ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ອົບພະຍົບ 33-34
ພະເຢໂຫວາມີຄຸນລັກສະນະທີ່ດີຫຼາຍຢ່າງ
34:5-7, ລ.ມ.
ໂມເຊເຂົ້າໃຈຄຸນລັກສະນະຂອງພະເຢໂຫວາ ລາວຈຶ່ງອົດທົນກັບພວກອິດສະຣາເອນໄດ້. ຄ້າຍກັນ ຖ້າເຮົາເຂົ້າໃຈຄຸນລັກສະນະຂອງພະເຢໂຫວາ ເຮົາກໍຈະປະຕິບັດກັບພີ່ນ້ອງຮ່ວມຄວາມເຊື່ອດ້ວຍຄວາມເມດຕາ.
“ເມດຕາແລະສົງສານ”: ພະເຢໂຫວາເບິ່ງແຍງຜູ້ນະມັດສະການຂອງເພິ່ນດ້ວຍຄວາມຮັກແລະຄວາມຫ່ວງໃຍ ຄືກັບພໍ່ແມ່ທີ່ເບິ່ງແຍງລູກ
“ບໍ່ໃຈຮ້າຍງ່າຍ”: ພະເຢໂຫວາອົດທົນເມື່ອຜູ້ຮັບໃຊ້ຂອງເພິ່ນເຮັດຜິດແລະໃຫ້ເວລາເຂົາເຈົ້າໄດ້ປ່ຽນແປງຕົວເອງ
“ຮັກໝັ້ນຄົງ”: ພະເຢໂຫວາມີຄວາມຮັກທີ່ໝັ້ນຄົງຕໍ່ປະຊາຊົນຂອງເພິ່ນຕະຫຼອດໄປ
ໃຫ້ຖາມຕົວເອງວ່າ: ‘ຂ້ອຍຈະຮຽນແບບພະເຢໂຫວາເລື່ອງຄວາມເມດຕາແລະເຫັນອົກເຫັນໃຈແນວໃດ?’