ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ20 ມິຖຸນາ ໜ້າ 8
  • ເຈົ້າກໍປະກາດແລະສອນໄດ້!

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຈົ້າກໍປະກາດແລະສອນໄດ້!
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
  • ເລື່ອງທີ່ຄ້າຍກັນ
  • ຮັບ​ມື​ກັບ​ການ​ປ່ຽນ​ແປງ​ເມື່ອ​ໄດ້​ຮັບ​ວຽກ​ມອບ​ໝາຍ​ໃໝ່
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2019
  • ຈົ່ງກ້າຫານແລະລົງມືເຮັດ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ມີ​ການ​ປະກາດ​ຂ່າວ​ດີ​ແນວ​ໃດ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ພົບຄວາມສຸກໃນການປະກາດຂ່າວດີ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2017
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
ຄມປ20 ມິຖຸນາ ໜ້າ 8

ຊີວິດ​ຄລິດສະຕຽນ

ເຈົ້າ​ກໍ​ປະກາດ​ແລະ​ສອນ​ໄດ້!

ທຳອິດ​ຕອນ​ທີ່​ໂມເຊ​ໄດ້​ຮັບ​ວຽກ​ມອບ​ໝາຍ​ຈາກ​ພະ​ເຢໂຫວາ ລາວ​ຄິດ​ວ່າ​ຕົວ​ເອງ​ຈະ​ເຮັດ​ວຽກ​ນັ້ນ​ບໍ່​ໄດ້. (ອົບ 4:10, 13) ເຈົ້າ​ເຄີຍ​ຮູ້ສຶກ​ແນວ​ນັ້ນ​ບໍ? ເຈົ້າ​ກຳລັງ​ສຶກສາ​ຄຳພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ​ຢູ່​ບໍ? ເຈົ້າ​ສົງໄສ​ບໍ​ວ່າ​ຕົວ​ເອງ​ຈະ​ເຮັດ​ວຽກ​ປະກາດ​ໄດ້​ຫຼື​ບໍ່? ບາງ​ເທື່ອ​ເຈົ້າ​ອາດ​ຮູ້ສຶກ​ວ່າ​ຕົວ​ເອງ​ຍັງ​ນ້ອຍ​ໂພດ​ແລະ​ບໍ່​ກ້າ​ປະກາດ​ກັບ​ໝູ່​ຢູ່​ໂຮງ​ຮຽນ. ເຈົ້າ​ອາດ​ຢ້ານ​ທີ່​ຈະ​ປະກາດ​ທາງ​ໂທລະສັບ​ຫຼື​ປະກາດ​ສາທາລະນະ​ໃນ​ບາງ​ຮູບ​ແບບ. ໃຫ້​ຂໍ​ພະລັງ​ບໍລິສຸດ​ຈາກ​ພະ​ເຢໂຫວາ​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ກ້າຫານ. (1​ປຕ 4:11) ຂໍ​ໃຫ້​ໝັ້ນ​ໃຈ​ວ່າ​ພະອົງ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ວຽກ​ມອບ​ໝາຍ​ທຸກ​ຢ່າງ​ໄດ້​ສຳເລັດ.—ອົບ 4:11, 12

ເບິ່ງ​ວິດີໂອ​ຂໍ​ໃຫ້​ກ້າຫານ​ຕໍ່ໆໄປ . . . ຜູ້​ປະກາດ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ພີ່ນ້ອງ​ອາໂອຢາມະ​ມີ​ບັນຫາ​ຫຍັງ?

  • ອັນ​ໃດ​ຊ່ວຍ​ລາວ​ໃຫ້​ມີ​ກຳລັງ​ແລະ​ຄວາມ​ກ້າຫານ?—ຢເຣ 20:7-9

  • ລາວ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ການ​ພະຍາຍາມ​ຫຼາຍ​ຂຶ້ນ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ?

  • ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ເອົາ​ຊະນະ​ບັນຫາ​ຫຍັງ​ແດ່​ເພື່ອ​ເຮັດ​ວຽກ​ຮັບໃຊ້?

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2026 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌