ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | 1 ໂກລິນໂທ 7-9
ການເປັນໂສດ—ເປັນຂອງຂວັນ
ຕະຫຼອດຫຼາຍປີທີ່ຜ່ານມາ ຄລິດສະຕຽນຫຼາຍຄົນເຫັນວ່າ ການເປັນໂສດມີຂໍ້ດີຫຼາຍຢ່າງທີ່ເຮັດໃຫ້ພວກເຂົາສາມາດຂະຫຍາຍວຽກຮັບໃຊ້ໄດ້ ເປັນໝູ່ກັບຫຼາຍຄົນ ແລະໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນ.
ພີ່ນ້ອງຊາຍໂສດ 3 ຄົນປະກາດໃນອົດສະຕຣາລີ ປີ 1937; ພີ່ນ້ອງຍິງໂສດມາຮອດເຂດມອບໝາຍຂອງລາວໃນເມັກຊິໂກ ປີ 1947
ພີ່ນ້ອງຊາຍຍິງຫຼາຍຄົນເຂົ້າໂຮງຮຽນຜູ້ປະກາດລາຊະອານາຈັກໃນມາລາວີ
ສຳລັບຄິດຕຶກຕອງ: ຖ້າເຈົ້າເປັນໂສດ ເຈົ້າຈະໃຊ້ມັນໃຫ້ເກີດປະໂຫຍດຫຼາຍທີ່ສຸດໄດ້ແນວໃດ?
ຄົນອື່ນໆໃນປະຊາຄົມຈະໃຫ້ກຳລັງໃຈແລະສະໜັບສະໜູນຄົນໂສດໄດ້ແນວໃດ?