ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ອົບພະຍົບ 8-9
ຟາໂຣເຮັດຕາມຄວາມຕ້ອງການຂອງພະເຈົ້າໂດຍບໍ່ຮູ້ໂຕ
ຟາໂຣເບິ່ງຕົວເອງເປັນຄືກັບພະເຈົ້າ. ນີ້ຊ່ວຍເຮົາໃຫ້ເຂົ້າໃຈວ່າເປັນຫຍັງຟາໂຣຈຶ່ງເປັນຄົນຍິ່ງຈົນບໍ່ຟັງໂມເຊກັບອາໂຣນແລະລວມເຖິງພວກນັກບວດທີ່ໃຊ້ເວດມົນຄາຖາຂອງລາວເອງ.
ເມື່ອມີຄົນໃຫ້ຄຳແນະນຳເຈົ້າຟັງບໍ? ເຈົ້າເຫັນຄ່າຄຳແນະນຳນັ້ນບໍ? ຫຼືເຈົ້າຄິດວ່າຕົວເອງຖືກສະເໝີ? “ຄວາມຍິ່ງເຮັດໃຫ້ພິນາດ.” (ສຸພາ 16:18, ລ.ມ.) ເປັນເລື່ອງສຳຄັນຫຼາຍທີ່ເຮົາຕ້ອງຄວບຄຸມຄວາມຍິ່ງ!