ຊີວິດຄລິດສະຕຽນ
ວຽກບັນເທົາທຸກຂອງເຮົາເປັນປະໂຫຍດຕໍ່ພີ່ນ້ອງໃນຄາເລບຽນ
ຄືກັບສະຕະວັດທຳອິດ ພວກເຮົາມີໂອກາດທີ່ຈະສະແດງຄວາມຮັກຕໍ່ພີ່ນ້ອງຄລິດສະຕຽນຜູ້ທີ່ປະສົບໄພທຳມະຊາດ. (ໂຢ. 13:34, 35) ເບິ່ງວິດີໂອສະແດງຄວາມຮັກດ້ວຍການກະທຳ—ງານບັນເທົາທຸກໃນໝູ່ເກາະຄາເລບຽນ ເພື່ອເບິ່ງວິທີທີ່ພີ່ນ້ອງຄລິດສະຕຽນໄດ້ຊ່ວຍພີ່ນ້ອງທີ່ອາໄສຢູ່ໃນໝູ່ເກາະຄາເລບຽນ ແລ້ວຕອບຄຳຖາມຕໍ່ໄປນີ້:
ພີ່ນ້ອງຂອງເຮົາໃນຄາເລບຽນໄດ້ຮັບຜົນກະທົບຫຍັງແດ່ຈາກພາຍຸເຮຣິເຄນເອີມາ ແລະເຮຣິເຄນມາເຣຍ?
ພະເຢໂຫວາຊ່ວຍພີ່ນ້ອງໃນໝູ່ເກາະຄາເລບຽນຜ່ານທາງພີ່ນ້ອງຄລິດສະຕຽນແນວໃດ?
ພີ່ນ້ອງຜູ້ທີ່ປະສົບໄພຈາກພາຍຸເຮຣິເຄນໄດ້ຮັບປະໂຫຍດແນວໃດຈາກຄວາມຮັກທີ່ພີ່ນ້ອງຫຼາຍຄົນສະແດງຕໍ່ພວກເຂົາ?
ມີພີ່ນ້ອງຊາຍຍິງຈັກຄົນທີ່ເຂົ້າຮ່ວມວຽກບັນເທົາທຸກທີ່ໝູ່ເກາະຄາເລບຽນ?
ເຮົາທຸກຄົນຈະຊ່ວຍເຫຼືອພີ່ນ້ອງໃນວຽກບັນເທົາທຸກໄດ້ແນວໃດ?
ວິດີໂອນີ້ເຮັດໃຫ້ເຈົ້າຮູ້ສຶກແນວໃດທີ່ໄດ້ຢູ່ໃນອົງການທີ່ມີຄວາມຮັກແບບນີ້?