ຊີວິດຄລິດສະຕຽນ
ເຫັນຄຸນຄ່າສາຍສຳພັນຂອງເຈົ້າກັບພະເຢໂຫວາ
ພະຍານພະເຢໂຫວາຖືວ່າເປັນສິດທິພິເສດຫຼາຍທີ່ໄດ້ອຸທິດຕົວ ຮັບບັບເຕມາ ແລະສາມາດພັດທະນາຄວາມເປັນໝູ່ກັບພະເຢໂຫວາພະເຈົ້າທີ່ຍິ່ງໃຫຍ່ສູງສຸດຕໍ່ໄປ. ພະເຢໂຫວາຊັກນຳເຮົາໃຫ້ມາຫາເພິ່ນໂດຍທາງລູກຊາຍຂອງເພິ່ນ. (ຢຮ 6:44) ແລະເພິ່ນຍັງຟັງຄຳອະທິດຖານຂອງເຮົາ.—ເພງ 34:15
ເຮົາຈະປົກປ້ອງສາຍສຳພັນທີ່ມີຄ່າກັບພະເຢໂຫວາໄດ້ແນວໃດ? ສິ່ງໜຶ່ງກໍຄື ບໍ່ເຮັດຜິດຄືກັບພວກອິດສະຣາເອນ. ຫຼັງຈາກທີ່ສັນຍາກັບພະເຢໂຫວາໄດ້ບໍ່ດົນ ເຂົາເຈົ້າກໍເຮັດຮູບປັ້ນລູກງົວຄຳແລະຂາບໄຫວ້ມັນ. (ອົບ 32:7, 8; 1ກຣ 10:7, 11, 14) ເຮົາອາດຈະຖາມຕົວເອງວ່າ: ‘ຕອນທີ່ຖືກລໍ້ໃຈໃຫ້ເຮັດຜິດຂ້ອຍເຮັດແນວໃດ? ຂ້ອຍເຮັດໃຫ້ເຫັນບໍວ່າຂ້ອຍເຫັນຄຸນຄ່າສາຍສຳພັນກັບພະເຢໂຫວາ?’ ຄວາມຮັກແທ້ທີ່ເຮົາມີຕໍ່ພະເຢໂຫວາພໍ່ໃນສະຫວັນຈະຊ່ວຍເຮົາບໍ່ໃຫ້ເຮັດສິ່ງທີ່ເພິ່ນກຽດຊັງ.—ເພງ 97:10
ເບິ່ງວິດີໂອປົກປ້ອງສາຍສຳພັນຂອງເຈົ້າກັບພະເຢໂຫວາ (ກລຊ 3:5) ແລ້ວຕອບຄຳຖາມຕໍ່ໄປນີ້:
ຄວາມໂລບແມ່ນຫຍັງ?
ເປັນຫຍັງເຮົາບໍ່ຄວນເປັນຄົນໂລບແລະຂາບໄຫວ້ຮູບບູຊາ?
ການເຮັດຜິດສິນລະທຳທາງເພດແລະການຂາບໄຫວ້ຮູບບູຊາກ່ຽວຂ້ອງກັນແນວໃດ?
ເປັນຫຍັງເຮົາທຸກຄົນໂດຍສະເພາະຜູ້ທີ່ມີໜ້າທີ່ຮັບຜິດຊອບໃນອົງການຕ້ອງເອົາໃຈໃສ່ຄູ່ຂອງຕົວເອງ?