ຊີວິດຄລິດສະຕຽນ
ຈົນກວ່າການຄືນມາຈາກຕາຍຈະເປັນຈິງ
ເມື່ອຄົນທີ່ຮັກຕາຍຈາກໄປ ຄວາມຫວັງເລື່ອງການຄືນມາຈາກຕາຍເຮັດໃຫ້ເຮົາມີກຳລັງໃຈ. ເຖິງຈະເປັນແນວນັ້ນ ບາບແລະຄວາມຕາຍກໍເປັນຄືກັບຜ້າຄຸມທີ່ກົດທັບເຮົາ. (ເອຊາ 25:7, 8) ນີ້ເປັນເຫດຜົນໜຶ່ງທີ່ເຮັດໃຫ້ “ສິ່ງທີ່ພະເຈົ້າສ້າງທັງໝົດເຈັບປວດແລະຄ່ຳຄວນ.” (ໂຣມ 8:22) ແຕ່ຈົນກວ່າການຄືນມາຈາກຕາຍຈະເປັນຈິງ ເຮົາຈະຮັບມືກັບການສູນເສຍຄົນທີ່ຮັກໄດ້ແນວໃດ? ຄຳພີໄບເບິນມີຫຼັກການທີ່ຊ່ວຍເຮົາໃນເລື່ອງນີ້ໄດ້.
ເບິ່ງວິດີໂອເມື່ອຄົນທີ່ເຈົ້າຮັກຕາຍຈາກໄປ ແລ້ວຕອບຄຳຖາມຕໍ່ໄປນີ້:
ດານຽວແລະມາຊາຮິໂຣກັບໂຢຊິມິ ມີປະສົບການທີ່ໜ້າເຈັບປວດຫຍັງ?
ຄຳແນະນຳທີ່ໃຊ້ໄດ້ແທ້ 5 ຢ່າງຊ່ວຍເຂົາເຈົ້າແນວໃດ?
ໃຜໃຫ້ກຳລັງໃຈເຮົາໄດ້ໃນທຸກສະຖານະການ?—2ກຣ 1:3, 4