ເບິ່ງ​ວິດີໂອ​ເປັນຫຍັງ​ເຮົາ​ຈຶ່ງ​ມີ​ຄວາມເຊື່ອ​ໃນ . . . ຄຳສອນ​ຂອງ​ພະເຈົ້າ ແລ້ວ​ຕອບ​ຄຳຖາມ​ຕໍ່ໄປ​ນີ້:

  • ການຄົ້ນພົບ​ຮູບ​ນູນ​ເທິງ​ກຳແພງ​ວິຫານ​ຢູ່​ເມືອງ​ຄາ​ນັກ ປະເທດ​ເອຢິບ ເຮັດ​ໃຫ້​ໝັ້ນໃຈ​ແນວໃດ​ວ່າ​ຄຳພີໄບເບິນ​ເວົ້າ​ຄວາມຈິງ?

  • ເຮົາ​ຮູ້​ໄດ້​ແນວໃດ​ວ່າ​ເນື້ອ​ຫາ​ໃນ​ຄຳພີໄບເບິນ​ບໍ່​ປ່ຽນແປງ?

  • ການ​ທີ່​ຄຳພີໄບເບິນ​ຢູ່​ລອດ​ມາ​ຈົນ​ຮອດ​ທຸກ​ມື້​ນີ້​ພິສູດ​ແນວໃດ​ວ່າ​ນີ້​ເປັນ​ຖ້ອຍຄຳ​ຂອງ​ພະເຈົ້າ?—ອ່ານ​ເອຊາອີ 40:8

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌