ວັນທີ 31 ສິງຫາ–6 ກັນຍາ
ອົບພະຍົບ 21-22
ເພງ 141 ແລະຄຳອະທິດຖານ
ຄຳນຳເປີດການປະຊຸມ (1 ນາທີ)
ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ
“ເຮັດໃຫ້ເຫັນວ່າເຈົ້າເບິ່ງຊີວິດຄືກັບທີ່ພະເຢໂຫວາເບິ່ງ”: (10 ນາທີ)
ອົບ 21:20—ພະເຢໂຫວາຕຳໜິການຂ້າຄົນ (it-1-E ໜ້າ 271)
ອົບ 21:22, 23—ພະເຢໂຫວາເຫັນຄ່າຊີວິດຂອງລູກອ່ອນທີ່ຢູ່ໃນທ້ອງແມ່ (ຮພ ໜ້າ 80 ຂໍ້ 16)
ອົບ 21:28, 29—ພະເຢໂຫວາຄາດໝາຍໃຫ້ເຮົາເຮັດສິ່ງທີ່ເຮັດໄດ້ເພື່ອຊ່ວຍຕົວເຮົາເອງແລະຄົນອື່ນໃຫ້ປອດໄພ (w10-SI 15/4 ໜ້າ 29 ຫຍໍ້ໜ້າ 4)
ຂຸດຄົ້ນຄວາມຮູ້ທີ່ມີຄ່າຂອງພະເຈົ້າ: (10 ນາທີ)
ອົບ 21:5, 6—ຈາກຂໍ້ຄຳພີເຫຼົ່ານີ້ ເຮົາໄດ້ຮັບປະໂຫຍດແນວໃດຈາກການອຸທິດຕົວໃຫ້ພະເຢໂຫວາ? (w10-SI 15/1 ໜ້າ 4 ຂໍ້ 4-5)
ອົບ 21:14—ມີການອະທິບາຍຂໍ້ຄຳພີນີ້ແນວໃດ? (it-1-E ໜ້າ 1143)
ເຈົ້າໄດ້ຮັບປະໂຫຍດຫຍັງແດ່ຈາກການອ່ານຄຳພີໄບເບິນໃນອາທິດນີ້ທີ່ກ່ຽວກັບພະເຢໂຫວາ ວຽກປະກາດ ຫຼືເລື່ອງອື່ນໆ?
ການອ່ານພະຄຳພີ: (ບໍ່ເກີນ 4 ນາທີ) ອົບ 21:1-21 (ອສ ບົດຮຽນທີ 5)
ສິ່ງທີ່ເຈົ້າຈະນຳເອົາໄປໃຊ້ໃນວຽກປະກາດ
ການປະກາດ: (ບໍ່ເກີນ 3 ນາທີ) ເລີ່ມໂດຍໃຊ້ຕົວຢ່າງການສົນທະນາ ແລ້ວຊວນຜູ້ສົນໃຈໄປປະຊຸມ. (ອສ ບົດຮຽນທີ 2)
ກັບໄປຢາມ: (ບໍ່ເກີນ 4 ນາທີ) ເລີ່ມໂດຍໃຊ້ຕົວຢ່າງການສົນທະນາ ຈາກນັ້ນແນະນຳແລະເວົ້າກ່ຽວກັບ (ແຕ່ບໍ່ເປີດ) ວິດີໂອພວກເຮົາເຮັດຫຍັງຢູ່ທີ່ຫໍປະຊຸມລາຊະອານາຈັກ? (ອສ ບົດຮຽນທີ 20)
ບັນລະຍາຍ: (5 ນາທີ) w09-SI 1/4 ໜ້າ 31—ຫົວເລື່ອງ: ພະເຢໂຫວາ—ພໍ່ຂອງລູກກຳພ້າ. (ອສ ບົດຮຽນທີ 19)
ຊີວິດຄລິດສະຕຽນ
ເຫັນຄ່າຊີວິດຄືກັບພະເຈົ້າ: (10 ນາທີ) ພິຈາລະນາຖາມ-ຕອບ. ເປີດວິດີໂອ ແລ້ວຖາມວ່າ: ອາດຈະມີບັນຫາຫຍັງເກີດຂຶ້ນຕອນຖືພາ? ອົບພະຍົບ 21:22, 23 ຊ່ວຍເຮົາໃຫ້ເບິ່ງການເອົາລູກອອກແນວໃດ? ເປັນຫຍັງຕ້ອງມີຄວາມເຊື່ອແລະຄວາມກ້າຫານໃນການຕັດສິນໃຈເພື່ອເຮັດໃຫ້ພະເຢໂຫວາພໍໃຈ? ຄວາມຫວັງເລື່ອງການຄືນມາຈາກຕາຍໃຫ້ກຳລັງໃຈເຮົາແນວໃດ?
ເຮົາໄດ້ຮັບປະໂຫຍດແນວໃດຈາກການອຸທິດຕົວ: (5 ນາທີ) ບັນລະຍາຍຈາກຫໍສັງເກດການ 15 ມັງກອນ 2010 ໜ້າ 4 ຂໍ້ 4-7 (ບໍ່ມີໃນພາສາລາວ). ສະໜັບສະໜູນນັກສຶກສາໃຫ້ກ້າວໜ້າຈົນເຖິງຂັ້ນອຸທິດຕົວແລະຮັບບັບເຕມາ.
ການສຶກສາພະຄຳພີປະຈຳປະຊາຄົມ: (30 ນາທີ) jy-SI ບົດ 130
ທົບທວນແລະເວົ້າເຖິງສ່ວນຕ່າງໆຂອງອາທິດຕໍ່ໄປ (ບໍ່ເກີນ 3 ນາທີ)
ເພງ 15 ແລະຄຳອະທິດຖານ