ຊີວິດຄລິດສະຕຽນ
ຟີເຈີທີ່ມີປະໂຫຍດໃນປຶ້ມຊີວິດທີ່ມີຄວາມສຸກຕະຫຼອດໄປ!
ເຈົ້າມັກວິດີໂອແລະຄຳຖາມທີ່ຢູ່ໃນປຶ້ມຊີວິດທີ່ມີຄວາມສຸກຕະຫຼອດໄປ! ບໍ? ເຈົ້າຮູ້ສຶກແນວໃດກັບຫົວຂໍ້ “ບາງຄົນເວົ້າວ່າ” “ສິ່ງທີ່ເຈົ້າເຮັດໄດ້” ແລະ “ເບິ່ງເພີ່ມເຕີມ”? ມີຫົວຂໍ້ອື່ນອີກບໍທີ່ເຈົ້າເຫັນວ່າມີປະໂຫຍດຕອນທີ່ສອນນັກສຶກສາ?—ມທ 28:19, 20
ສື່: ຖ້າເຈົ້າມັກໃຊ້ປຶ້ມແບບເປັນຫົວເພື່ອນຳການສຶກສາ ເຈົ້າຈະເຮັດແນວໃດເພື່ອເປີດວິດີໂອຫຼືບົດຄວາມທີ່ກ່ຽວຂ້ອງກັບບົດຮຽນນັ້ນ? ປຶ້ມໃນຮູບແບບດິຈິຕໍ ຈະມີແທັບທາງເທິງທີ່ແບ່ງເປັນ 4 ຕອນ ໃຫ້ເລືອກຕອນທີ່ເຈົ້າຕ້ອງການ ແລ້ວເຈົ້າຈະເຫັນລາຍຊື່ບົດຕ່າງໆ. ຢູ່ທາງລຸ່ມສຸດຂອງໜ້ານັ້ນຈະມີສ່ວນທີ່ຊື່ “ສື່” ໃນສ່ວນນີ້ເຈົ້າສາມາດເລືອກວິດີໂອຫຼືບົດຄວາມຕ່າງໆໄດ້. (ເບິ່ງຮູບ 1)
ຕັ້ງຄ່າແບບ “ຮູບພາບ”: ຖ້າເຈົ້າໃຊ້ປຶ້ມແບບດິຈິຕໍເພື່ອນຳການສຶກສາ ບາງເທື່ອເຈົ້າອາດຮູ້ສຶກວ່າການເບິ່ງແບບສະບັບພິມກໍມີປະໂຫຍດຄືກັນ. ເຈົ້າສາມາດປ່ຽນຮູບແບບຂອງປຶ້ມໄດ້ໂດຍກົດ 3 ຈ້ຳທີ່ຢູ່ເບື້ອງຂວາເທິງແຖບເມນູ ແລ້ວເລືອກ “ຮູບພາບ.” ຮູບແບບນີ້ອາດຊ່ວຍໃຫ້ເຈົ້າເຫັນພາບລວມຂອງເນື້ອຫາທັງໝົດຂອງບົດນັ້ນ. ຖ້າຢາກກັບໄປໃຊ້ຮູບແບບດິຈິຕໍຄືເກົ່າ ກໍໄປທີ່ 3 ຈ້ຳອີກເທື່ອໜຶ່ງແລ້ວເລືອກ “ຂໍ້ຄວາມ.”
“ຂ້ອຍພ້ອມບໍ?”: ຂອບນີ້ຢູ່ເກືອບລຸ່ມສຸດຂອງຕອນ 4 ເຊິ່ງເວົ້າເຖິງຄຸນສົມບັດຂອງຄົນທີ່ພ້ອມຈະໄປປະກາດກັບພີ່ນ້ອງໃນປະຊາຄົມແລະພ້ອມຮັບບັບເຕມາ. (ເບິ່ງຮູບ 2)
ຄຳອະທິບາຍເພີ່ມເຕີມ: ສ່ວນນີ້ມີຄຳອະທິບາຍຂອງເລື່ອງຕ່າງໆທີ່ສຳຄັນ. ປຶ້ມຮູບແບບດິຈິຕໍຈະມີລິ້ງຢູ່ທ້າຍຄຳອະທິບາຍຂອງແຕ່ລະເລື່ອງ ລິ້ງນີ້ຈະພາເຈົ້າກັບໄປທີ່ເນື້ອຫາຂອງບົດທີ່ເວົ້າກ່ຽວກັບເລື່ອງນີ້. (ເບິ່ງຮູບ 2)
ໃຫ້ໃຊ້ປຶ້ມຊີວິດທີ່ມີຄວາມສຸກຕະຫຼອດໄປ! ສອນນັກສຶກສາທີ່ກ້າວໜ້າຈົນຈົບຫົວເຖິງວ່າລາວຈະຮັບບັບເຕມາກ່ອນທີ່ຈະຮຽນຈົບ. ເຈົ້າສາມາດນັບເວລາ ການກັບໄປຢາມ ແລະຈຳນວນນັກສຶກສາໄດ້ເຖິງວ່າລາວຮັບບັບເຕມາແລ້ວ. ຖ້າມີພີ່ນ້ອງມາສຶກສານຳ ພີ່ນ້ອງຄົນນັ້ນກໍນັບເວລາໄດ້ຄືກັນ.