ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ21 ກັນຍາ ໜ້າ 13
  • ຄິດເຖິງພະເຢໂຫວາສະເໝີ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄິດເຖິງພະເຢໂຫວາສະເໝີ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ເລື່ອງທີ່ຄ້າຍກັນ
  • ພະເຢໂຫວາຄິດແນວໃດ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2019
  • ສະແດງຄວາມເຊື່ອໂດຍຕັດສິນໃຈຢ່າງສຸຂຸມ!
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ເຫັນ​ຜົນ​ດີ​ຈາກ​ວຽກ​ຫນັກ​ຂອງ​ເຮົາ
    “ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ”
  • ເຮັດ​ແນວ​ໃດ​ຈຶ່ງ​ຈະ​ຕັດສິນໃຈ​ໄດ້​ດີ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
ຄມປ21 ກັນຍາ ໜ້າ 13

ຊີວິດ​ຄລິດສະຕຽນ

ຄິດ​ເຖິງ​ພະ​ເຢໂຫວາ​ສະເໝີ

ເມື່ອ​ເຮົາ​ຫາ​ວຽກ​ເຮັດ​ບໍ່​ໄດ້ ກໍ​ອາດ​ຈະ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ເຮັດ​ໃຫ້​ການ​ປົກຄອງ​ຂອງ​ພະເຈົ້າ​ແລະ​ຄວາມ​ຖືກຕ້ອງ​ຊອບທຳ​ຂອງ​ເພິ່ນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ເຮົາ​ອາດ​ຖືກ​ລໍ້​ໃຈ​ໃຫ້​ຮັບ​ວຽກ​ທີ່​ເຮັດ​ໃຫ້​ເຮົາ​ບໍ່​ສາມາດ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ຫຼື​ຂັດ​ກັບ​ຫຼັກ​ການ​ໃນ​ຄຳພີ​ໄບເບິນ. ແຕ່​ເຮົາ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ໃຊ້​ອຳນາດ​ຂອງ​ເພິ່ນ “ຊ່ວຍ​ເຫຼືອ​ຄົນ​ທີ່​ຮັບໃຊ້​ເພິ່ນ​ສຸດ​ຫົວໃຈ.” (2​ຂ່າວ 16:9, ລ.ມ.) ພະ​ເຢໂຫວາ​ພໍ່​ທີ່​ຮັກ​ເຮົາ​ຈະ​ຊ່ວຍ​ແລະ​ໃຫ້​ເຮົາ​ມີ​ສິ່ງ​ທີ່​ຈຳເປັນ​ແນ່ນອນ ບໍ່​ມີ​ຫຍັງ​ຂັດ​ຂວາງ​ເພິ່ນ​ໄດ້. (ຣມ 8:32) ດັ່ງ​ນັ້ນ ຕອນ​ທີ່​ເຮົາ​ຕັດສິນ​ໃຈ​ເລື່ອງ​ວຽກ ເຮົາ​ຕ້ອງ​ໄວ້​ວາງໃຈ​ພະ​ເຢໂຫວາ​ແລະ​ໃຫ້​ວຽກ​ຮັບໃຊ້​ເພິ່ນ​ສຳຄັນ​ທີ່​ສຸດ​ສະເໝີ.—ເພງ 16:8

ເບິ່ງ​ວິດີໂອ​ເຮັດ​ວຽກ​ສຸດ​ຄວາມ​ສາມາດ​ເພື່ອ​ພະ​ເຢໂຫວາ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ສາກ​ໜຶ່ງ​ໃນ​ວິດີໂອ “ເຮັດ​ວຽກ​ສຸດ​ຄວາມ​ສາມາດ​ເພື່ອ​ພະ​ເຢໂຫວາ.” ໂທມັດສ໌​ສັງເກດ​ເຫັນ​ວ່າ​ເຈສັນ​ບໍ່​ຍອມ​ຮັບ​ເງິນ​ສິນບົນ​ຢູ່​ບ່ອນ​ເຮັດ​ວຽກ.

    ເປັນ​ຫຍັງ​ເຈສັນ​ຈຶ່ງ​ບໍ່​ຍອມ​ຮັບ​ເງິນ​ສິນບົນ?

  • ສາກ​ໜຶ່ງ​ໃນ​ວິດີໂອ “ເຮັດ​ວຽກ​ສຸດ​ຄວາມ​ສາມາດ​ເພື່ອ​ພະ​ເຢໂຫວາ.” ເຈສັນ​ເອົາ​ຂີ້ເຫຍື້ອ​ຢູ່​ບ່ອນ​ເຮັດ​ວຽກ​ໄປ​ຖິ້ມ.

    ເຮົາ​ຈະ​ເອົາ​ໂກໂລຊາຍ 3:23 ໄປ​ໃຊ້​ແນວ​ໃດ?

  • ສາກ​ໜຶ່ງ​ໃນ​ວິດີໂອ “ເຮັດ​ວຽກ​ສຸດ​ຄວາມ​ສາມາດ​ເພື່ອ​ພະ​ເຢໂຫວາ.” ເຈສັນ​ສຶກສາ​ໃຫ້​ໂທມັດສ໌.

    ຕົວຢ່າງ​ທີ່​ດີ​ຂອງ​ເຈສັນ​ສົ່ງ​ຜົນ​ແນວ​ໃດ​ຕໍ່​ໂທມັດສ໌?

  • ສາກ​ໜຶ່ງ​ໃນ​ວິດີໂອ “ເຮັດ​ວຽກ​ສຸດ​ຄວາມ​ສາມາດ​ເພື່ອ​ພະ​ເຢໂຫວາ.” ເຈສັນ​ກັບ​ໂທມັດສ໌​ເລີກ​ວຽກ​ກົງ​ເວລາ​ເພື່ອ​ເຂົ້າ​ຮ່ວມ​ການ​ປະຊຸມ.

    ບໍ່​ວ່າ​ເຈົ້າ​ຈະ​ຕັດສິນ​ໃຈ​ຫຼື​ເຮັດ​ຫຍັງ ໃຫ້​ຄິດ​ເຖິງ​ພະ​ເຢໂຫວາ​ສະເໝີ

    ເຮົາ​ຈະ​ເອົາ​ມັດທາຍ 6:22 ໄປ​ໃຊ້​ແນວ​ໃດ?

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌