ວັນທີ 19-25 ພະຈິກ
ກິດຈະການ 4-5
ເພງ 73 ແລະຄຳອະທິດຖານ
ຄຳນຳເປີດການປະຊຸມ (ບໍ່ເກີນ 3 ນາທີ)
ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ
“ເຂົາເຈົ້າປະກາດພະຄຳຂອງພະເຈົ້າຢ່າງກ້າຫານຕໍ່ໆໄປ”: (10 ນາທີ)
ກິດ. 4:5-13, ລ.ມ.—ເຖິງວ່າເປໂຕກັບໂຢຮັນຈະ “ເປັນຄົນທຳມະດາແລະບໍ່ມີການສຶກສາ” ແຕ່ເຂົາເຈົ້າກໍກ້າເວົ້າປົກປ້ອງຄວາມເຊື່ອຕໍ່ໜ້າເຈົ້າໜ້າທີ່ບ້ານເມືອງ ແລະພວກຄູສອນສາສະໜາ (ຫ 1/9/08 ໜ້າ 15 ແລະຂອບ; ຫ 15/5/08 ໜ້າ 30 ຫຍໍ້ໜ້າ 6)
ກິດ. 4:18-20—ເຖິງວ່າຈະຖືກຂົ່ມເຫງ ແຕ່ເປໂຕແລະໂຢຮັນກໍບໍ່ເຊົາປະກາດ
ກິດ. 4:23-31—ຄລິດສະຕຽນໃນສະຕະວັດທຳອິດເພິ່ງພະລັງບໍລິສຸດຂອງພະເຢໂຫວາເພື່ອຈະມີຄວາມກ້າຫານ (it-1-E ໜ້າ 128 ຫຍໍ້ໜ້າ 3)
ຂຸດຄົ້ນຄວາມຮູ້ທີ່ມີຄ່າຂອງພະເຈົ້າ: (8 ນາທີ)
ກິດ. 4:11—ພະເຍຊູເປັນຫີນ “ຫົວແຈ” ໃນຄວາມໝາຍໃດ? (it-1-E ໜ້າ 514 ຫຍໍ້ໜ້າ 4)
ກິດ. 5:1—ເປັນຫຍັງອານາເນຍກັບສະຟີລາຈຶ່ງຂາຍດິນສ່ວນໜຶ່ງຂອງເຂົາເຈົ້າ? (ຫ 1/3/13 ໜ້າ 15 ຫຍໍ້ໜ້າ 4)
ການອ່ານຄຳພີໄບເບິນໃນອາທິດນີ້ສອນຫຍັງເຈົ້າກ່ຽວກັບພະເຢໂຫວາ?
ການອ່ານຄຳພີໄບເບິນໃນອາທິດນີ້ເຈົ້າໄດ້ຄົ້ນພົບຄວາມຮູ້ຫຍັງທີ່ມີຄ່າ?
ການອ່ານພະຄຳພີ: (ບໍ່ເກີນ 4 ນາທີ) ກິດ. 5:27-42
ສິ່ງທີ່ເຈົ້າຈະນຳເອົາໄປໃຊ້ໃນວຽກປະກາດ
ການປະກາດ: (ບໍ່ເກີນ 2 ນາທີ) ເລີ່ມໂດຍໃຊ້ຕົວຢ່າງການສົນທະນາ. ຕອບຂໍ້ໂຕ້ແຍ່ງທີ່ພົບເລື້ອຍໆໃນເຂດປະກາດ.
ກັບໄປຢາມເທື່ອທຳອິດ: (ບໍ່ເກີນ 3 ນາທີ) ເລີ່ມໂດຍໃຊ້ຕົວຢ່າງການສົນທະນາ. ເຈົ້າຂອງເຮືອນບອກວ່າລາວບໍ່ແມ່ນຄລິດສະຕຽນ.
ວິດີໂອຕົວຢ່າງການກັບໄປຢາມເທື່ອທີສອງ: (5 ນາທີ) ເປີດວິດີໂອແລະພິຈາລະນາຖາມ-ຕອບ.
ຊີວິດຄລິດສະຕຽນ
“ການປະກາດໂດຍໃຊ້ລໍ້ວາງສະແດງໜັງສືເກີດຜົນດີທົ່ວໂລກ”: (15 ນາທີ) ພິຈາລະນາຖາມ-ຕອບໂດຍຜູ້ດູແລການຮັບໃຊ້. ເປີດວິດີໂອ. ຖ້າປະຊາຄົມມີການປະກາດໂດຍໃຊ້ໂຕະຫຼືລໍ້ວາງສະແດງໜັງສືກໍໃຫ້ເອົາມາໃຫ້ພີ່ນ້ອງເບິ່ງ. ເວົ້າເຖິງການຈັດກຽມຂອງປະຊາຄົມກ່ຽວກັບເລື່ອງນີ້. ຖ້າມີເວລາພຽງພໍ ໃຫ້ເລົ່າຫຼືສາທິດປະສົບການທີ່ດີໃນເຂດ. ອະທິບາຍວ່າຜູ້ປະກາດຈະມີສ່ວນຮ່ວມໄດ້ແນວໃດ.
ການສຶກສາພະຄຳພີປະຈຳປະຊາຄົມ: (30 ນາທີ) ຍທ ບົດ 43 ຫຍໍ້ໜ້າ 8-18
ທົບທວນແລະເວົ້າເຖິງສ່ວນຕ່າງໆຂອງອາທິດຕໍ່ໄປ (3 ນາທີ)
ເພງ 64 ແລະຄຳອະທິດຖານ