ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ21 ກໍລະກົດ ໜ້າ 5
  • “ຢ່າອຸກໃຈ”

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • “ຢ່າອຸກໃຈ”
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ເລື່ອງທີ່ຄ້າຍກັນ
  • ຫົວ​ຂໍ້​ຈາກ​ຄຳພີ​ໄບເບິນ​ສຳລັບ​ການ​ສົນທະນາ
    ຫົວຂໍ້ຈາກຄຳພີໄບເບິນສຳລັບການສົນທະນາ
  • ຂໍ້ເຕືອນໃຈສຳລັບການປະຊຸມພາກ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2016
  • ຄຳພີ​ໄບເບິນ​ບອກ​ຫຍັງ​ເລື່ອງ​ການ​ເຮັດ​ວຽກ​ແລະ​ການ​ຫາ​ເງິນ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
ຄມປ21 ກໍລະກົດ ໜ້າ 5
ຄອບຄົວ​ໜຶ່ງ​ທີ່​ບໍ່​ຄ່ອຍ​ມີ​ເງິນ​ເຊິ່ງ​ມີ​ສະມາຊິກ​ຫົກ​ຄົນ​ຍ່າງ​ຜ່ານ​ຊຸມຊົນ​ທຸກ​ຍາກ​ທີ່​ເຂົາ​ເຈົ້າ​ອາໄສ​ຢູ່​ເພື່ອ​ໄປ​ຫາ​ພີ່ນ້ອງ​ແລະ​ເຮັດ​ກິດຈະກຳ​ທີ່​ເສີມ​ຄວາມ​ເຊື່ອ.

ຊີວິດ​ຄລິດສະຕຽນ

“ຢ່າ​ອຸກ​ໃຈ”

ໃນ​ອະດີດ​ພະ​ເຢໂຫວາ​ຊ່ວຍ​ຄົນ​ອິດສະຣາເອນ​ທີ່​ທຸກ​ຍາກ. ແລ້ວ​ໃນ​ທຸກ​ມື້​ນີ້​ເພິ່ນ​ຊ່ວຍ​ຜູ້​ຮັບໃຊ້​ທີ່​ທຸກ​ຍາກ​ແນວ​ໃດ​ແດ່?

  • ເພິ່ນ​ສອນ​ເຂົາ​ເຈົ້າ​ໃຫ້​ມີ​ຄວາມ​ຄິດ​ທີ່​ສົມດຸນ​ເລື່ອງ​ເງິນ.—ລກ 12:15; 1ຕມ 6:6-8

  • ເພິ່ນ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຮູ້ສຶກ​ວ່າ​ໂຕ​ເອງ​ມີ​ຄ່າ.—ໂຢບ 34:19

  • ເພິ່ນ​ສອນ​ເຂົາ​ເຈົ້າ​ໃຫ້​ດຸ​ໝັ່ນ​ເຮັດ​ວຽກ​ແລະ​ຫຼີກ​ລ່ຽງ​ນິດໄສ​ທີ່​ຈະ​ເຮັດ​ໃຫ້​ໂຕ​ເອງ​ໄດ້​ຮັບ​ຜົນ​ເສຍ.—ສຸພາ 14:23; 20:1; 2​ກຣ 7:1

  • ເພິ່ນ​ພາ​ເຂົາ​ເຈົ້າ​ມາ​ຢູ່​ໃນ​ສັງຄົມ​ພີ່ນ້ອງ​ຄລິດສະຕຽນ​ທີ່​ຮັກ​ກັນ.—ຢຮ 13:35; 1​ຢຮ 3:17, 18

  • ເພິ່ນ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ຫວັງ.—ເພງ 9:18; ເອຊາ 65:21-23

ບໍ່​ວ່າ​ສະຖານະການ​ຂອງ​ເຮົາ​ຈະ​ໜັກ​ໜ່ວງ​ສ່ຳ​ໃດ ຂໍ​ໃຫ້​ເຮົາ​ຢ່າ​ອຸກ​ໃຈ. (ເອຊາ 30:15) ພະ​ເຢໂຫວາ​ຈະ​ເບິ່ງ​ແຍງ​ໃຫ້​ເຮົາ​ມີ​ສິ່ງ​ຈຳເປັນ​ຖ້າ​ເຮົາ​ໃຫ້​ການ​ປົກຄອງ​ຂອງ​ເພິ່ນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ.—ມທ 6:31-33

ເບິ່ງ​ວິດີໂອ​ຄວາມ​ຮັກ​ຈະ​ຄົງ​ຢູ່​ຕະຫຼອດ​ໄປ ເຖິງ​ວ່າ​ຈະ . . . ທຸກ​ຍາກ—ກົງໂກ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ສາກ​ໜຶ່ງ​ຈາກ​ວິດີໂອ ‘ຄວາມ​ຮັກ​ຈະ​ຄົງ​ຢູ່​ຕະຫຼອດ​ໄປ ເຖິງ​ວ່າ​ຈະ . . . ທຸກ​ຍາກ—ກົງ​ໂກ.’ ພີ່ນ້ອງ​ຫຼາຍ​ຄົນ​ຍ່າງ​ໄປ​ປະຊຸມ​ພາກ. ຫຼາຍ​ຄົນ​ຂົນ​ຕັ່ງ​ແລະ​ເຄື່ອງ​ໃຊ້​ສ່ວນ​ໂຕ​ໄປ​ນຳ.

    ພີ່ນ້ອງ​ທີ່​ຢູ່​ໃກ້​ບ່ອນ​ປະຊຸມ​ພາກ​ສະແດງ​ຄວາມ​ຮັກ​ຕໍ່​ພີ່ນ້ອງ​ທີ່​ເດີນ​ທາງ​ໄກ​ເພື່ອ​ມາ​ປະຊຸມ​ແນວ​ໃດ?

  • ສາກ​ໜຶ່ງ​ຈາກ​ວິດີໂອ ‘ຄວາມ​ຮັກ​ຈະ​ຄົງ​ຢູ່​ຕະຫຼອດ​ໄປ ເຖິງ​ວ່າ​ຈະ . . . ທຸກ​ຍາກ—ກົງ​ໂກ.’ ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ກຽມ​ບ່ອນ​ນອນ​ໃນ​ເຮືອນ​ຂອງ​ລາວ​ໄວ້​ໃຫ້​ພີ່ນ້ອງ​ທີ່​ເດີນ​ທາງ​ມາ​ໄກ.

    ວິດີໂອ​ນີ້​ເຮັດ​ໃຫ້​ເຮົາ​ເຫັນ​ຄວາມ​ຮັກ​ທີ່​ພະ​ເຢໂຫວາ​ມີ​ຕໍ່​ຄົນ​ທຸກ​ຍາກ​ແນວ​ໃດ?

  • ສາກ​ໜຶ່ງ​ຈາກ​ວິດີໂອ ‘ຄວາມ​ຮັກ​ຈະ​ຄົງ​ຢູ່​ຕະຫຼອດ​ໄປ ເຖິງ​ວ່າ​ຈະ . . . ທຸກ​ຍາກ—ກົງ​ໂກ.’ ພີ່ນ້ອງ​ຊາຍ​ແຕ່ງ​ໂຕ​ໄປ​ປະຊຸມ​ພາກ.

    ເຮົາ​ຈະ​ຮຽນ​ແບບ​ພະ​ເຢໂຫວາ​ໄດ້​ແນວ​ໃດ​ເຖິງ​ວ່າ​ເຮົາ​ຈະ​ບໍ່​ມີ​ຫຍັງ​ຫຼາຍ?

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌