ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ20 ກັນຍາ ໜ້າ 2
  • ວັນ​ທີ 7-13 ກັນຍາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ວັນ​ທີ 7-13 ກັນຍາ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
ຄມປ20 ກັນຍາ ໜ້າ 2

ວັນ​ທີ 7-13 ກັນຍາ

ອົບພະຍົບ 23-24

  • ເພງ 34 ແລະ​ຄຳ​ອະທິດຖານ

  • ຄຳ​ນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ

  • “ຢ່າ​ເຮັດ​ຄື​ຄົນ​ສ່ວນ​ຫຼາຍ”: (10 ນາທີ)

    • ອົບ 23:1—ຢ່າ​ເອົາ​ເລື່ອງ​ທີ່​ບໍ່​ແມ່ນ​ຄວາມ​ຈິງ​ໄປ​ເວົ້າ​ຕໍ່ (ຫ​18.08 ໜ້າ 4-5 ຂໍ້ 7-8)

    • ອົບ 23:2—ຢ່າ​ເຮັດ​ຊົ່ວ​ຄື​ຄົນ​ອື່ນ (it-1-E ໜ້າ 11 ຫຍໍ້​ໜ້າ 3)

    • ອົບ 23:3—ຢ່າ​ລຳອຽງ (it-1-E ໜ້າ 343 ຫຍໍ້​ໜ້າ 5)

  • ຂຸດ​ຄົ້ນ​ຄວາມ​ຮູ້​ທີ່​ມີ​ຄ່າ​ຂອງ​ພະເຈົ້າ: (10 ນາທີ)

    • ອົບ 23:9—ພະ​ເຢໂຫວາ​ເຕືອນ​ຄົນ​ອິດສະຣາເອນ​ກ່ຽວ​ກັບ​ເລື່ອງ​ຫຍັງ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຫັນ​ໃຈ​ຄົນ​ຕ່າງ​ຊາດ? (ຫ​16.10 ໜ້າ 4 ຂໍ້ 4)

    • ອົບ 23:20, 21—ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນ​ໃຈ​ໄດ້​ວ່າ​ທູດ​ສະຫວັນ​ທີ່​ເວົ້າ​ເຖິງ​ໃນ​ຂໍ້​ນີ້​ແມ່ນ​ມີ​ຄາ​ເອນ? (it-2-E ໜ້າ 393)

    • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້​ທີ່​ກ່ຽວ​ກັບ​ພະ​ເຢໂຫວາ ວຽກ​ປະກາດ ຫຼື​ເລື່ອງ​ອື່ນໆ?

  • ການ​ອ່ານ​ພະ​ຄຳພີ: (ບໍ່​ເກີນ 4 ນາທີ) ອົບ 23:1-19 (ອສ ບົດ​ຮຽນ​ທີ 5)

ສິ່ງ​ທີ່​ເຈົ້າ​ຈະ​ນຳ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

  • ວິດີໂອ​ການ​ປະກາດ: (4 ນາທີ) ພິຈາລະນາ​ຖາມ-ຕອບ. ເປີດ​ວິດີໂອ ແລ້ວ​ຖາມ​ວ່າ: ຜູ້​ປະກາດ​ຫາ​ຈຸດ​ທີ່​ຈະ​ເຫັນ​ດີ​ກັບ​ເຈົ້າ​ຂອງ​ເຮືອນ​ແນວ​ໃດ​ເມື່ອ​ເຈົ້າ​ຂອງ​ເຮືອນ​ຕອບ​ຜິດ? ຜູ້​ປະກາດ​ອາດ​ສະເໜີ​ຫໍສັງເກດການ ສະບັບ​ທີ 3 2020 ແນວ​ໃດ?

  • ການ​ປະກາດ: (ບໍ່​ເກີນ 3 ນາທີ) ເລີ່ມ​ໂດຍ​ໃຊ້​ຕົວຢ່າງ​ການ​ສົນທະນາ. ຈາກ​ນັ້ນ​ແນະນຳ​ແລະ​ລົມ​ກັນ​ກ່ຽວ​ກັບ​ວິດີໂອ​ເປັນ​ຫຍັງ​ຈຶ່ງ​ສຶກສາ​ຄຳພີ​ໄບເບິນ? (ບໍ່​ເປີດ​ວິດີໂອ) (ອສ ບົດ​ຮຽນ​ທີ 1)

  • ບັນລະຍາຍ: (ບໍ່​ເກີນ 5 ນາທີ) w​16.05-SI ໜ້າ 30-31—ຫົວ​ເລື່ອງ: ສິ່ງ​ໃດ​ຈະ​ຊ່ວຍ​ຄລິດສະຕຽນ​ໃຫ້​ຕັດສິນ​ໃຈ​ວ່າ​ຄວນ​ຈະ​ໃຫ້​ຂອງ​ຂວັນ​ຫຼື​ເງິນ​ກັບ​ເຈົ້າ​ໜ້າ​ທີ່​ລັດຖະບານ​ຫຼື​ບໍ່? (ອສ ບົດ​ຮຽນ​ທີ 14)

ຊີວິດ​ຄລິດສະຕຽນ

  • ເພງ 124

  • “ຢ່າ​ເຜີຍ​ແຜ່​ເລື່ອງ​ທີ່​ບໍ່​ແມ່ນ​ຄວາມ​ຈິງ”: (15 ນາທີ) ພິຈາລະນາ​ຖາມ-ຕອບ. ເປີດ​ວິດີໂອ​ສອນ​ດ້ວຍ​ພາບ​ວາດ​ການ​ນິນທາ—ເຈົ້າ​ຢຸດ​ມັນ​ໄດ້!

  • ການ​ສຶກສາ​ພະ​ຄຳພີ​ປະຈຳ​ປະຊາຄົມ: (ບໍ່​ເກີນ 30 ນາທີ) jy-SI ບົດ 131

  • ທົບ​ທວນ​ແລະ​ເວົ້າ​ເຖິງ​ສ່ວນ​ຕ່າງໆຂອງ​ອາທິດ​ຕໍ່​ໄປ (ບໍ່​ເກີນ 3 ນາທີ)

  • ເພງ 145 ແລະ​ຄຳ​ອະທິດຖານ

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌