ຊີວິດຄລິດສະຕຽນ | ຕັ້ງເປົ້າໝາຍສຳລັບປີການຮັບໃຊ້ໃໝ່
ເປັນໄພໂອເນຍ
ເຮົາໃຊ້ກຳລັງເຫື່ອແຮງຢ່າງສະຫຼາດເມື່ອເຮົາຕັ້ງເປົ້າໝາຍຮັບໃຊ້ພະເຢໂຫວາຫຼາຍຂຶ້ນ. (1ກຣ 9:26) ການມີເປົ້າໝາຍຈະຊ່ວຍໃຫ້ເຮົາໃຊ້ເວລາທີ່ເຫຼືອຢູ່ໃຫ້ເປັນປະໂຫຍດຫຼາຍທີ່ສຸດກ່ອນຈຸດຈົບຈະມາເຖິງ. (ອຟຊ 5:15, 16) ຕອນທີ່ນະມັດສະການຄອບຄົວ ລອງຕັ້ງເປົ້າໝາຍສຳລັບປີການຮັບໃຊ້ໜ້າເບິ່ງແມ້. ຄູ່ມືການປະຊຸມສະບັບນີ້ມີຫຼາຍບົດຄວາມທີ່ຊ່ວຍໃຫ້ເຈົ້າຄິດເຖິງເປົ້າໝາຍຕ່າງໆທີ່ເຮັດໄດ້ແທ້ແລະໃຫ້ເຈົ້າອະທິດຖານກ່ຽວກັບເລື່ອງນັ້ນ.—ຢກບ 1:5
ຕົວຢ່າງເຊັ່ນ ມີໃຜໃນຄອບຄົວຂອງເຈົ້າທີ່ຈະເປັນໄພໂອເນຍປະຈຳໄດ້ບໍ? ທຸກຄົນໃນຄອບຄົວອາດຕ້ອງຊ່ວຍກັນເພື່ອໃຫ້ບາງຄົນໃນຄອບຄົວເຮັດຕາມເປົ້າໝາຍນີ້ໄດ້ ຖ້າເຈົ້າບໍ່ແນ່ໃຈວ່າຈະເຮັດຊົ່ວໂມງຄົບບໍ ໃຫ້ລອງລົມກັບໄພໂອເນຍບາງຄົນທີ່ມີສະພາບການຄ້າຍຄືກັນກັບເຈົ້າ. (ສຸພາ 15:22) ເຈົ້າອາດຖາມໄພໂອເນຍຈັກຄົນໜຶ່ງຕອນນະມັດສະການປະຈຳຄອບຄົວກໍໄດ້. ຈາກນັ້ນລອງຂຽນຕາຕະລາງເວລາອອກມາ. ຖ້າເຈົ້າເຄີຍເປັນໄພໂອເນຍມາກ່ອນ ລອງຄິດເບິ່ງວ່າເປັນໄປໄດ້ບໍທີ່ຕອນນີ້ເຈົ້າຈະກັບມາເປັນໄພໂອເນຍອີກເທື່ອໜຶ່ງ.
ມີໃຜຈັກຄົນໜຶ່ງໃນຄອບຄົວຂອງເຈົ້າບໍທີ່ຈະເປັນໄພໂອເນຍສົມທົບໄດ້ຈັກໜຶ່ງເດືອນຫຼືດົນກວ່ານັ້ນ? ຖ້າເຈົ້າບໍ່ຄ່ອຍມີແຮງ ເຈົ້າອາດຍັງເປັນໄພໂອເນຍສົມທົບໄດ້ໂດຍໃຊ້ເວລາພຽງແຕ່ຊ່ວງສັ້ນໆທຸກມື້ໃນວຽກຮັບໃຊ້. ຖ້າເຈົ້າບໍ່ຄ່ອຍມີເວລາກາງອາທິດເພາະຕ້ອງໄປເຮັດວຽກເຕັມເວລາຫຼືໄປໂຮງຮຽນ ເຈົ້າອາດຈະເລືອກເດືອນທີ່ມີມື້ພັກຫຼືມີເສົາອາທິດ 5 ເທື່ອ. ຂຽນໃນປະຕິທິນວ່າ ເຈົ້າຕັ້ງໃຈຈະເປັນໄພໂອເນຍສົມທົບເດືອນໃດແລະຂຽນຕາຕະລາງເວລາອອກມາ.—ສຸພາ 21:5
ເບິ່ງວິດີໂອຂໍໃຫ້ກ້າຫານຕໍ່ໆໄປ . . . ໄພໂອເນຍ ແລ້ວຕອບຄຳຖາມຕໍ່ໄປນີ້:
ປະສົບການຂອງພີ່ນ້ອງເອັມມາສອນຫຍັງເຮົາກ່ຽວກັບຄວາມຮັກຂອງພະເຢໂຫວາຕໍ່ຄົນທີ່ເສຍສະລະເພື່ອຈະເປັນໄພໂອເນຍ?