ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ພວກເລວີ 14-15
ການນະມັດສະການບໍລິສຸດຮຽກຮ້ອງໃຫ້ສະອາດ
ຖ້າເຮົາຢາກເຮັດໃຫ້ພະເຈົ້າຮັກເຮົາຢູ່ສະເໝີ ເຮົາຕ້ອງເປັນຄົນສະອາດທັງພາຍໃນແລະພາຍນອກ. ນີ້ໝາຍຄວາມວ່າເຮົາຕ້ອງຍຶດໝັ້ນໃນມາດຕະຖານຂອງພະເຢໂຫວາທາງດ້ານຮ່າງກາຍ ຈິດໃຈ ແລະການນະມັດສະການໂດຍບໍ່ເຮັດຕາມຄົນໃນໂລກນີ້. ເຮົາຈະບໍ່ເຮັດສິ່ງທີ່ເຮັດໃຫ້ພະເຢໂຫວາບໍ່ພໍໃຈ.
ຂ້ອຍໄດ້ຮັບປະໂຫຍດແນວໃດເມື່ອບໍ່ເຮັດຕາມມາດຕະຖານຂອງໂລກນີ້?