ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | 2 ໂກລິນໂທ 4-6
“ພວກເຮົາຈຶ່ງບໍ່ທໍ້ຖອຍ, ລ.ມ.”
ລອງນຶກພາບວ່າມີສອງຄອບຄົວອາໄສຢູ່ໃນອາພາດເມັນແຫ່ງໜຶ່ງທີ່ເກົ່າຫຼາຍ. ຄອບຄົວໜຶ່ງຮູ້ສຶກສິ້ນຫວັງ ແຕ່ອີກຄອບຄົວໜຶ່ງພັດມີຄວາມສຸກ. ຍ້ອນຫຍັງ? ຍ້ອນວ່າໃນອີກບໍ່ດົນຄອບຄົວທີສອງຈະຍ້າຍໄປຢູ່ບ້ານໃໝ່ທີ່ສວຍງາມ.
ເຖິງວ່າ “ສັບພະທຸກສິ່ງທີ່ນິລະມິດສ້າງແລ້ວກໍທອດຫຸ່ຍເປັນທຸກລຳບາກດ້ວຍກັນຈົນເຖິງທຸກວັນນີ້” ແຕ່ຜູ້ຮັບໃຊ້ຂອງພະເຈົ້າມີຄວາມຫວັງທີ່ໃຫ້ກຳລັງໃຈ. (ໂລມ 8:22) ຄວາມທຸກທີ່ເຮົາເຈິໃນຕອນນີ້ເຖິງວ່າມັນຈະເຮັດໃຫ້ເຮົາຫຍຸ້ງຍາກມາເປັນເວລາຫຼາຍສິບປີ ແຕ່ເຮົາຮູ້ວ່າມັນຈະຢູ່ໃນເວລາ “ສັ້ນໆ ແລະບໍ່ໜັກ” ເມື່ອທຽບກັບຊີວິດຕະຫຼອດໄປໃນໂລກໃໝ່ທີ່ພະເຈົ້າສັນຍາໄວ້. ການຈົດຈໍ່ຢູ່ກັບພອນທີ່ລາຊະອານາຈັກຂອງພະເຈົ້າຈະເຮັດໃນອະນາຄົດຊ່ວຍເຮົາໃຫ້ມີຄວາມສຸກແລະບໍ່ທໍ້ຖອຍ.