ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ20 ກໍລະກົດ ໜ້າ 7
  • ພະເຢໂຫວາປົກປ້ອງປະຊາຊົນຂອງພະອົງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະເຢໂຫວາປົກປ້ອງປະຊາຊົນຂອງພະອົງ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
  • ເລື່ອງທີ່ຄ້າຍກັນ
  • ເຮັດ​ຕາມ​ການ​ຊີ້ນຳ​ຂອງ​ພະ​ເຢໂຫວາ​ສະເໝີ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
ຄມປ20 ກໍລະກົດ ໜ້າ 7

ຊີວິດ​ຄລິດສະຕຽນ

ພະ​ເຢໂຫວາ​ປົກ​ປ້ອງ​ປະຊາຊົນ​ຂອງ​ພະອົງ

ພໍ່​ກັບ​ລູກ​ຄົນ​ອິດສະຣາເອນ​ກຳລັງ​ທາ​ເລືອດ​ໃສ່​ວົງ​ກົບ​ປະຕູ​ຢູ່​ເຮືອນ​ຂອງ​ຕົວ​ເອງ.

ການ​ສະຫຼອງ​ປັດສະຄາ​ເທື່ອ​ທຳອິດ​ເປັນ​ເຫດການ​ທີ່​ສຳຄັນ​ຫຼາຍ. ໃນ​ຄືນ​ນັ້ນ ຫຼັງ​ຈາກ​ທີ່​ຟາໂຣ​ເຫັນ​ວ່າ​ລູກ​ຊາຍ​ກົກ​ຂອງ​ລາວ​ຕາຍ ລາວ​ຈຶ່ງ​ສັ່ງ​ໂມເຊ​ວ່າ: “ໄປ​ໃຫ້​ພົ້ນ​ຈາກ​ພວກ​ເຮົາ ໄປ​ໃຫ້​ພົ້ນ​ທັງ​ເຈົ້າ​ກັບ​ຄົນ​ອິດສະຣາເອນ​ຄົນ​ອື່ນ​ໆ ຟ້າວ​ໄປ​ນະມັດສະການ​ພະ​ເຢໂຫວາ​ຕາມ​ທີ່​ຂໍ​ໄວ້.” (ອົບ 12:31, ລ.ມ.) ພະ​ເຢໂຫວາ​ເຮັດ​ໃຫ້​ເຫັນ​ວ່າ​ພະອົງ​ປົກ​ປ້ອງ​ປະຊາຊົນ​ຂອງ​ພະອົງ.

ເມື່ອ​ເຮົາ​ເບິ່ງ​ປະຫວັດສາດ​ຂອງ​ປະຊາຊົນ​ຂອງ​ພະ​ເຢໂຫວາ ມີ​ຫຼັກ​ຖານ​ທີ່​ຈະ​ແຈ້ງ​ວ່າ​ພະ​ເຢໂຫວາ​ຊີ້​ນຳ​ແລະ​ປົກ​ປ້ອງ​ເຂົາ​ເຈົ້າ​ຢູ່. ເລື່ອງ​ນີ້​ຖືກ​ວາງ​ສະແດງ​ໄວ້​ໃນ​ພິພິທະພັນ​ທີ່​ຊື່​ວ່າ “ປະຊາຊົນ​ທີ່​ໃຊ້​ຊື່​ຂອງ​ພະ​ເຢໂຫວາ” ຢູ່​ສຳນັກງານ​ໃຫຍ່.

ເບິ່ງ​ວິດີໂອ​ຢ້ຽມ​ຊົມ​ພິພິທະພັນ​ທີ່​ວໍວິກ—“ປະຊາຊົນ​ທີ່​ໃຊ້​ຊື່​ຂອງ​ພະ​ເຢໂຫວາ” ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ໂປສເຕີ​ແລະ​ຮູບ​ສະ​ໄລ​ຈາກ ‘ພາບພະຍົນ​ເລື່ອງ​ການ​ສ້າງ.’

    ໃນ​ຕົ້ນ​ປີ 1914 ນັກ​ສຶກສາ​ຄຳພີ​ໄບເບິນ​ໃຊ້​ເຄື່ອງ​ມື​ຫຍັງ​ເພື່ອ​ຊ່ວຍ​ຜູ້​ຄົນ​ໃຫ້​ເຂົ້າ​ໃຈ​ຄຳພີ​ໄບເບິນ ແລະ​ວິທີ​ນີ້​ເກີດ​ຜົນ​ດີ​ແນວ​ໃດ?

  • ຮູບ​ຖ່າຍ​ຂອງ​ພີ່ນ້ອງ​ທີ່​ຖືກ​ຈັບ​ເຂົ້າ​ຄຸກ​ໃນ​ປີ 1918.

    ມີ​ການ​ທົດ​ສອບ​ຄວາມ​ເຊື່ອ​ຫຍັງ​ແດ່​ໃນ​ປີ 1916 ແລະ 1918 ແລະ​ມີ​ຫຼັກ​ຖານ​ຫຍັງ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ຊີ້​ນຳ​ອົງການ​ຂອງ​ພະອົງ?

  • ພິພິທະພັນ​ວາງ​ສະແດງ​ຮູບ​ພາບ​ຂອງ​ພີ່ນ້ອງ​ທີ່​ຕິດ​ຄຸກ​ຍ້ອນ​ຄວາມ​ເຊື່ອ. ປະຕູ​ເປີດ​ໄປ​ສູ່​ຫ້ອງ​ທີ່​ມີ​ຮູບ​ຂອງ​ອຸທິຍານ.

    ປະຊາຊົນ​ຂອງ​ພະ​ເຢໂຫວາ​ຮັກສາ​ຄວາມ​ສັດ​ຊື່​ໄດ້​ແນວ​ໃດ​ເມື່ອ​ຖືກ​ຕໍ່​ຕ້ານ?

  • ພິພິທະພັນ​ວາງ​ສະແດງ​ເຄື່ອງ​ມື​ທີ່​ໃຊ້​ໃນ​ການ​ປະກາດ​ໃນ​ຊ່ວງ​ປີ 1930 ແລະ 1940.

    ໃນ​ປີ 1935 ປະຊາຊົນ​ຂອງ​ພະ​ເຢໂຫວາ​ມີ​ຄວາມ​ເຂົ້າ​ໃຈ​ໃໝ່​ໃນ​ເລື່ອງ​ຫຍັງ ແລະ​ເລື່ອງ​ນີ້​ມີ​ຜົນ​ຕໍ່​ເຂົາ​ເຈົ້າ​ແນວ​ໃດ?

  • ຖ້າ​ເຈົ້າ​ໄດ້​ໄປ​ຢ້ຽມ​ພິພິທະພັນ​ນີ້ ເຈົ້າ​ເຫັນ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ເຈົ້າ​ເຊື່ອ​ວ່າ​ພະ​ເຢໂຫວາ​ກຳລັງ​ຊີ້​ນຳ​ແລະ​ປົກ​ປ້ອງ​ປະຊາຊົນ​ຂອງ​ພະອົງ?

ເບິ່ງ​ຂໍ້​ມູນ​ກ່ຽວ​ກັບ​ການ​ໄປ​ຢ້ຽມ​ພິພິທະພັນ​ນີ້​ໃນ​ເວັບໄຊ jw.org® ແລະ​ກົດ​ຄຳ​ວ່າ ກ່ຽວ​ກັບ​ເຮົາ

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌